ເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ

30/04/2024 14:16
Email Print 2145
ຂປລ ຂປລ. ໃນວັນທີ 30 ເມສາ 2024 ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ

ຂປລ. ໃນວັນທີ 30 ເມສາ 2024 ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ໂດຍມີແຂກຜູ້ມີກຽດ, ຜູ້ບໍລິຫານຈາກໜ່ວຍງານຕ່າງໆ ຂອງແຂວງ ພ້ອມດ້ວຍ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ຄະນະຜູ້ບໍລິຫານບໍລິສັດ ຊີພີອໍລາວ ຈໍາກັດ ໃນກຸ່ມ ຊີພີອໍ ເຊິ່ງນໍາໂດຍ ທ່ານ ທາຕຣີ ຈິຣະບັນຈົງຈິດ ຜູ້ຈັດການຝ່າຍການຕະຫລາດ (Managing Director) ໃຫ້ການຕ້ອນຮັບ.

ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ນອກຈາກຈະເປັນຮ້ານສາຂາທຳອິດຂອງແຂວງຈຳປາສັກແລ້ວ ຍັງເປັນຮ້ານສາຂາຕ່າງແຂວງແຫ່ງທຳອິດໃນ  ສປປລາວ ໂດຍເປີດໃຫ້ບໍລິການຊ່ວງທົດລອງກ່ອນໜ້ານີ້ເປັນໄລຍະເວລາ 1 ເດືອນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກປະຊາຊົນໃນພື້ນທີ່ ຕະຫອດຮອດນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມນະຄອນປາກເຊ ສະແດງໃຫ້ເຫັນເຖິງສັກກະຍພາບຂອງພື້ນທີ່ໃນຖານະສູນກາງທາງເສດຖະກິດທາງພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ເຊິ່ງສອດຄ່ອງກັບນະໂຍບາຍສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ ຫລື Visit Laos Year 2024.

KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ ເສດຖະກິດ

      ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ

      7/24/2024 4:13:23 PM

      ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

    • ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%ເສດຖະກິດ

      ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%

      7/24/2024 9:57:54 AM

      ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່ ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ.

    • ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນເສດຖະກິດ

      ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ

      7/23/2024 10:43:36 AM

      ຊຽງຂວາງເອົາໃຈໃສ່ປະຕິບັດວຽກງານສົ່ງເສີມການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີປະສິດທິຜົນດີຂຶ້ນສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ທັງໝົດ 319 ຫົວໜ່ວຍ, ມູນຄ່າທັງໝົດ 711,52 ຕື້ກີບ, ເທົ່າກັບ 49,16%ຂອງແຜນການປີ.

    • ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດເສດຖະກິດ

      ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

      7/18/2024 10:38:39 AM

      ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ.

    • ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າເສດຖະກິດ

      ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າ

      7/16/2024 5:14:32 PM

      ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ

ads
ads

Top