ຫາລື-ທາບທາມ ຄວາມເປັນໄປໄດ້ ການຈັດ ກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8

08/05/2024 18:46
Email Print 178
ຂປລ ຂປລ. ກອງປະຊຸມປຶກສາຫາລືທາບທາມ ຄວາມເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າສື່ຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ກອງປະຊຸມປຶກສາຫາລືທາບທາມ ຄວາມເປັນໄປໄດ້ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ
8 ທີ່ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າສື່ຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ປຶກສາຫາລືກັນໃນຂັ້ນເບື້ອງຕົ້ນ ກ່ຽວກັບຄວາມເປັນໄປໄດ້ ໃນການຈັດກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ທີ່ນະ ຄອນຫລວງວຽງຈັນ ເຊິ່ງກະຊວງການຕ່າງປະເທດ ສະເໜີທາບທາມ ໃຫ້ຈັດໃນໄຕມາດທີ 3 ຫລື 4 ປີ 2024 ທີ່ນະຄອນຫລວງວຽງຈັນ ໂດຍອາດຈະຈັດໃນໄລຍະກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ໃນເດືອນກໍລະກົດ 2024 ຫລື ໃນໄລຍະກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ຫລື ຈະຈັດແຍກຕ່າງຫາກ.



ໃນກອງປະຊຸມໄດ້ປຶກສາຫາກັນ ກ່ຽວກັບການກຳນົດເວລາ
, ຮູບແບບ ແລະ ເນື້ອໃນ ເຊິ່ງໃນຂັ້ນຕອນຕໍ່ໄປ ຕ້ອງໄດ້ສົບທົບກັບ ກະຊວງການຕ່າງປະເທດ ແລະ ກອງເລຂາອາຊຽນ ເພື່ອຄົ້ນຄວ້າແຜນວຽກ, ແຜນບຸກຄະລະກອນ ແລະ ແຜນງົບປະມານ ເພື່ອຈັດຕັ້ງປະຕິບັດໃຫ້ຊັດເຈນ.

ທ່ານຮອງລັດຖະມົນຕີກະຊວງ ຖວທ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 7 ແມ່ນຈັດຂຶ້ນໃນປະເທດອິນໂດເນເຊຍ ໃນປີ 2023 ພາຍໃຕ້ຫົວຂໍ້ ບັນຫາຂອງອາຊຽນ ຈຸດໃຈກາງຂອງການພັດທະນາໂດຍໄດ້ເຊີນນັກຂ່າວ 40 ກວ່າຄົນ ຈາກປະເທດອາຊຽນ ເຂົ້າຮ່ວມ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top