ສີລັງກາ ສືບຕໍ່ຮັກສາ ຄ່າທຳນຽມວິຊ້າຂາເຂົ້າຄັ້ງດຽວ ສຳລັບຊາວຕ່າງປະເທດ

08/05/2024 14:14
Email Print 315
ຂປລ ລັດຖະບານ ສີລັງກາ ມີມະຕິ ສືບຕໍ່ຮັກສາ ຄ່າທຳນຽມວິຊ້າ ແບບຂາເຂົ້າ ຄັ້ງດຽວ ດ້ວຍມູນຄ່າ 50 ໂດລາ ສະຫະລັດ ສຳລັບ ຊາວຕ່າງປະເທດ ທີ່ເດີນທາງ ເຂົ້າສີລັງກາ , ສ່ວນພົນລະເມືອງ ອິນເດຍ, ຈີນ, ຣັດເຊຍ, ຍີ່ປຸ່ນ, ມາເລເຊຍ, ໄທ ແລະ ອິນໂດເນເຊຍ ຈະຍົກເວັ້ນວິຊ້າ ຕໍ່ໄປ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 7 ພືດສະພາ, ລັດຖະບານ ສີລັງກາ ມີມະຕິ ສືບຕໍ່ຮັກສາ ຄ່າທຳນຽມວິຊ້າ ແບບຂາເຂົ້າ ຄັ້ງດຽວ ດ້ວຍມູນຄ່າ 50 ໂດລາ ສະຫະລັດ ສຳລັບ ຊາວຕ່າງປະເທດ ທີ່ເດີນທາງ ເຂົ້າສີລັງກາ ,​ ສ່ວນພົນລະເມືອງ ອິນເດຍ, ຈີນ, ຣັດເຊຍ, ຍີ່ປຸ່ນ, ມາເລເຊຍ, ໄທ ແລະ ອິນໂດເນເຊຍ ຈະຍົກເວັ້ນວິຊ້າ ຕໍ່ໄປ.  ເມື່ອບໍ່ດົນມານີ້ ສີລັງກາ ໄດ້ປັບແກ້ ຄ່າທຳນຽມ ວິຊ້າ ແລະ ບັງຄັບໃຊ້ວິຊ້າ ຫລາຍປະເພດໃໝ່ ຊຶ່ງ ນັກເດີນທາງ ທີ່ມີສິດທິຂໍຮັບວິຊ້າ ເມື່ອເດີນທາງມາເຖິງ (on-arrival visa) ສາມາດຍື່ນ ສະໝັກ ໄດ້ທັນທີ. /

 

KPL

ຂ່າວອື່ນໆ

ads
ads

Top