ຄຳມ່ວນ ຫາລືການສົ່ງເສີມຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫລ່ງທຶນ

08/05/2024 14:21
Email Print 188
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ສົ່ງເສີມການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫລ່ງທຶນ ຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME)

\  ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ສົ່ງເສີມການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫລ່ງທຶນ ຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ພາຍໃນແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີຫ້ອງການອຸດສາຫະກຳ ແລະ ການຄ້າປະຈຳເມືອງ ພ້ອມດ້ວຍຜູ້ປະກອບການ MSME ແລະ ຜູ້ປະກອບການໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ພາຍໃນແຂວງເຂົ້າຮ່ວມ.   ທ່ານ ວັນໄຊ ພອງສະຫວັນ  ໄດ້ກ່າວວ່າ: ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຜູ້ປະກອບການ MSME ຂອງທົ່ວປະເທດແມ່ນກວມເອົາ 99,8% ໂດຍໃນຂະແໜງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ປະກອບສ່ວນຫລັກ ເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສ້າງປະຖົມປັດໄຈ ໃຫ້ຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ປັດຈຸບັນພາຍໃນແຂວງມີ ຫົວໜ່ວຍ MSME 6.954 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 1.790 ຕື້ກວ່າກີບ. ໃນນັ້ນ ຈຸລະວິສາຫະກິດມີ 5.760 ຫົວໜ່ວຍ, ວິສາຫະກິດຂະໜາດນ້ອຍ 784 ຫົວໜ່ວຍ ແລະ ວິສາຫະກິດຂະໜາດກາງ 410 ຫົວໜ່ວຍ ເຊິ່ງ MSME ແມ່ນມີທັງທ່າແຮງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກທີ່ຕ້ອງໄດ້ພ້ອມກັນຊຸກຍູ້ສົ່ງເສີມ ໃນການພັດທະນາຄວາມອາດສາມາດ ເຂົ້າໃນຂະບວນການຜະລິດ, ການປຸງແຕ່ງ, ການອອກແບບ, ການພັດທະນາຜະລິດຕະພັນ ໃຫ້ໄດ້ເງື່ອນໄຂ, ມາດຕະຖານ ແລະ ຄຸນນະພາບຂອງຕະຫລາດ ທັງພາຍໃນ ແລະ ຕະຫລາດປະເທດ. ນອກນີ້, ຍັງມີສິນຄ້າໂອດັອບ ທີ່ຈະຕ້ອງໄດ້ສືບຕໍ່ຊຸກຍູ້ສົ່ງເສີມສີໄມ້ລາຍມືລາວ ທີ່ເປັນເອກະລັກ, ມີມູນເຊື້ອວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າ ແລະ ບັນພະບູລຸດ ທີ່ສືບທອດມູນມໍລະດົກ ອັນດີງາມຂອງຊາດລາວ ມາແຕ່ດົນນານ.  ໄລຍະຜ່ານມາ, ວຽກງານການສະໜອງທຶນ ໃຫ້ກຸ່ມຜູ້ຜະລິດ, ຜູ້ປະກອບການຕ່າງໆ ຢູ່ແຂວງຄຳມ່ວນ ຍັງມີລັກສະນະຊັກຊ້າ ບໍ່ທັນກັບຄວາມຕ້ອງການ ເນື່ອງຈາກກົນໄກ ແລະ ຂອດການປະສານງານ ລະຫວ່າງພາກລັດ, ທະນາຄານ ແລະ ຜູ້ປະກອບການ ຍັງບໍ່ທັນໄປລວງດຽວກັນ, ກຸ່ມຜູ້ປະກອບການສ່ວນຫລາຍ ຍັງເປັນກຸ່ມຂະໜາດນ້ອຍ, ບໍ່ມີຫລັກຄໍ້າປະກັນພຽງພໍ ແລະ ຍັງມີໜີ້ຕ້ອງໄດ້ຊໍາລະນໍາທະນາຄານອື່ນໆ, ສະນັ້ນ, ພາກລັດ ແລະ ທະນາຄານ ຈະມີນະໂຍບາຍ ແລະ ຂັ້ນຕອນວິທີການຄືແນວໃດ ເພື່ອຊອກຫາທາງອອກໃຫ້ຜູ້ປະກອບການ ສາມາດນໍາໃຊ້ແຫລ່ງທຶນ ໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີຄວາມໂປ່ງໃສ.   ໃນກອງປະຊຸມ, ບັນດາຂະແໜງການພາກລັດ ແລະ ຕາງໜ້າຫົວໜ່ວຍທຸລະກິດ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ໂດຍຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດຳເນີນກິດຈະການ ພ້ອມທັງໄດ້ສະເໜີໃຫ້ພາກລັດ ຊ່ວຍຄົ້ນຄວ້າແກ້ໄຂທາງດ້ານແຫລ່ງທຶນ ທີ່ມີດອກເບ້ຍຕໍ່າ ເພື່ອພັດທະນາກິດຈະການ ລວມເຖິງການຊອກຫາຕະຫລາດ ເພື່ອຮອງຮັບຜະລິດຕະພັນສິນຄ້າ ແລະ ບັນຫາສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ ໂດຍສະເພາະ MSME ໄດ້ມີການຂະຫຍາຍຕົວຢ່າງແຂງແຮງ.

ຂ່າວ-ພາບ: ກອງຄໍາ
KPL

ຂ່າວອື່ນໆ

ads
ads

Top