ລັດວິສາຫະກິດໄຟ ຟ້າລາວ ຂໍຄວາມເຫັນຈາກໃຈສັງຄົມ

08/05/2024 18:55
Email Print 226
ຂປລ ຂປລ. ໃນອາທິດຜ່ານມາ, ປະຊາຊົນບັນດາເຜົ່າ ທັງຢູ່ຕ່າງແຂວງ ກໍຄື ໃນນະຄອນຫລວງວຽງຈັນ ລ້ວນແຕ່ໄດ້ພົບພໍ້ເຫດ ການໄຟຟ້າຂັດຂ້ອງ, ໄຟຕົກ-ໄຟມອດ ຊຶ່ງໄຟຕົກແຕ່ລະຄັ້ງ ແມ່ນຕ້ອງໃຊ້ເວລາດົນພໍສົມຄວນ ຈຶ່ງສາມາດແກ້ໄຂບັນຫາ ແລະ ປ່ອຍໄຟຄືນສູ່ສະພາບປົກກະຕິໄດ້.



ຂປລ. ໃນອາທິດຜ່ານມາ, ປະຊາຊົນບັນດາເຜົ່າ ທັງຢູ່ຕ່າງແຂວງ ກໍຄື ໃນນະຄອນຫລວງວຽງຈັນ  ລ້ວນແຕ່ໄດ້ພົບພໍ້ເຫດ ການໄຟຟ້າຂັດຂ້ອງ
, ໄຟຕົກ-ໄຟມອດ ຊຶ່ງໄຟຕົກແຕ່ລະຄັ້ງ ແມ່ນຕ້ອງໃຊ້ເວລາດົນພໍສົມຄວນ ຈຶ່ງສາມາດແກ້ໄຂບັນຫາ ແລະ ປ່ອຍໄຟຄືນສູ່ ສະພາບປົກກະຕິໄດ້.

ໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ລົງທຶນຢ່າງມະຫາສານສຸມໃສ່ ວຽກງານກໍ່ສ້າງລະບົບສາຍສົ່ງ-ສະຖານີໄຟຟ້າແຮງສູງ ແລະ ແຫລ່ງຜະລິດຈໍານວນໜຶ່ງເປັນຂອງຕົນເອງ ເພື່ອຮັບໃຊ້ການສະໜອງພາຍໃນໃຫ້ພຽງພໍ. ສ່ວນລະບົບຈໍາໜ່າຍໄຟຟ້າ ທົ່ວປະເທດ ແມ່ນບໍ່ໄດ້ຮັບການລົງທຶນພັດທະນາເປັນໂຄງການ ມີແຕ່ນໍາໃຊ້ງົບປະມານບໍລິຫານ ປະຈໍາປີ ຟຟລ ເຂົ້າໃນການບໍາລຸງຮັກສາ ແລະ ສ້ອມແປງ.

ສະພາບລະບົບຕາຂ່າຍໄຟຟ້າ ມີຄວາມຍາວໄກ (ເກີນມາດຕະຖານກໍານົດ) ລະບົບເກົ່າແກ່ເຊື່ອມໂຊມ, ເປ່ເພຕາມອາຍຸການ. ກົງກັນຂ້າມ ປະລິມານຄວາມຕ້ອງການຊົມໃຊ້ໄຟຟ້າ ພັດມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ ໄດ້ເພີ່ມຂຶ້ນແບບກ້າວກະໂດດ (ສະເພາະນະຄອນຫລວງວຽງຈັນ ເພີ່ມຂຶ້ນ 28%), ເນື່ອງຈາກສະພາບການ ຂອງໂລກຮ້ອນຜິດປົກກະຕິ, ສະພາບການ ແລະ ລາຄານໍ້າມັນເຊື້ອໄຟ ບໍ່ປົກກະຕິ ເຮັດໃຫ້ປະຊາຊົນ ຫັນມາຊົມໃຊ້ລົດໄຟຟ້າ ປ່ຽນແທນລົດທີ່ນໍາໃຊ້ນໍ້າມັນ ຕາມແນວທາງຂອງລັດຖະບານ ເຊິ່ງເຫັນວ່າຕົວເລກ ມີທ່າກ້າວເພີ່ມຂຶ້ນ ຈາກສະຖິຕິການນໍາເຂົ້າລົດໄຟຟ້າ ແຕ່ປີ 2019-2023 ມີຫລາຍກວ່າ 5.000 ຄັນ ແລະ ຄາດຄະເນ ຈະເພີ່ມຂຶ້ນປະມານ 15.000 ຄັນ ໃນປີ 2030.

ໃນໄລຍະ ທີ່ມີການຊົມໃຊ້ໄຟຟ້າ ຫລາຍຈະເຮັດໃຫ້ລະບົບຈໍາໜ່າຍຈຸດບໍລິເວນນັ້ນ ແລະ ເຂດໃກ້ຄຽງ ເກີດມີບັນຫາແຮງດັນຕົກ ຫລື ໄຟຟ້າບໍ່ພຽງພໍ ເຊິ່ງເປັນສິ່ງທ້າທາຍໜຶ່ງ ຕໍ່ກັບລະບົບຈໍາໜ່າຍໄຟຟ້າຂອງ ຟຟລ ກໍລະນີການເພີ່ມຂຶ້ນຂອງ ເຄື່ອງປັບອາກາດ ແລະ ການນໍາໃຊ້ເຄື່ອງສາກໃນເວລາດຽວກັນ ຈະສົ່ງຜົນກະທົບຕໍ່ລະບົບ ຈໍາໜ່າຍພາກທີ່ຢູ່ອາໄສ ຖ້າຫາກການສາກລົດໄຟຟ້າ EV ຈໍານວນຫລາຍ ຈະເຮັດໃຫ້ການຊົມໃຊ້ກໍາລັງໝໍ້ແປງເຕັມ ຫລື ເກີນກໍາລັງ ທີ່ຈະຈ່າຍໄຟໃຫ້ໄດ້ (Over Load) ແລະ ບັນຫາການ ຕິດຕັ້ງສາຍເກາະຫ້ອຍໂທລະຄົມ ແລະ ບັນດາອຸປະກອນສື່ສານຕ່າງໆໃສ່ເສົາຕາຂ່າຍໄຟຟ້າ ເປັນຈຳນວນຫລາຍ ສ່ຽງຕໍ່ເສົາຫັກ-ເສົາລົ້ມ ແລະ ການຕິດຕັ້ງ ທີ່ຂາດການບໍລິຫານຈັດການທີ່ດີ ກໍ່ອາດມີຄວາມສ່ຽງ ຕໍ່ເຫດອັກຄີໄພຕ່າງໆເກີດຂຶ້ນ ດັ່ງທີ່ພົບເຫັນ ໃນປັດຈຸບັນ.

ພາຍຸລະດູຮ້ອນໃນອາທິດຜ່ານມາ, ເຮັດໃຫ້ຝົນຕົກ, ຟ້າຮ້ອງ, ຟ້າຜ່າ, ລົມແຮງພັດເອົາວັດຖຸ ແລະ ສິ່ງປຸກສ້າງຕ່າງໆໄປພາດສາຍໄຟ ກໍເປັນເຫດໃຫ້ສາຍໄຟຂາດ, ເສົາໄຟຫັກ, ດອກກັນໄຟແຕກ ຈຶ່ງເຮັດໃຫ້ລະບົບໄຟ ໄດ້ຮັບຄວາມເສຍຫາຍ ເປ່ເພ. ນອກຈາກນັ້ນ, ອຸບັດເຫດ ທີ່ເກີດຈາກລົດຕໍາເສົາໄຟ, ຕົ້ນໄມ້ລົ້ມ/ຫັກທັບສາຍໄຟ, ເສົາໄຟລົ້ມ, ສາຍໄຟຂາດ, ໝໍ້ແປງລະເບີດ ກໍເປັນອີກສາເຫດ ທີ່ລະບົບໄຟຟ້າຖືກຕັດແບບອັດຕະໂນມັດ.
ລັດວິສາຫະກິດໄຟ ຟ້າລາວ ກໍບໍ່ໄດ້ນິ້ງນອນໃຈ ຕໍ່ກັບເຫດການທີ່ເກີດຂຶ້ນ ເພື່ອໃຫ້ການບໍລິ ການໄຟຟ້າແກ່ສັງຄົມໄດ້ຢ່າງຕໍ່ເນື່ອງ ແລະ ແກ້ໄຂໃຫ້ທັນກັບເຫດການ ເຊັ່ນ: ການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າ ການປ່ຽນຖ່າຍສາຍໄຟຈາກນ້ອຍເປັນໃຫຍ່ ຂອງຝ່າຍປະຕິບັດການໄຟຟ້າພາກກາງ ທີ່ຄຸ້ມຄອງ 9 ຕົວເມືອງ ຂອງນະຄອນຫລວງວຽງຈັນ ຄື: ໃນລະຫວ່າງເດືອນ 2-5/2024 ຕິດຕັ້ງໝໍ້ແປງເສີມ 59 ໜ່ວຍ, ມີກໍາລັງຕິດຕັ້ງ 6.450 ກິໂລໂວນອໍາແປ, ສັບປ່ຽນໝໍ້ແປງ ຈໍານວນ 34 ໜ່ວຍ, ມີກໍາລັງຕິດຕັ້ງ 24.445 ກິໂລໂວນອໍາແປ ແລະ ຍົກກໍາລັງໝໍ້ແປງ 68 ໜ່ວຍ ມີກໍາລັງຕິດຕັ້ງ 14.625 ກິໂລໂວນອໍາແປ.

ເຖິງວ່າ ມີການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າກໍຕາມ ການເກີດເຫດສຸກເສີນ ແລະ ອຸບັດ ເຫດທາງລະບົບໄຟຟ້າເຊັ່ນ: ໝໍ້ແປງໄຟຟ້າລະເບີດຫລາຍໜ່ວຍພ້ອມກັນ ເນື່ອງມາຈາກການໃຊ້ໄຟຟ້າເກີນກຳລັງໝໍ້ແປງ ແລະ ເສົາໄຟຫັກ/ລົ້ມ, ສາຍໄຟຂາດ ຍ້ອນພະຍຸ. ເຫດການເຫລົ່ານີ້, ເຮັດໃຫ້ມີຜົນກະທົບເປັນວົງກວ້າງ ປະກອບກັບເຄື່ອງມືສ້ອມແປງ, ອຸປະກອນປ່ຽນຖ່າຍ, ພາຫະນະຮັບໃຊ້ ແລະ ອ້າຍນ້ອງພະນັກງານວິຊາການ ມີຂີດຈຳກັດ ຈຶ່ງໄດ້ລະດົມກຳລັງຈາກພື້ນທີ່ອື່ນ ທີ່ບໍ່ໄດ້ຮັບຜົນກະທົບເຂົ້າຊ່ວຍກັນ ຊຶ່ງຕ້ອງໃຊ້ເວລາ ໃນການແກ້ໄຂ. ສະນັ້ນ, ຂໍໃຫ້ສັງຄົມໄດ້ຮັບຊາບ, ເຂົ້າໃຈ ແລະ ໃຫ້ອະ ໄພ ຕໍ່ເຫດການສະໜອງໄຟຟ້າ ບໍ່ໄດ້ຕາມປົກກະຕິນີ້ດ້ວຍ.

ລັດວິສາຫະກິດໄຟຟ້າລາວ ມີສູນບັນຊາລະບົບໄຟຟ້າ, ສູນບໍລິການ Call center 1199 ຮັບແຈ້ງເຫດ ແລະ ສູນບໍລິການສ້ອມແປງໄຟຟ້າປະຈໍາເມືອງ, ມີພະນັກງານ-ວິຊາການ ໃຫ້ບໍລິການແກ້ໄຂສ້ອມແປງ ໄຟຕົກໄຟມອດຕະຫລອດ 24 ຊົ່ວໂມງ.
KPL

ຂ່າວອື່ນໆ

ads
ads

Top