ເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາຕົວພະຍານປະຫວັດສາດ ອອກສຽງ”

04/05/2024 21:23
Email Print 469
ຂປລ ສຳນັກ ພິມຈຳໜ່າຍ ມະຫາວິທະຍາໄລ ສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີ ເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ- ບັນດາພະຍານ ປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝຣັ່ງ ສອງຄົນ ນັ້ນແມ່ນ ທ່ານ Pierre Journoud ແລະ ທ່ານ Hugues Tertrais.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້  ສຳນັກ ພິມຈຳໜ່າຍ ມະຫາວິທະຍາໄລ ສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີ ເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ- ບັນດາພະຍານ ປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝຣັ່ງ ສອງຄົນ ນັ້ນແມ່ນ ທ່ານ Pierre Journoud ແລະ ທ່ານ Hugues Tertrais.ປຶ້ມໄດ້ແປ່ ຈາກພາສາຝຣັ່ງ, ພິມຈຳໜ່າຍ ຄັ້ງທຳອິດ ໃນປີ 2004 ແລະ ພິມໃໝ່ ເປັນສອງຄັ້ງໃນປີ 2012 ແລະ 2021. ປຶ້ມ ໄດ້ຈົດຈຳບັນດາເລື່ອງລາວ ຂອງຕົວພະຍານ ປະຫວັດສາດ ຫລາຍຄົນ ຈາກຝ່າຍຝຣັ່ງ ນັບແຕ່ຜູ້ບັນຊາການ ຕະຫລອດ ຮອດບັນດາ ນັກຮົບ, ນັກເຕັກນິກ, ພະລາທິການ, ທ່ານໝໍ, ພະຍາບານ ກ່ຽວກັບ ການສູ້ຮົບຢູ່ ດ້ຽນບຽນຝູ ກ່ອນນີ້ 70 ປີ. ຕາມ ທ່ານ Pierre Journoud, ສາດສະດາຈານ ປະຫວັດສາດ ຢູ່ມະຫາວິທະຍາໄລ Montpellier 3-Paul Valery ເຊິ່ງແມ່ນ 1 ໃນ ຜູ້ຂຽນປຶ້ມ 2 ຄົນແລ້ວ, ນີ້ແມ່ນຜົນງານນຳມາເຊິ່ງການສັງເກດ ຢ່າງຮອບດ້ານ ກ່ຽວກັບ ເຫດການ ປະຫວັດສາດ ດ້ຽນບຽນຝູ. ທ່ານນາງ Sophie Maysonnave ທີ່ປຶກສາການຮ່ວມມື ແລະ ການເຄື່ອນໄຫວ ວັດທະນະທຳ, ຜູ້ອຳນວຍການ ສະຖາບັນຝຣັ່ງ ປະຈຳ ຫວຽດນາມ ຕີລາຄາວ່າ: ປຶ້ມຫົວນີ້ ມີຄວາມໝາຍ ຕາງໜ້າຢ່າງຍິງ ຍ້ອນຫລາຍສາຍເຫດ. ທີໜຶ່ງແມ່ນ ນີ້ແມ່ນປຶ້ມ ໄດ້ປະຕິບັດ ຈາກຕົວພະຍານຂອງທັງສອງຝ່າຍ. ນີ້ແມ່ນປັດໄຈ ສຳຄັນ ໃນການວາດພາບ ຄວາມຈິງ ປະຫວັດສາດ. ປຶ້ມຫົວນີ້ ໂດຍບັນດາ ຜູ້ແປ່ພາສາ ຂອງຫວຽດນາມ ຄົ້ນຄ້ວາ ແລະ ອ່ານລະອຽດ ເພື່ອຢັ້ງຢືນຄວາມຊັດເຈນ ຂອງຂໍ້ມູນ ດັ່ງນັ້ນ ປະຫວັດສາດ ໄດ້ວາດພາບ ຢ່າງແທດຈິງທີ່ສຸດ. ເລື່ອງນີ້ ຊ່ວຍໃຫ້ພວກເຮົາ ກະກຽມ ໃຫ້ແກ່ ອະນາຄົດ ຍ້ອນວ່າ ຢາກສືບຕໍ່ ກ້າວເດີນທາງໜ້າ ຕ້ອງ ມີຄວາມເຂົ້າໃຈ ອະດີດຕະການ ຢ່າງລະອຽດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top