ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊ

08/05/2024 19:06
Email Print 308
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ (ຜູ້ເກົ່າ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ບໍລິຄຳໄຊ (ຜູ້ໃໝ່)

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ (ຜູ້ເກົ່າ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ບໍລິຄຳໄຊ (ຜູ້ໃໝ່) ຈັດຂຶ້ນເປັນທາງການໃນວັນທີ 8 ພຶດສະພາ 2024 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີການນຳຂັ້ນສູນກາງ, ຄະນະບໍລິຫານງານພັກແຂວງ, ພະນັກງານຫລັກແຫລ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 30 ເມສາ 2024 ວ່າດ້ວຍການຍົກຍ້າຍເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ອີງຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ, ລົງວັນທີ 30 ເມສາ 2024 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ແຂວງ ບໍລິຄຳໄຊ, ອີງຕາມຂໍ້ກຳນົດຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 14 ກໍລະກົດ 2003 ວ່າດ້ວຍການແຕ່ງຕັ້ງສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານ ແລະ ນິຕິກຳທີ່ກ່ຽວຂ້ອງ. ກົມການເມືອງສູນກາງພັກ ຕົກລົງຍົກຍ້າຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມ ແຫ່ງຊາດ, ຕົກລົງແຕ່ງຕັ້ງ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການ ເຈົ້າແຂວງບໍລິຄຳໄຊ.

ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຍົກໃຫ້ເຫັນການຍົກຍ້າຍບ່ອນປະຈຳການ ຂອງພະນັກງານການນຳຂັ້ນສູງ ແມ່ນອີງໃສ່ຄວາມຮຽກຮ້ອງ ຕ້ອງການໜ້າທີ່ການເມືອງຂອງພັກ ໃນປັດຈຸບັນ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ ເລຂາພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊ ຄົນໃໝ່ ຈົ່ງສືບຕໍ່ຜັນຂະຫຍາຍມະຕິຄະນະບໍລິຫານພັກ ແຂວງບໍລິຄຳໄຊ ສະໄໝທີ 7 ວາງອອກ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ ຖືສຳຄັນວຽກງານ ການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ຄະນະພັກ, ສະມາຊິກພັກ ພະນັກງານ-ລັດຖະກອນ ກຳລັງປະກອບອາວຸດ ຕະຫລອດຮອດພໍ່ແມ່ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ກວ້າງ ຂວາງ, ພ້ອມນັ້ນຄະນະບໍລິຫານງງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ອົງການຈັດຕັ້ງພາຄີ, ອົງການຕຸລາການ-ນິຕິບັນຍັດ ຈົ່ງໄດ້ໃຫ້ ຄວາມຮ່ວມມື ກັບສະຫາຍເລຂາພັກແຂວງຄົນໃໝ່ ເພື່ອພ້ອມກັນສ້າງສາພັດທະນາແຂວງ ບໍລິຄຳໄຊ ໃຫ້ມີຄວາມເຕີບໃຫຍ່ ທາງດ້ານເສດຖະກິດ-ສັງຄົມ ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ຂ່າວ: ສາຍສະໝອນ

ພາບ: ຄຳຟອງ

KPL

ຂ່າວອື່ນໆ

ads
ads

Top