ແຂວງວຽງຈັນ ປະກາດຍຸບຄະນະພັກຮາກຖານພະແນກພາຍໃນແຂວງ ເປັນໜ່ວຍພັກເອກະລາດ

08/05/2024 14:40
Email Print 175
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ປະກາດການຈັດຕັ້ງ ຍຸບຄະນະພັກຮາກຖານພະແນກພາຍໃນແຂວງ ແລະ 4 ໜ່ວຍທີ່ຂຶ້ນກັບ ມາເປັນໜ່ວຍພັກໜ່ວຍພັກພະແນກພາຍໃນແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງ

    ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ປະກາດການຈັດຕັ້ງ ຍຸບຄະນະພັກຮາກຖານພະແນກພາຍໃນແຂວງ ແລະ 4 ໜ່ວຍທີ່ຂຶ້ນກັບ ມາເປັນໜ່ວຍພັກໜ່ວຍພັກພະແນກພາຍໃນແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງ ພ້ອມທັງບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ໃນວັນທີ 7 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ສະຫາຍ ຄຳປ່ຽນ ຈັນທະມັງຄຸນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກພາຍໃນແຂວງ ພ້ອມດ້ວຍບັນດາເລຂາ ຮອງເລຂາ ພະແນກການອ້ອມຂ້າງ ແລະ ສະມາຊິກພັກ-ພະນັກງານພາຍໃນພາຍແນກດັ່ງກ່າວເຂົ້າຮ່ວມ.   ສະຫາຍ ກຸ່ຍບ່າ ແກ້ວມະນີ ຮອງຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກຂອງຄະນະປະຈຳພັກແຂວງ ສະບັບເລກທີ 93/ຄຈຂ.ວຈ ລົງວັນທີ 3 ພຶດສະພາ 2024 ວ່າດ້ວຍການຍຸບ ຄະນະພັກຮາກຖານພະແນກພາຍໃນແຂວງ ແລະ 4 ໜ່ວຍທີ່ຂຶ້ນກັບຄື: ໜ່ວຍພັກບໍລິຫານ-ຈັດຕັ້ງ-ກວດກາ, ໜ່ວຍພັກຄຸ້ມຄອງລັດຖະກອນ, ໜ່ວຍພັກບໍລິຫານລັດ ຄຸ້ມຄອງເອກະສານ ແຂ່ງຂັນຍ້ອງຍໍ ແລະ ໜ່ວຍພັກຄຸ້ມຄອງພົນລະເມືອງ ເຜົ່າສາດສະໜາປົກຄອງແຜນທີ່ ເພື່ອສ້າງຕັ້ງເປັນໜ່ວຍພັກພະແນກພາຍໃນແຂວງ ຂຶ້ນກັບອົງຄະນະພັກແຂວງວຽງຈັນ ຕາມຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 92/ຄຈຂ.ວຈ ລົງວັນທີ 3 ພຶດສະພາ 2024 ແລະ ຂໍ້ຕົກລົງເລກທີ 91/ຄຈຂ.ວຈ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກພະແນກພາຍໃນແຂວງ, ໂດຍເຫັນດີແຕ່ງຕັ້ງ ສະຫາຍ ຄຳປ່ຽນ ຈັນທະມັງຄຸນ ກຳມະການພັກແຂວງ ເປັນເລຂາໜ່ວຍພັກ, ສະຫາຍ ຄຳຫລ້າ ແສງວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ສຸກສັນ ເຮືອງທອງດີ, ສະຫາຍ ພຸດທະວົງ ມີໄຊຜົນ ແລະ ສະຫາຍ ວຽງໄຊ ສິນນະວົງ ເປັນຄະນະໜ່ວຍພັກ.  ໂອກາດນີ້, ສະຫາຍ ນາງ ຈັນທະບູນ ໂພສະລາດ ໄດ້ກ່າວວ່າ: ການຍຸບພັກ ຫລື ສ້າງຕັ້ງໜ່ວຍພັກໃໝ່ ແມ່ນກົດເກນແນວທາງການປັບປຸງກົງຈັກການຈັດຕັ້ງພັກ ຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ວາງອອກ ຫາກພະແນກການໃດ ຫລື ກົມກອງໃດ ທີ່ມີສະມາຊິກພັກ 30 ສະຫາຍຂຶ້ນໄປ ແມ່ນສາມາດສ້າງຕັ້ງເປັນຄະນະພັກຮາກຖານໄດ້ ແລະ ຖ້າມີສະມາຊິກພັກຫລຸດ 30 ສະຫາຍລົງມາ ແມ່ນບໍ່ສາມາດສ້າງເປັນຄະນະພັກຮາກຖານໄດ້ ຕ້ອງໄດ້ສ້າງຕັ້ງເປັນໜ່ວຍພັກ ເພື່ອໃຫ້ມີຄວາມສະດວກໃນການນຳພາ-ຊີ້ນຳ. ສະນັ້ນ, ເນື່ອງຈາກສະມາຊິກພັກ ພາຍໃນຄະນະພັກຮາກຖານພະແນກພາຍໃນ ຫລຸດລົງບໍ່ເຖິງ 30 ສະຫາຍ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍຸບພັກ ແລະ ສ້າງຕັ້ງເປັນໜ່ວຍເອກະລາດ ຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວວາງອອກ. ພ້ອມນີ້, ຮຽກຮ້ອງໃຫ້ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສະມາຊິກພັກແຕ່ລະສະຫາຍ ກໍຕ້ອງໃຫ້ການຮ່ວມມືກັບຄະນະ ເພື່ອເຮັດໃຫ້ການເຄື່ອນວຽກງານ ມີຄວາມສະດວກ ວ່ອງໄວຂຶ້ນ.

ຂ່າວ-ພາບ: ບຸນທະວີ ພົມມະສິດ
KPL

ຂ່າວອື່ນໆ

ads
ads

Top