ຄຕພ ປະກາດພະນັກງານອອກພັກຜ່ອນຮັບອຸດໜູນ-ບຳນານ

27/04/2024 10:45
Email Print 364
ຂປລ ຂປລ. ໃນວັນທີ 26 ເມສາ 2024 ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີປະກາດພະນັກງານຫລັກແຫລ່ງຂັ້ນຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ

ຂປລ. ໃນວັນທີ   26 ເມສາ 2024 ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີປະກາດພະນັກງານຫລັກແຫລ່ງຂັ້ນຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ-ຄະນະນຳ, ຄະນະກົມ, ຕະຫລອດຮອດພະນັກງານຫລັກແຫລ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ເກີລໍ່ ຢາງກໍ່ ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສຳເລັດປະຈຳການໃນຕຳແໜ່ງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ ອິນໂດເນເຊຍ ແລະ ສປ ຕີມໍແລັດສະເຕ ເຂົ້າຮັບນະໂຍບາຍອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.

ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ພະນັກງານທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການເຂົ້າຮັບນະໂຍບາຍອຸດໜູນບຳນານ ແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຮັດການປະຕິວັດສຸດກົກສຸດປາຍ, ມີຜົນງານຕາມເງື່ອນໄຂທີ່ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ວາງອອກ ແລະ ທັງເປັນກຽດອັນສູງສົ່ງ ໝາຍເຖິງການປະກອບສ່ວນສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 39 ປີຂອງ ສະຫາຍ ພົມມາ ສິດເສນາ ນັ້ນແມ່ນຄວາມເປັນແບບຢ່າງທີ່ພະນັກງານໜຸ່ມນ້ອຍຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຄວນຖອດຖອນເປັນບົດຮຽນ ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນ ໃນສະເພາະໜ້າ ແລະ ຍາວນານ.

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊການເມືອງ

      ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການເຈົ້າແຂວງບໍລິຄຳໄຊ

      5/8/2024 7:06:21 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ (ຜູ້ເກົ່າ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ບໍລິຄຳໄຊ (ຜູ້ໃໝ່)

    • ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່ການເມືອງ

      ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່

      5/8/2024 1:39:51 PM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່)

    • ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍ

      5/8/2024 10:31:04 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສະຫະ ພັນ ຣັດເຊຍ

    • ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູການເມືອງ

      ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູ

      5/7/2024 8:49:41 PM

      ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນໄຊຊະນະບັ້ນ​ຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

      5/7/2024 8:33:19 PM

      ຂປລ. ​ທ່ານ ວາລາດິເມຍ ກາລິນນິນ (Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ​ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ

ads
ads

Top