ຮອງນາຍົກລັດຖະມົນຕີ ຮ່ວມເປີດ ຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ

27/04/2024 11:07
Email Print 498
ຂປລ ຂປລ. ໃນວັນທີ 25 ເມສາ 2024 ນີ້, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຈັດພິທີເປີດຫໍວັດທະນະທໍາ ຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພູນໍ້າຮ້ອນ ເມືອງດ່ານຊ້າງ, ຈັງຫວັດສຸພັນບູລີ ຣາຊະອານາຈັກໄທ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອງໄຊ ທ່ຽງທໍາ ອະດີດລັດຖະມົນຕີຊ່ວຍ ວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຣາຊະອານາຈັກໄທ



ຂປລ. ໃນວັນທີ 25 ເມສາ 2024 ນີ້
, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຈັດພິທີເປີດຫໍວັດທະນະທໍາ ຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພູນໍ້າຮ້ອນ ເມືອງດ່ານຊ້າງ, ຈັງຫວັດສຸພັນບູລີ ຣາຊະອານາຈັກໄທ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອງໄຊ ທ່ຽງທໍາ ອະດີດລັດຖະມົນຕີຊ່ວຍ ວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຣາຊະອານາຈັກໄທ, ທ່ານ ນັດທະພັດ ສຸວັນປະທີບ ຜູ້ວ່າຈັງຫວັດສຸພັນບູລີ, ມີປະທານສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະພາບ, ພ້ອມດ້ວຍ ທູດລາວ ປະຈໍາ ຣາຊະອານາຈັກໄທ, ທູດແຫ່ງ ຣາຊະອານາຈັກໄທ ປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ.



ຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ ລິເລີ່ມສ້າງແຕ່ປີ 2019 ເປັນຕົ້ນມາ ໂດຍໄດ້ຮັບການສົມທົບທຶນກໍ່ສ້າງຈາກປະຊາຊົນລາວ ແລະ ໄທ ດ້ວຍການທອດຜ້າປ່າ ຂອງ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຕັ້ງກອງຜ້າປ່າຢູ່ວັດທາດຝຸຸ່ນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ໄປທອດຖວາຍ ທີ່ວັດພຸນໍ້າຮ້ອນ ແຂວງສຸພັນບູລີ
, ຣາຊະອານາຈັກໄທ ໃນວັນທີ 18 ເມສາ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນເວລານັ້ນ) ໄດ້ຕາງໜ້າສະມາຄົມ ລາວ-ໄທ ເພື່ອມິດຕະພາບ ເປັນເຈົ້າສັດທາຕັ້ງກອງຜ້າປ່າດັ່ງກ່າວ. ຫລັງຈາກນັ້ນ ວັນທີ 6 ພະຈິກ 2022 ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ເປັນປະທານຮ່ວມໃນການທອດຜ້າປ່າສາມັກຄີ ຢູ່ວັດພຸນໍ້າຮ້ອນ ເມືອງດ່ານຊ້າງ ແຂວງສຸພັນບູລີ ເພື່ອນຳເອົາປັດໄຈດັ່ງກ່າວ ສືບຕໍ່ສົມທົບທຶນກໍ່ສ້າງຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ຈົນສໍາເລັດ.



ຄົນໄທເຊື້ອສາຍລາວຄັ່ງ ມີບັນພະບູລຸດຍົກຍ້າຍມາຈາກແຂວງຫລວງພະບາງ ພາກເໜືອຂອງລາວ ແລະ ເຂົ້າໄປຢູ່ດິນແດນສະຫຍາມ ຫລື ຣາຊະອານາຈັກໄທ ໃນປັດຈຸບັນ ນັບແຕ່ຣາຊະການທີ 2
, ໄດ້ດໍາລົງຊີວິດຢູ່ພາກເໜືອຕອນລຸ່ມ ແລະ ພາກກາງຕອນເທິງ, ມີປະຊາກອນປະມານ 3 ແສນກ່ວາຄົນ ເຊິ່ງຍັງຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາວັດທະນະທຳອັນດີງາມຂອງບັນພະບູລຸດໄດ້ດີ ເປັນຕົ້ນແມ່ນສໍານຽງການປາກເວົ້າ, ການນຸ່ງຖືດ້ວຍຜ້າຝ້າຍສີຄາມ ຫລື ສີຂີ້ຄັ່ງ, ມີວັດທະນະທໍາ, ຮີດຄອງປະເພນີ ແລະ ສີໄມ້ລາຍມືການຕໍ່າຜ້າແພໄໝຕ່າງໆ.



ຈຸດປະສົງການສ້າງຫໍວັດທະນະທຳດັ່ງກ່າວ
, ເພື່ອເປັນສັນຍາລັກແຫ່ງຄວາມຜູກພັນ ຂອງ ສອງປະເທດລາວ ແລະ ໄທ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເປັນບ່ອນສຶກສາຫາຂໍ້ມູນ ຄວາມເປັນມາໃນການຕໍ່າຜ້າໄໝຂອງຊຸມຊົນລາວຄັ່ງ, ເປັນບ່ອນອະນຸລັກ ແລະ ສົ່ງເສີມວັດທະນະທຳ ເປັນບ່ອນວາງສະແດງຮູບພາບ ແລະ ຜ້າໄໝ ທີ່ເປັນເອກະລັກ ເພື່ອໃຫ້ປະຊາຊົນລາວ ແລະ ໄທ ໂດຍສະເພາະຄົນຮຸ່ນໃໝ່ ຮັບຮູ້ປະຫວັດຄວາມເປັນມາ, ສິລະປະວັດທະນະທໍາ ແລະ ວິຖີຊິວິດທີ່ເປັນເອກະລັກຂອງຄົນລາວຄັ່ງ, ທັງເປັນການປະກອບສ່ວນສໍາຄັນໃນການສົ່ງເສີມການຮ່ວມມືດ້ານວັດທະນະທໍາ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ມີການໄປມາຫາສູ່ ແລະ ສ້າງກິດຈະກຳສົ່ງເສີມວັດທະນະທຳ, ຮີດຄອງປະເພນີຮ່ວມກັນຂອງປະຊາຊົນສອງປະເທດ ໂດຍສະເພາະແມ່ນ ສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊການເມືອງ

      ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊ

      5/8/2024 7:06:21 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ (ຜູ້ເກົ່າ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ບໍລິຄຳໄຊ (ຜູ້ໃໝ່)

    • ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່ການເມືອງ

      ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່

      5/8/2024 1:39:51 PM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່)

    • ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍ

      5/8/2024 10:31:04 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສະຫະ ພັນ ຣັດເຊຍ

    • ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູການເມືອງ

      ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູ

      5/7/2024 8:49:41 PM

      ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນໄຊຊະນະບັ້ນ​ຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

      5/7/2024 8:33:19 PM

      ຂປລ. ​ທ່ານ ວາລາດິເມຍ ກາລິນນິນ (Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ​ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ

ads
ads

Top