ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

08/05/2024 19:18
Email Print 203
ຂປລ ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ປະກາດການຈັດຕັ້ງ ໃນວັນທີ 8 ພຶດສະພາ 2024



ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ປະກາດການຈັດຕັ້ງ ໃນວັນທີ
8 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນ ມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນທີ່ມີ ເພື່ອຕອບ ສະໜອງໃຫ້ແກ່ການ ປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ; ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນການເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການທຳມາຫາກິນແບບໃໝ່, ສາມາດເສີມຂະຫຍາຍ ຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ແມ່ນການພັດທະນາດ້ວຍສະຕິປັນຍາ ແລະ ເດີນໜ້າດ້ວຍລຳຂາຂອງຕົນເອງຢ່າງເປັນເຈົ້າການ. ນອກນີ້, ກໍເປັນເຈົ້າການສ້າງຄ່ານິຍົມສິນ ຄ້າລາວໃຫ້ຫລາຍຂຶ້ນ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ກຳແໜ້ນເນື້ອໃນ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄື ທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດ ແມ່ນອັນສຳຄັນໃນການເຮັດຕົວຈິງ ໂດຍສະເພາະ ທົ່ວຄະນະໂຄສະນາ ອົບຮົມສູນກາງພັກ ຕ້ອງໄດ້ຫັນເຂົ້າສູ່ວຽກງານຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້.



ໂອກາດດຽວກັນນີ້
, ກໍໄດ້ປະກາດການຈັດຕັ້ງ ໂດຍໄດ້ຜ່ານມະຕິຕົກລົງ ສະບັບເລກທີ 31/ຄລສພ, ລົງວັນທີ 1 ກຸມພາ 2024 ຕົກລົງໃຫ້ ສະຫາຍ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາອອກພັກ ການ-ຮັບອຸດໜູນບໍານານ; ມະຕິຕົກລົງ ສະບັບເລກທີ 77/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ສາຄອນ ພົມມະລາດ ເປັນຮອງຫົວໜ້າ ຄອສພ; ມະຕິຕົກລົງ ສະບັບເລກທີ 78/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງ ຕັ້ງສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມໂຄສະນາ ແລະ ມະຕິຕົກລົງ ສະບັບເລກທີ 79/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 603/ຄອສພ ແຕ່ງຕັ້ງ ສະຫາຍ ສະຫວ່າງ ດາລາແສນ ຮອງຫົວໜ້າກົມກວດກາ ເປັນວ່າການຫົວໜ້າ ກົມກວດກາ ແລະ ຂໍ້ຕົກລົງ ສະບັບເລກທີ 604/ຄອສພ ແຕ່ງຕັ້ງ ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ເປັນວ່າການຫົວໜ້າຫ້ອງການ ຄອສພ.



ໂອກາດນີ້
, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ໃໝ່ ເຊິ່ງເປັນການສືບຕໍ່ກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ທັງເປັນການສ້າງການຫັນປ່ຽນພາຍໃນ ແນໃສສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ເຮັດໃຫ້ວຽກງານຂອງ ຄະນະໂຄສະນາອົບຮົມສູນກາງພັກ ຫັນປ່ຽນໄປສູ່ຄຸນນະພາບໃໝ່. ພ້ອມກັນນັ້ນ, ກໍເນັ້ນໃຫ້ບັນດາສະຫາຍ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ມອບໝາຍໜ້າທີ່ອັນມີກຽດ ສະເໜີໃຫ້ບັນດາ ສະຫາຍ ດຳເນີນກະກຽມບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງຕົນ ໃນໄລຍະຜ່ານມາ ແລະ ຈັດຕັ້ງມອບຮັບໜ້າທີ່ກັນໃຫ້ສຳເລັດໂດຍໄວ ເພື່ອກ້າວສູ່ການສືບຕໍ່ເຮັດວຽກງານ ໃຫ້ເດີນໄປຢ່າງຕໍ່ເນື່ອງ ສອດຄ່ອງກັບວຽກງານ ໃນສະພາບ ການປັດຈຸບັນ.

ຂ່າວ: ວິທະຍຸແຫ່ງຊາດ

KPL

ຂ່າວອື່ນໆ

ads
ads

Top