ອັດຕາເງິນເຟີ້ອິນໂດເນເຊຍ ຢູ່ລະດັບ 3%ໃນເດືອນເມສາ

06/05/2024 15:24
Email Print 199
ຂປລ ອັດຕາເງິນເຟີ້ ຂອງອິນໂດເນເຊຍ ຍັງຢູ່ໃນລະດັບ3% ໃນເດືອນເມສາ ຜ່ານມາ ຫລັງຈາກ ໄດ້ຮັບແຮງກົດດັນ ຈາກລາຄາອາຫານ ບາງສ່ວນ ປັບຕົວລົງ ເນື່ອງຈາກເຂົ້າສູ່ສະດູການເກັບກ່ຽວ ແຕ່ຢ່າງໃດກໍ່ຕາມ ຖືກວ່າ ຫລຸດລົງ ທີ່ຄາດການໄວ້ 3,06%

ຂປລ.ສຳນັກຂ່າວ ຣອຍເຕີ, ອັດຕາເງິນເຟີ້ ຂອງອິນໂດເນເຊຍ ຍັງຢູ່ໃນລະດັບ3% ໃນເດືອນເມສາ ຜ່ານມາ ຫລັງຈາກ ໄດ້ຮັບແຮງກົດດັນ ຈາກລາຄາອາຫານ ບາງສ່ວນ ປັບຕົວລົງ ເນື່ອງຈາກເຂົ້າສູ່ສະດູການເກັບກ່ຽວ ແຕ່ຢ່າງໃດກໍ່ຕາມ ຖືກວ່າ ຫລຸດລົງ ທີ່ຄາດການໄວ້ 3,06% ໂດຍອັດຕາເງິນເຟີ້ ດັ່ງກ່າວ ຍັງຢູ່ໃນກອບເປົ້າໝາຍ 1,5%-3,5% ທີ່ທະນາຄານກາງ ອິນໂດເນເຊຍ (BI)ກຳນົດໄວ້.ດ້ານອັດຕາເງິນເຟີ້ ພື້ນຖານຕໍ່ປີ ຊື່ງບໍ່ລວມ ລາຄາອາຫານ ທີ່ເໜັງຕີງ ແລະລາຄາສິນຄ້າທີ່ລັດຖະບານ ຄວບຄຸມລາຄາ ປັບຕົວເພີ່ມຂຶ້ນສູ່ລະດັບ 1,82% ໃນເດືອນເມສາ ຈາກລະດັບ 1,77%ໃນເດືອນມີນາຂະນະທີ່ ເງິນເຟີ້ ດ້ານລາຄາອາຫານ ທີ່ຢູ່ລະດັບ 9,63% ໃນເດືອນເມສາ ຫລຸດລົງຈາກ ລະດັບ 1033%ໃນເດືອນມີນາ ຜ່ານມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top