ຫວຽດນາມ ເປີດເຜີບເອກະສານ ກ່ຽວກັບດ້ຽນບຽນຝູ

06/05/2024 10:53
Email Print 181
ຂປລ ງານວາງ ສະແດງເອກະສານ ທາງອອນລາຍ ຫລາຍກວ່າ 300 “ດ້ຽນບຽນ ຕາມປະຫວັດສາດ ໂດຍຜ່ານ ການປະມວນເອກະສານ” ໂດຍຈະນຳສະເໜີ ເອກະສານດັ່ງກ່າວ, ຮູບພາບທີ່ບົ່ງບອກເຖິງ ປະຫວັດສາດ ຢູ່ແຂວງດ້ຽນບຽນ ໃນເມື່ອກ່ອນ ຈົນເຖິງປັດຈຸບັນ

ຂປລ, ອ້າງຕາມຂ່າວສານ ຫວຽດນາມ, ງານວາງ ສະແດງເອກະສານ ທາງອອນລາຍ ຫລາຍກວ່າ 300 “ດ້ຽນບຽນ ຕາມປະຫວັດສາດ ໂດຍຜ່ານ ການປະມວນ ເອກະສານ” ໂດຍຈະນຳສະເໜີ ເອກະສານດັ່ງກ່າວ, ຮູບພາບທີ່ບົ່ງບອກເຖິງ ປະຫວັດສາດ ຢູ່ແຂວງດ້ຽນບຽນ ໃນເມື່ອກ່ອນ ຈົນເຖິງປັດຈຸບັນ, ໃນນັ້ນ ລວມມີ ເອກະສານ ຫລາຍສະບັບ ເຜີຍແຜ່ ເປັນຄັ້ງທຳອິິດ.

    ເນື້ອໃນຂອງງານວາງສະແດງ ໄດ້ສ້າງຂຶ້ນ ຈາກເອກະສານ ຂອງສູນສຳເນົາ ແຫ່ງຊາດ,​ ພິິພີທະພັນ ແຂວງດ້ຽນບຽນ, ສະຖາບັນ ການຄົ້ນຄ້ວາ ຫານນົງ, ສູນສຳເນົາ ກະຊວງປ້ອງກັນ ປະເທດຝະລັ່ງ ແລະ ບາງອົງການ, ໜ່ວຍງານທ້ອງຖິ່ນ ແຂວງດ້ຽນບຽນ. ພາຍໃຕ້ການອອກແບບດ້ວຍ 3 ດີ ປັດຈຸບັນ ເປັນສະຖານທີ່ ມີຊື່ສຽງຂອງ ແຂວງດ້ຽນບຽນ ເປັນຕົ້ນ ກຳແພງບານຟູ, ຖານທີ່ໝັ້ນ ທາງດ້ານປະຫວັດສາດ ດ້ຽນບຽນຝູ, ອະນຸສາວະລີໄຊຊະນະ ດ້ຽນບຽນ ແລະອື່ນໆ. ງານວາງສະແດງ ປະກອບດ້ວຍ 3 ພາກສ່ວນຄື: ພາກທີ 1 ລວມມີ ຫົວຂໍ້” ຈາກຜືນແຜ່ນດິນ ຂອງຄົນ ຫວຽດນາມ ໃນສະໄໝບູຮານ ເຖິງການຮຽກນາມວ່າ ດ້ຽນບຽນ” , ບັນດານັກທ່ອງທ່ຽວ ເຂົ້າຊົມ  ຈະກັບຄືນສູ່ໄລຍະກ່ອນ ສັດຕະວັດ 19, ຮຽນຮູ້ກ່ຽວກັບດິນແດນຮືງຮວາ ແລະ ກໍານປ່ຽນແປງ ປະຫວັດສາດ ຈົນໄປເຖິງ ການປາກົດຕົວ ຂອງນາມວ່າ ດ້ຽນບຽນ.

ສ່ວນທີ 2: “ ດ້ຽນບຽນ ຈຸດນັດພົບຂອງ ຄວາມຮັກຊາດ ” ໄດ້ສະແດງ ໃຫ້ເຫັນເຖິງ ບັນດາເນື້ອໃນ ທີ່ກ່ຽວຂ້ອງເຖິງ ການເປັນອານານິຄົມຂອງຝະລັ່ງ, ນັບຕັ້ງແຕ່ ການລຸກ ຮື້ຂື້ນ ຂອງປະຊາຊົນ ດ້ຽນບຽນ ຈົນເຖິງ ດ້ຽນບຽນຝູ- ເປັນປະຫວັດສາດທອງ. ການປະຕິວັດ ເດືອນສິງຫາ ປີ 1945 ໄດ້ປະສົບຜົນສຳເລັດ ບໍ່ດົນ ກອງທັບຝຣັ່ງ ກໍ່ກັບຄືນ ມາເປີດສົງຄາມ ດ້ວຍຄວາມຕັ້ງໃຈ ຈະຍາດເອົາ ປະເທດຫວຽດນາມ ອີກຄັ້ງ  ເຮັດໃຫ້ປະຊາຊົນຫວຽດ ນາມ ຕ້ອງລຸກຮື້ຂຶ້ນຕໍ່ສູ້ ເພື່ອປົກປັກຮັກສາ ເອກະລາດຂອງຕົນ.ເມື່ອທ້າຍປີ 1953,  ບັ້ນຮົບການຕໍ່ສູ້ ໄດ້ກ້າວໄປສູ່ ປີທີ 8, ໃນທຸກສະໜາມຮົບ, ກອງທັບຫວຽດນາມ ໄດ້ໂຕ້ຕອບ ຢ່າງຂ້ຽວຂາດ, ເຮັດໃຫ້ຄູ່ຕໍ່ສູ້ ຕ້ອງກະຈາຍກຳລັງ ອອກເພື່ອຮັບມື. ຜູ້ບັນຊາການ ກອງທັບຝະລັ່ງ ໄດ້ສຸມໃສ່ເຕົ້າໂຮມ ກອງກຳລັງ ປົກຄຸມເຂດດ້ຽນບຽນ ໃຫ້ເປັນກຸ່ມ ຖານທັບແຂງແຮງ ທີ່ສຸດໃນອິນດູຈີນ ເພື່ອດຶືງດູດ ກອງກຳລັງຕົ້ນຕໍ ຂອງກອງທັບ ຫວຽດນາມ ເຂົ້າໄປໃນບັ້ນຮົບ.

ໂດຍຄິດວ່າ ເປັນໂອກາດໃນການ ດັບສູນກອງກຳລັງ ຂອງສັດຕູ, ຜູ້ບັນຊາການກອງທັບ ຫວຽດນາມ ໄດ້ຕັດສິນໃຈ ເປີດບັ້ນຮົບຕໍ່ສູ້ໃສ່ ກຸ່ມກ້ອນທິໝັ້ນດ້ຽນບຽນ, ໃນວັນທີ 13/2/1954 ບັ້ນຮົບດ້ຽນບຽນ ໄດ້ເລີ່ມຕົ້ນ. ພາຍຫລັງ 56 ວັນ ແລະ ຄືນຕໍ່ສູ້ ຢ່າງດຸເດືອດ ແລະ ມີຄວາມຫຍຸ້ງຍາກ ຈົນເຖິງ ວັນທີ 7/5/1954 , ຫວຽດນາມ ໄດ້ຮັບໄຊຊະນະ ຢ່າງສົມບູນ. ຈາກນັ້ນ ດ້ຽນບຽນ ໄດ້ກາຍເປັນ ສະຖານທີ່ ມີຊື່ສຽງໂດດເດັ່ນ ແລະ ວິລະຊົນ.

ສ່ວນພາກສ່ວນທີ 3 “ດ້ຽນບຽນ” ການປ່ຽນແປງ ໂສມໜ້າໃໝ່” ຜູ້ຄົນໄດ້ຫວນຄືນ ໃນການກໍ່ຕັ້ງຟາມກະສິກຳ ດ້ຽນບຽນ ແລະ ນະຄອນດ້ຽນບຽນຟູ. ໂດຍປະກອບມີ ເອກະສານ ຫລາຍສະບັບ, ຮູບພາບ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມພະຍາຍາມ ແລະ ໝາກຜົນຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງດ້ຽນບຽນ ຈະນຳສະເໜີ ຕໍ່ສາທາລະນະຊົນ. ເພື່ອໂຄສະນາ ໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ກ່ຽວກັບ ໄຊຊະນະຄັ້ງປະຫວັດສາດ ດ້ຽນບຽນຝູ, ສູນກາງຄະນະຊາວໜຸ່ມ ຫວຽດນາມ ໄດ້ຈັດຕັ້ງ ຂະບວນການ ດ້ຽນບຽນຝູ-ຄວາມໄຝ່ຝັນແຫ່ງດິນແດນ.

ຕາມຂໍ້ມູນ ຈາກສູນພິພິທະພັນແຫ່ງຊາດ 1 , ງານວາງສະແດງ ໄດ້ນຳໃຊ້ເຕັກໂນໂລຊີ ເພື່ອຕີພິມ ໃຫ້ໄດ້ຈຳນວນຫລາຍ ເພື່ອໃຫ້ຜູ້ຊົມ, ຊ່ວຍໃຫ້ປະຊາຊົນ ໄດ້ມີວິໄສ ທັດສັງລວມ ແລະ ຮູ້ເລີກເຊິ່ງ ກ່ຽວກັບ ຄວາມເປັນມາ ຂອງປະຫວັດສາດ ແລະ ການພັດທະນາ ຂອງດິນແດນວິລະຊົນ ໃນໄລຍະຕໍ່ສູ້, ຄວາມບຸກບືນ ໃນການອອກແຮງງານ,​ຕັ້ງໜ້າໃນການພັດທະນາ ເສດຖະກິດ, ເປີດກວ້າງການເຊື່ອມໂຍງ ສາກົນ, ຕັດສິນໃຈ ປົກປັກຮັກສາຊາຍແດນ ຂອງປະເທດຊາດ./.

ແປໂດຍ: ດາວັນ

KPL

ຂ່າວອື່ນໆ

ads
ads

Top