ຫາລື ເຊື່ອມສານວຽກຄົນພິການເຂົ້າໃນນິຕິກໍາຂອງຂະແໜງການກ່ຽວຂ້ອງ

01/05/2024 12:53
Email Print 552
ຂປລ ຂປລ. ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ອາຍຸສູງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫລືກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ສະເໜີແນະຂອງຄະນະກໍາມະການຂອງສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ ໃນວັນທີ 29-30 ເມສາ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ



ຂປລ. ກົມນະໂຍບາຍຕໍ່ຜູ້ມີຜົນງານ
, ພິການ ແລະ ອາຍຸສູງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫລືກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ສະເໜີແນະຂອງຄະນະກໍາມະການຂອງສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ ໃນວັນທີ 29-30 ເມສາ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ອາຍຸສູງ, ຫົວໜ້າກອງເລຂາຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ, ມີບັນດາຮອງ ຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ຈຸດປະສານງານ ຈາກ ກະຊວງ ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ຍຸຕິທໍາ, ໂຍທາທິການ ແລະ ຂົນສົ່ງ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກໍາມະທິການວັດທະນະທໍາ-ສັງຄົມ ຂອງສະເພາະແຫ່ງຊາດ ແລະ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮວ່ມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ໃນການເຊື່ອມສານວຽກງານຄົນພິການ ເຂົ້າໃນນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນການພັດທະນາຄົນພິການ ໃຫ້ສອດຄ່ອງກັບສົນ ທິສັນຍາສາກົນ ເຊິ່ງປະກອບດ້ວຍ 7 ຂົງເຂດ. ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງວຽກງານຄົນພິການ ສປປ ລາວ ລວມທັງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ, ໄດ້ຄົ້ນຄວ້າຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ເຊິ່ງເປັນພື້ນຖານທີ່ ຈະລາຍງານໃນກອງປະຊຸມ ທີ່ຈະຈັດຂຶ້ນ ຢູ່ເຈນີວາ ປະເທດສະວິດສະແລນ ໃນປີ 2027.



ໃນໂອກາດນີ້
, ທ່ານ ໂຈມແຍງ ແພງທອງສະຫວັດ ໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງລັດຖະບານ ໂດຍສະເພາະແມ່ນ ຄະນະກໍາມະການແຫ່ງຊາດເພື່ອຄົນພິການ ໃນການປະສານງານ, ການພັດທະນາຊີວິດການເປັນຢູ່ຂອງຄົນພິການ ແລະ ການປັບປຸງນິຕິກໍາ ທີ່ກ່ຽວຂ້ອງ ເຊິ່ງໄລຍະຜ່ານມາ ໄດ້ໃຫ້ສັດຕະຍາບັນຕໍ່ ສົນທິສັນຍາວ່າດ້ວຍສິດທິຄົນພິການໃນປີ 2009, ໄດ້ເຂົ້າຮ່ວມ ແລະ ຮັບຮອງຖະແຫລງການຂອງພາກພື້ນ ແລະ ສາກົນ ກ່ຽວກັບຄົນພິການ ເປັນຕົ້ນ ຖະແຫລງການບາຫລີ ກ່ຽວກັບການ ເສີມຂະຫຍາຍບົດບາດ ແລະ ການມີສ່ວນຮ່ວມຂອງຄົນພິການໃນປະຊາຄົມອາຊຽນ ໃນປີ 2011, ຖະແຫລງການລັດຖະມົນຕີກ່ຽວກັບທົດສະວັດຂອງຄົນພິການໃນຂົງເຂດອາຊີ ແລະ ປາຊີຟິກ ປີ 2013-2022, ຖະແຫລງການຈາກາຕາ ກ່ຽວກັບທົດສະວັດ ຄົນພິການໃນຂົງເຂດອາຊີ ແລະ ປາຊີ ຟິກ ປີ 2023-2032; ໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການໃນປີ 2018, ຮັບ ຮອງ ແລະ ປະກາດໃຊ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອຄົນພິການໃນ 2020. ນອກນັ້ນ, ຍັງມີນິຕິກຳ, ນະໂຍບາຍ, ຍຸດທະສາດອື່ນໆຂອງຂະແໜງການກ່ຽວຂ້ອງ ທີ່ໄດ້ກໍານົດເພື່ອຄົນພິການ ເຊິ່ງສົນທິສັນຍາ, ຖະແຫລງການ, ນິຕິກຳ, ຍຸດທະສາດ, ແຜນງານຕ່າງໆເຫລົ່ານັ້ນ ເປັນການສົ່ງເສີມ, ພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຄົນພິການໃຫ້ມີ ຄວາມເທົ່າທຽມກັບຄົນອື່ນ ແນໃສ່ເສີມສ້າງໃຫ້ຄົນພິການ ມີຊີວິດການເປັນຢູ່ທີ່ດີ, ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ເຊິ່ງທັງໝົດນັ້ນ ແມ່ນເພື່ອເຮັດໃຫ້ ປະຊາຊົນຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ,ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top