ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ຄວາມຄືບໜ້າ ການປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງລາວ

30/04/2024 16:24
Email Print 667
ຂປລ ຂປລ. ວັນທີ 30 ເມສາ 2024, ຢູ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຢູ່ ສປປ ລາວ ຈັດກອງປະຊຸມຮ່ວມກັບ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມຫລາຍພາກສ່ວນ ກ່ຽວກັບຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 3 ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030

ຂປລ. ວັນທີ 30 ເມສາ 2024, ຢູ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຢູ່ ສປປ ລາວ ຈັດກອງປະຊຸມຮ່ວມກັບ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມຫລາຍພາກສ່ວນ ກ່ຽວກັບຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 3 ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ແລະ ທ່ານ ບາໂຄເດຍ ເບີຄານອຟ ຜູ້ຕາງໜ້າຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ລວມທັງຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດ ລັດຖະບານ ແລະ ພາກເອກະຊົນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ແມ່ນການສືບຕໍ່ການຈັດກອງປະຊຸມ ປຶກສາຫາລືກັບຈຸດປະສານງານ ປພຍ ແຫ່ງຊາດ ແລະ ພາບສ່ວນທີ່ກ່ຽວຂ້ອງໃນສັງຄົມ ກ່ຽວກັບເນື້ອໃນຮ່າງບົດລາຍງານ VNR ສະ ບັບທີ 3 ຂອງ ສປປ ລາວ, ທີ່ຈັດຂຶ້ນໃນວັນທີ 9 ມັງກອນ 2024 ທີ່ຜ່ານມາ ​ເຊິ່ງຈຸດປະສົງຫລັກ ແມ່ນເພື່ອສືບຕໍ່ຄວາມພະຍາຍາມ ໃນການສົ່ງເສີມສົ່ງການມີສ່ວນຮ່ວມກັບ ທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນ ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ,  ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງ ກັດລັດຖະບານ ແລະ ພາກເອກະຊົນ, ໃນການສົນທະນາ ແລະ ປຶກສາຫາລືກ່ຽວກັບຮ່າງບົດລາຍງານ VNR ສະບັບທີ 3 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2024 ທີ່ຈະມາເຖິງນີ້.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນມີຄວາມສໍາຄັັນໃນການຂັບເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງກອງປະຊຸມປະຈໍາປີ ຂອງຄະນະຊິ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດວາລະ 2030 ແລະ ການພັດທະນາແບບຍືນຍົງ ທີ່ຈັດຂື້ນໃນປີ 2023 ທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການ ສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ເປັນຄັ້ງທີ 3 (ສະບັບທໍາອິດ ແມ່ນສົ່ງໃນປີ 2018 ແລະ ສະບັບທີ 2 ແມ່ນສົ່ງໃນປີ 2021) ທີ່ຈະລາຍງານຕໍ່ ກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນເດືອນກໍລະກົດ 2024 ໂດຍສະບັບທີ 3 ນີ້ ຈະນໍາເອົາຜົນຂອງການຈັດຕັ້ງປະຕິບັດ ແລະ ການປະເມີນກາງສະໄໝ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຈະລົງເລິກການລາຍງານ 11 ເປົ້າໝາຍການພັດທະນາແບບຍືນຍົງ ທີ່ເປັນບຸລິມະສິດຂອງປະເທດເຮົາໃນປັດຈຸບັນ ແລະ ປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງ ເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນ ການຈັດຕັ້ງປະຕິບັດວາລະ 2030 ແຕ່ນີ້ຮອດປີ​ 2030.​

ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນ ຂອງການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ, ​ເຊິ່ງການສົ່ງບົດລາຍງານດັ່ງກ່າວ ບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບເປົ້າໝາຍການພັດທະນາ ທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດວາລະສາກົນ ໃນໄລຍະທີ່ຜ່ານມາອີກດ້ວຍ. ພ້ອມກັນນີ້, ປະທານກອງ​ປະຊຸມ ໄດ້ຊຸກຍູ້ໃຫ້ທຸກພາກ ສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະ ກອບສ່ວນຂອງບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ໃນການຮ່າງບົດລາຍງານສະບັບທີ 3 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມສົມບູນສອດຄ່ອງ ແລະ ເປັນເອກະພາບກັນ ບົນພື້ນຖານ ພວກເຮົາພ້ອມກັນກ້າວໄປ​ເຊິ່ງຈະສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງພາກລັດ ໃນການວາງແນວ ທາງ, ນະໂຍບາຍ ແລະ ການເຊື່ອມສານວາລະການພັດທະນາດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະອີກດ້ວຍ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການນໍາສະເໜີກ່ຽວກັບ ຄວາມຄືບໜ້າ ແລະ ຂະບວນການ ແລະ ຮ່າງເນື້ອໃນຂອງຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ. ພ້ອມທັງຜູ້ເຂົ້າຮ່ວມກໍໄດ້ຮັບຟັງ, ແລກ ປ່ຽນ, ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງບົດລາຍງານດັ່ງກ່າວ, ເຊິ່ງຜົນຂອງກອງປະຊຸມ ຈະນໍາໄປພິຈາລະນາເພື່ອສືບຕໍ່ປັບປຸງເນື້ອໃນ ຂອງບົດລາຍງານໃຫ້ມີຄວາມສົມບູນ ແລະ ສອດຄ່ອງ ກັບສະພາບການພັດທະນາຕົວຈິງຂອງປະເທດເຮົາ ໂດຍສະເພາະ ຈະເປັນພື້ນຖານ ແລະ ແນວທາງ ໃນການລະດົມຂົນຂວາຍ ການສະໜັບສະໜັບ ຈາກທຸກພາກສ່ວນ ທັງພາຍໃນ ແລະ ສາກົນ ເຂົ້າໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະເວລາທີ່ຍັງເຫລືອຕໍ່ໜ້າ.

ກອງປະຊຸມ ໄດ້ຈັດຂຶ້ນໂດຍທຶນໄດ້ຮັບການສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງກຸ້ຍໂຈ ສປ ຈີນ

      5/21/2024 8:08:14 AM

      ຂປລ. ໃນວັນທີ 20 ພຶດສະພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ປີງຈຸ່ນ ຮອງເລຂາພັກແຂວງ, ເຈົ້າແຂວງກຸ້ຍໂຈວ ສປ ຈີນ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

    • ມອບເອກະສານ ສັດຕະຍາບັນສັນຍາວ່າດ້ວຍ ການຖົມຂຸມການປະມົງ ຕໍ່ອົງການການຄ້າໂລກການເມືອງ

      ມອບເອກະສານ ສັດຕະຍາບັນສັນຍາວ່າດ້ວຍ ການຖົມຂຸມການປະມົງ ຕໍ່ອົງການການຄ້າໂລກ

      5/21/2024 8:06:41 AM

      ຂປລ. ໃນວັນທີ 13 ພຶດສະພາ 2024 ຜ່ານມາ, ຢູ່ສໍານັກງານໃຫຍ່ ອົງການການຄ້າໂລກ (ອຄລ) ທີ່ເຊີແນວ ປະເທດ ສະວິດ, ທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບເອກະສານສັດຕະຍາບັນສັນຍາ ວ່າດ້ວຍການຖົມຂຸມການປະມົງ (WTO Fisheries Subsidies Agreement) ຕໍ່ທ່ານນາງ ທ່ານນາງ ເອັນໂກຊີ ໂອຄອນໂຈ-ໄອເວວລາ (Ngozi Okonjo-Iweala) ຜູ້ອໍານວຍການໃຫຍ່ ອຄລ.

    • ຄະນະຜູ້ແທນ ທູຕານຸທູດ ເຄື່ອນໄຫວຢ້ຽມຢາມແຂວງອັດຕະປືການເມືອງ

      ຄະນະຜູ້ແທນ ທູຕານຸທູດ ເຄື່ອນໄຫວຢ້ຽມຢາມແຂວງອັດຕະປື

      5/21/2024 7:55:55 AM

      ຂປລ. ໃນລະຫວ່າງວັນທີ 18-19 ພຶດສະພາ 2024, ຄະນະຜູ້ແທນ ທູຕານຸທູດຕ່າງປະເທດ ປະຈຳລາວ ນໍາໂດຍ ທ່ານ ໂອຣັນ ອິຊີກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວກກີ ປະຈຳ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ ໂດຍມີ ທ່ານ ທະນຸໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອຸຍນີເຊບ ຖືສຳຄັນວຽກ ສົ່ງເສີມສິດທິເດັກ ໃນ ສປປ ລາວການເມືອງ

      ອົງການອຸຍນີເຊບ ຖືສຳຄັນວຽກ ສົ່ງເສີມສິດທິເດັກ ໃນ ສປປ ລາວ

      5/20/2024 2:16:49 PM

      ຂປລ. ການອຸຍນີເຊບ ປະຈຳ ລາວ ພ້ອມທີ່ຈະຢູ່ຄຽງຄູ່ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນລັດຖະບານ ໃນການຊ່ວຍເຫລືອເດັກນ້ອຍລາວ ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍ ການພັດທະນາ ຂອງເດັກ ໃນອະນາຄົດ ເຊິ່ງອົງການອຸຍນີເຊບ ຖືສຳຄັນວຽກງານ ສົ່ງເສີມສິດທິເດັກ ໃນ ສປປ ລາວ.

    • ຄະນະພົວພັນຕ່າງປະເທດສູນກາງພັກ ຫວນຄືນ ວັນສໍາຄັນຂອງພັກ-ຂອງຊາດການເມືອງ

      ຄະນະພົວພັນຕ່າງປະເທດສູນກາງພັກ ຫວນຄືນ ວັນສໍາຄັນຂອງພັກ-ຂອງຊາດ

      5/20/2024 2:05:10 PM

      ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາ ເຜີຍແຜ່ເອກະສານ ວັນກຳມະ ກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024); ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024); ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາການນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ໃນວັນທີ 20 ພຶດສະພາ 2024.

ads
ads

Top