ລົດຈັກໄຟຟ້າ ທີ່ມີລະບົບກົນຈັກອັດສະລິຍະລຸ້ນທຳອິດໃນໂລກ

26/04/2024 11:06
Email Print 219
ຂປລ ບໍລິສັດ ລົດໄຟຟ້າ PEGA ຂອງ ຫວຽດນາມ ໄດ້ເປີດຕົວ ລົດຈັກ ໄຟຟ້າ PEGA eSmart AL. ນີ້ແມ່ນປະເພດ ລົດຈັກໄຟຟ້າ ທີ່ມີລະບົບ ກົນຈັກ ອັດສະລິຍະ ລຸ້ນທຳອິດໃນໂລກ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ  ຫວຽດນາມ,ວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດ ລົດໄຟຟ້າ PEGA ຂອງ ຫວຽດນາມ ໄດ້ເປີດຕົວ ລົດຈັກ ໄຟຟ້າ PEGA eSmart AL. ນີ້ແມ່ນປະເພດ ລົດຈັກໄຟຟ້າ ທີ່ມີລະບົບ ກົນຈັກ ອັດສະລິຍະ ລຸ້ນທຳອິດໃນໂລກ. ລົດໄຟຟ້າ PEGA eSmart AL ທີ່ມີໜ້າຈໍ່ ສຳຜັດ ອັດສະລິຍະ, ສາມາດ ເຊື່ອມຕໍ່ກັບ ອິນເຕີເນັດ. ປະເພດລົດຈັກ ດັ່ງກ່າວ ມີຜູ້ຊ່ວຍເໝືອນຈິງ ສັບພະຄຸນ, ສາມາດ ມີການສຳຜັດ ກັບຜູ້ຂັບລົດ ຄືເປັນເພື່ອນຜູ້ໜຶ່ງ, ຕັກເຕືອນເຮົາສາກໄຟ, ບອກຈຸດພິກັດ, ກ່າວເຕື່ອນສະພາບ ດິນຟ້າອາກາດ ທີ່ບໍ່ດີ, ສົ່ງຂໍ້ຄວາມ ແລະ ສາມາດ ໂທລົມ ໂດຍກົງ ໃນລົດ, ໂດຍບໍ່ຕ້ອງນຳໃຊ້ ໂທລະສັບ. ລົດຈັກໄຟຟ້າ PEGA eSmart AL ໄດ້ປະກອບ ລະບົບ ກົນໄກ ທັນສະໄໝ ທີ່ສຸດ ດ້ວຍເຕັກໂນໂລຢີ PMSM, ເຊິ່ງເປັນເຕັກໂນໂລຢີ ທີ່ໄດ້ນຳໃຊ້ ໃນບັນດາ ລົດໄຟຟ້າ ແຖວໜ້າ ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top