ເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025

08/05/2024 18:43
Email Print 825
ຂປລ ພິທີເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025 ຈັດຂຶ້ນໃນວັນທີ 8 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ປື້ມປົກຂຽວນີ້ ລວມມີ 8 ພາກ,

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ພິທີເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025 ຈັດຂຶ້ນໃນວັນທີ 8 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ປື້ມປົກຂຽວນີ້ ລວມມີ 8 ພາກ, ດ້ວຍເນື້ອໃນຕົ້ນຕໍ, ຄື: ການພົວພັນຄູ່ຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງມະນຸດ ແລະ ອາວະກາດ; ການຮ່ວມມື ຍຸດທະສາດໃຫ້ແກ່ ອະນາຄົດ, ການຮ່ວມມື ຍຸດທະສາດພ້ອມກັບການພັດທະນາ; ການໄປອົບພະຍົບ ແລະ ເຄື່ອນຍ້າຍ; ກຳນົດທິດໂອກາດ ແລະ ສິ່ງທ້າທາຍ… ປື້ມຫົວນີ້ໄດ້ເຕື້ອງເຖິງ ບັນດາບຸລິມະສິດການຮ່ວມມືຂອງ ອີຢູ ແລະ ຂໍ້ມູນອັບເດດ ກ່ຽວກັບບັນດາໂຄງການໂດຍ ອີຢູ ໜູນຊ່ວຍບັນດາຂົງເຂດສຳຄັນໃນ ອາຊຽນ ແລະ ບັນດາເລື່ອງລາວຕົວຈິງ, ການສົມທົບກັນຢ່າງມີປະສິດທິຜົນລະຫວ່າງ ອາຊຽນ ແລະ ອີຢູ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top