ກູບາ ປະກາດຍົກເວັ້ນວີຊາໃຫ້ພົນລະເມືອງຈີນທີ່ຖືວີຊາທຳມະດາ

06/05/2024 14:47
Email Print 157
ຂປລ ກະຊວງ ການຕ່າງປະເທດກູບາ ອອກປະກາດ ແຈ້ງການ ຜ່ານເວັບໄຊວ່າ: ລັດຖະບານກູບາ ຕົກລົງ ປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງຈີນທີ່ຖືວີຊາທຳມະດາເຂົ້າເມືອງ ແລະ ຜ່ານດິນແດນກູບາບໍ່ກາຍ 90 ວັນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 5 ພຶດສະພານີ້, ກະຊວງ ການຕ່າງປະເທດກູບາ ອອກປະກາດ ແຈ້ງການ ຜ່ານເວັບໄຊວ່າ: ລັດຖະບານກູບາ ຕົກລົງ ປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງຈີນທີ່ຖືວີຊາທຳມະດາເຂົ້າເມືອງ ແລະ ຜ່ານດິນແດນກູບາບໍ່ກາຍ 90 ວັນ.ປະກາດແຈ້ງການລະບຸວ່າ: ຂໍ້ຕົກລົງດັ່ງກ່າວ ມີເປົ້າໝາຍເພື່ອເພີ່ມທະວີການພັດທະນາຂະແໜງການທ່ອງທ່ຽວຂອງຕົນ, ອຳນວຍຄວາມສະດວກໃຫ້ແກ່ ການໄປມາຫາສູ່ກັນ ຂອງນັກທ່ອງທ່ຽວ, ຈະສ້າງເງື່ອນໄຂ ປະກອບສ່ວນ ເຂົ້າໃນການແລກປ່ຽນ ລະຫວ່າງ ປະຊາຊົນ ທັງສອງປະເທດ. ຖະແຫລງການ ລະບຸອີກວ່າ: ພົນລະເມືອງຈີນ ທີ່ເຂົ້າດິນແດນ ກູບາຫລາຍກວ່າ 90 ວັນ ຕ້ອງຮ້ອງຂໍວີຊາ ຕາມທາງຄວນ. ຖະແຫລງການ ລະບຸຕື່ມວ່າ: ພົນລະເມືອງຈີນ ທີ່ເຂົ້າດິນແດນກູບາ ເພື່ອເຮັດວຽກ, ຮ່ຳຮຽນ, ອາໄສຢູ່ ແລະ ລາຍງານຂ່າວ, ຕ້ອງຮ້ອງຂໍວີຊາ ຕາມທາງຄວນ ກ່ອນເຂົ້າ ດິນແດນກູບາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top