5863

g9Q k|h kmuj dj P;0h v' -U c9'I6 [xj kw,h g0fr6 dv'g0Q k muj lnj vvo]kpgzu pczj gxa oI6 [gdqj k ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 06.05.2024 ປີທີ 23 ສະບັບທີ 5.922 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 7totIa [zy f-v[lts]5 [ 40 xu csj 'dkoxj Pocx'.\j rh v,sk]n [a oskle7a o Iv'okpq d]a f4t,q o8u g0Q kIj ;,dv'xt-5 , ltrk]a f4t,q o8u xt9exu 2024 16 j xkiu w--tot[A oIq [fPo[Po26 gxa o[j vovu ' .sh s]kpxtgmf]5 d0B o8+ l6h 8h ko9a ddtra f]j kg,n v'0B o gvfu [u 7kf7tgo xu 2024 glf4tdy f]k;9t0tspkp8q ; 4% [= ]y la f Shaanxi Blower Group 0v'9u o wfh Ia [7;k,lq o.9.o'ko Hannover Messe 2024 rh v,da oglu ,0tspkp,6 og-N vlk,a d7u Ij ;,lera ol6h Iq [ ]k;{s;Pfok, g0Q k.ork]tdy fra fmtokxtgmf-kf 'ko,tstdedy ]k,tsk;y mtpkw]]k; 7A 'mu 2 w00B o1j k'gxa omk'dko c9h 'dkodt-;'dko8j k'xtgmf csj ' lxx ]k; mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ບົດລາຍງານການຄາດ ຄະເນການພັດທະນາຂອງອາຊີຂອງ ທະນາຄານພັດທະນາອາຊີ(ADB) ສະບັບຫລ້າສຸດທີ່ເຜີຍແຜ່ໃນວັນທີ 11 ເມສາ 2024 ຜ່ານມາໄດ້ຄາດ ຄະເນວ່າ ເສດຖະກິດ ກໍຄື ລວມຍອດ ຜະລິດຕະພັນພາຍໃນປະເທດ ຫລື ຈີດີພີ ຂອງ ສປປ ລາວ ຈະເຕີບໂຕ ໃນລະດັບ 4% ໃນປີ 2024 ແລະ ປີ 2025 ເຊິ່ງໄດ້ຮັບແຮງຍູ້ຈາກ ຄວາມຕ້ອງການພາຍນອກທີ່ເຊື່ອມ ໂຍງກັບການທ່ອງທ່ຽວ ແລະ ການ ຄ້າ ໂດຍຄາດວ່າຈະມີນັກທ່ອງທ່ຽວ ຂປລ. ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມ ສະຫລອງຄົບຮອບ30ປີການລົງນາມສົນທິສັນຍາວ່າດ້ວຍພື້ນຖານການ ພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວກັບສະຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກ ກິດຕິມະສັກ ໃນພິທີສະເຫລີມສະຫລອງວັນໄຊຊະນະສົງຄາມປົກປ້ອງປິ ຕຸພູມ ຣັດເຊຍ ຄົບຮອບ 79 ປີ. ຂປລ. ຈາກກໍລະນີມີຜູ້ຊົມໃຊ້ສື່ ອອນລາຍເຜີຍແຜ່ຮູບພາບ ແລະ ວິ ດີໂອເຫດການຕັດໄມ້ ແລະ ຈູດປ່າ ແປກຢູ່ບໍລິເວນຈຸດສໍາຄັນເຂດພູ ອັກຄະລັດຖະທູດວິສາມັນຜູ້ມີອຳ ຕໍ່ສູ້ຕ້ານການຮຸກຮານຈາກຈັກກະ ພັດພາຍນອກຂອງປະຊາຊົນຫວຽດ ນາມທີ່ມີກຽດສະຫງ່າ, ໄດ້ຖືກບັນ ທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບ ຫົວເມືອງຂຶ້ນຂອງລັດທິຈັກກະພັດ ໃຫ້ພັງທະລາຍ ແລະ ຍັງເປັນບ່ອນ ອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງຂອງຈັກກະພັດລ່າ ເມືອງຂຶ້ນ. ທ່ານ ຄໍາພັນ ເຜີຍຍະວົງ ຄະ ຂປລ. ໃນວັນທີ 2 ພຶດສະພາ 2024 ທີ່ປາຣີ ປະເທດຝຣັ່ງ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ສະພາລັດຖະມົນຕີ ປະຈຳປີ 2024 ຂອງອົງການຮ່ວມມືດ້ານເສດຖະ ກິດ ເພື່ອການພັດທະນາ (OECD) ພາຍໃຕ້ຫົວຂໍ້: “ການນຳພາປຶກສາ ຂປລ. ກອງປະຊຸມຄະນະຮັບຜິດ ຊອບສະຫລຸບ 40 ປີ ແຫ່ງການປ່ຽນ ແປງໃໝ່ ຢູ່ ສປປ ລາວ (19862026) ຈັດຂຶ້ນວັນທີ 3 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະ ການກົມການເມືອງສູນກາງພັກ, ຜູ້ ປະຈຳການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ເພື່ອປະ ຕິບັດຕາມທິດຊີ້ນຳຂອງຄະນະບໍລິ ຫານງານສູນກາງພັກ, ການກະ ຫາລືລະດັບໂລກດ້ວຍແນວທາງທີ່ ເປັນກາງ ແລະ ເຊື່ອຖືໄດ້ ເພື່ອການ ເຕີບໂຕແບບຍືນຍົງ ແລະ ຮອບ ດ້ານ” ໂດຍການເປັນປະທານຂອງ ປະເທດຍີ່ປຸ່ນ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປຶກສາຫາລືກ່ຽວກັບບັນຫາສຳ ຄັນຂອງໂລກໃນລະດັບລັດຖະມົນ ຕີ ຂອງປະເທດສະມາຊິກ OECD ເຊິ່ງໄດ້ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານ ຂອງປະເທດສະມາຊິກ. ສຳລັບການ ສະເໜີເປັນປະທານກອງປະຊຸມ OECD Ministerial Council Meeting ຂອງຍີ່ປຸ່ນ ໃນປີນີ້ ແມ່ນ ຄົບຮອບ 60 ປີ ຂອງການເຂົ້າເປັນ ທ່ານ ຄໍາພັນ ເຜີຍຍະວົງ ຂປລ. ໄຊຊະນະບັ້ນຮົບດຽນ ບຽນຟູ ແມ່ນໄຊຊະນະທີ່ສະຫວ່າງ ສະໄຫວທີ່ສຸດໃນປະຫວັດສາດການ  ອ່ານຕໍ່ໜ້າ 2 ທ່ານ ຫງວຽນ ບ໋າ ຮຸ່ງ ຂປລ. ວັນໄຊຊະນະບັ້ນຮົບດຽນ ບຽນຟູ ມີຄວາມໝາຍປະຫວັດ ສາດອັນໃຫຍ່ຫລວງ ໃນພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ຂອງ 3 ປະເທດອິນດູຈີນ ເວົ້າລວມ, ເວົ້າ ສະເພາະການຮ່ວມສຳພັນສູ້ຮົບໃນ ບັ້ນຮົບດຽນບຽນຟູ ລະຫວ່າງສອງ ປະເທດ ລາວ-ຫວຽດນາມ ໃນພາ ລະກິດປົດປ່ອຍປະເທດຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດ ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນປັດຈຸບັນ. ທ່ານ ຫງວຽນ ບ໋າ ຮຸ່ງ ເອກ ນະເລຂາທິການສູນກາງພັກ, ເລ ຂາຄະນະພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ(ຄອສພ) ໃຫ້ສໍາພາດໂອກາດກະກຽມສະ ເຫລີມສະຫລອງບັ້ນຮົບໄຊຊະນະ ດຽນບຽນຟູ ຄົບຮອບ 70 ປີ ໃນ ວັນທີ3ພຶດສະພາ 2024ວ່າ: ໄຊຊະ ນະດຽນບຽນຟູ ແມ່ນໄຊຊະນະຂອງ ສາມຊາດອິນດູຈີນ ເປັນເທື່ອທຳ ອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນ ແບບເກົ່າຖືກພັງທະລາຍລົງຢູ່ໃນ ໂລກ, ໄຊຊະນະດັ່ງກ່າວຍັງເປັນ ບ່ອນອີງທີ່ໜັກແໜ້ນ,ທັງເປັນແວ່ນ ແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະ ເຂົ້າມາ ສປປ ລາວ ເພີ່ມຂຶ້ນ 4,2 ລ້ານເທື່ອຄົນ ໃນປີ 2024 ຍ້ອນ ພື້ນຖານໂຄງລ່າງເຊື່ອມຕໍ່ໄດ້ຮັບ ການປັບປຸງດີຂຶ້ນ, ການລົງທຶນ ຂອງຕ່າງປະເທດໃນຂະແໜງພະ ລັງງານທົດແທນ ຈະຊ່ວຍຊຸກຍູ້ການ ເຕີບໂຕຂອງຂະແໜງອຸດສາຫະ ກໍາໃນລະດັບປານກາງເຊັ່ນ: ການ ພັດທະນາໂຄງການພະລັງງານລົມ ມອນຊູນ ຄາດວ່າຈະສໍາເລັດພາຍ ໃນປີ 2025. ທ່ານ ນາງ ໂຊໂນມິ ທະນາກະ ກອງເຂົ້າ ເຂດອຸທິຍານແຫ່ງຊາດພູ ເຂົາຄວາຍ ຜ່ານເຟສບຸກ ເມື່ອບໍ່ດົນ ມານີ້, ພ້ອມລະບຸວ່າເປັນເຫດການ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 8

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/05/2024 xtgmf]k; ເອດີບີ ຄາດຄະເນ... ເຈົ້າໜ້າທີ່ກ່ຽວຂ້ອງ... ພ້ອມກັນເສີມຂະຫຍາຍ... ໄຊຊະນະບັ້ນຮົບ... ຮອງນາຍົກລັດຖະມົນຕີ... ຄະນະຮັບຜິດຊອບສະຫລຸບ... ກຽມສະຫລຸບ 40 ປີ ແຫ່ງການ ປ່ຽນແປງໃໝ່ ແມ່ນວຽກງານໜຶ່ງ ທີ່ມີຄວາມໝາຍສຳຄັນຕະຫລອດ ໄລຍະແຫ່ງການຈັດຕັ້ງນຳພາຂອງ ພັກ ໃນພາລະກິດແຫ່ງການປ່ຽນ ແປງໃໝ່ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງບັນດາຜົນງານແຫ່ງການຈັດ ຕັ້ງນຳພາພາລະກິດປ່ຽນແປງໃໝ່ ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນ ແຫ່ງໄຊຊະນະ ຂອງການປົກປັກຮັກ ສາ-ສ້າງສາພັດທະນາປະເທດຊາດ ຂອງພັກເຮົາຕະຫລອດໄລຍະ 40 ປີ(1986-2026). ທັງນີ້ກໍເພື່ອ ເປັນການກະກຽມໃຫ້ແກ່ການຈັດ ຕັ້ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ພັກເຮົາຈຶ່ງຕັ້ງບັນຫາກ່ຽວກັບ ການສະຫລຸບ ການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຂອງພັກ ເພື່ອຍົກໃຫ້ເຫັນສະພາບແວດລ້ອມ ແຫ່ງການກຳເນີດແນວທາງປ່ຽນ ແປງໃໝ່ຂອງພັກເຮົາ ແລະ ການສະ ຫລຸບຕີລາຄາໝາກຜົນດັ່ງກ່າວ ຢ່າງຖືກຕ້ອງ, ພາວະວິໄສ, ການ ຖອດຖອນບົດຮຽນຈາກພາຍໃນ ແລະ ບົດຮຽນຂອງບັນດາປະເທດ ເພື່ອນມິດຍຸດທະສາດ. ພ້ອມກັນ ນັ້ນ, ກໍກຳນົດອອກໃຫ້ເຫັນຢ່າງຈະ ແຈ້ງກ່ຽວກັບການກຳນົດທິດທາງ, ວິທີການ ແນໃສ່ສືບຕໍ່ເຮັດໃຫ້ການ ປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໃຫ້ປາກົດຜົນເປັນຈິງ ແລະ ສອດຄ່ອງກັບສະພາບການຫັນ ປ່ຽນໃໝ່ຂອງພາກພື້ນ ແລະ ສາກົນ. ກອງປະຊຸມໃນຄັ້ງນີ້, ຄະນະຮັບຜິດ ຊອບ ຍັງໄດ້ພ້ອມກັນປະກອບຄຳ ຄິດເຫັນໃສ່ໂຄງຮ່າງສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ທີ່ຄະນະ ຮັບຜິດຊອບໄດ້ກະກຽມເພື່ອສ້າງ ຄວາມເປັນເອກະພາບ ແລະ ເພື່ອສະ ເໜີກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ທີ່ຈະເປີດຂຶ້ນໃນ ມໍ່ໆນີ້ ພິຈາລະນາ-ຮັບຮອງ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ຍັງຮຽກຮ້ອງມາຍັງຄະນະ ຮັບຜິດຊອບ ຈົ່ງໄດ້ສຸມສະຕິປັນຍາ ປະກອບຄຳຄິດເຫັນຕໍ່ກັບບັນຫາ ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ແລະ ມີລັກສະນະວິທະຍາສາດ ເພື່ອ ໃຫ້ອະນຸກຳມະການດ້ານເນື້ອໃນ ໄດ້ນຳໄປປັບປຸງໃຫ້ສົມບູນ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ມະຕິຕົກລົງຂອງຄະນະບໍລິຫານ ງານສູນກາງພັກ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ, ຜ່ານຮ່າງສະຫລຸບ 40 ປີ ປ່ຽນແປງໃໜ່ແຜນດໍາເນີນງານ ວຽກງານສະຫລຸບ 40 ປີປ່ຽນແປງ ໃໜ່ຕື່ມອິກ. ຂ່າວ: ກິດຕາ, ພາບ: ເກດສະໜາ ສະມາຊິກຂອງອົງການ OECD ແລະ ສະເຫລີມສະຫລອງ ຄົບຮອບ 10 ປີ ຂອງການສ້າງຕັ້ງໂຄງການ ອາຊີຕາເວັນອອກສ່ຽງໃຕ້ຂອງອົງ ການ OECD ຫລື the OECD Southeast Asia Regional Programme (SEARP). ໃນການເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໃນນາມປະທານໝູນວຽນ ຂອງປະເທດອາຊຽນ ໃນປີ 2024 ໄດ້ເຂົ້າຮ່ວມໃນພາກພິທີເປີດກອງ ປະຊຸມ ແລະ ກ່າວມີຄຳເຫັນໃນພາກ ພິທີສະເຫລີມສະຫລອງ ຄົບຮອບ 10 ປີ ການສ້າງຕັ້ງໂຄງການ SEARPຮ່ວມກັບບັນດາລັດຖະມົນ ຕີຈາກ 5 ປະເທດສະມາຊິກອາຊຽນ ຄື: ຫວຽດນາມ, ສິງກະໂປ, ໄທ, ອິນໂດເນເຊຍ ແລະ ກອງເລຂາ ອາຊຽນ. ໃນໂອກາດນີ້, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງການຮ່ວມມືກັນ ແລະ ບັນດາສິ່ງທ້າທາຍທີ່ໂລກຂອງ ພວກເຮົາກຳລັງຜະເຊີນຢູ່ທັງໃນ ດ້ານການເມືອງ, ເສດຖະກິດ ແລະ ສັງຄົມທີ່ກົດໜ່ວງຖ່ວງດຶງຕໍ່ການ ພັດທະນາຂອງບັນດາປະເທດໃນ ໂລກ ເຊິ່ງ ສປປ ລາວ ໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ໂດຍສະເພາະອົງ ການ OECD ແລະ ຄູ່ຮ່ວມມືຈົ່ງ ເພີ່ມທະວີການຮ່ວມມືກັນໃຫ້ຫລາຍ ຂຶ້ນ ໃນແກ້ໄຂບັນຫາສິ່ງທ້າທາຍ ດັ່ງກ່າວ ເພື່ອກ້າວໄປສູ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ ແລະ ຮອບດ້ານໃນພາກພື້ນ ກໍຄືທົ່ວໂລກ. ພ້ອມດຽວກັນ, ໃນໂອກາດຄົບ ຮອບ 10 ປີ ການສ້າງຕັ້ງໂຄງການ SEARP, ທ່ານຮອງນາຍົກລັດ ຖະມົນຕີຍັງໄດ້ຊົມເຊີຍຕໍ່ຜົນສໍາ ເລັດ ແລະ ຄວາມພະຍາຍາມຂອງ ອາຊຽນ ແລະ ອົງການ OECD ໃນການສົ່ງເສີມການຮ່ວມມືກັນຕະ ຫລອດໜຶ່ງທົດສະວັດຜ່ານມາ. ສປປ ລາວ ເຫັນໄດ້ຄວາມສຳຄັນ ຂອງການການຮ່ວມມື ລະຫວ່າງ ອາຊຽນ ແລະ OECD ທີ່ນັບມື້ນັບມີ ບາດກ້າວຂະຫຍາຍຕົວ ແລະ ເປັນ ຮູບປະທໍາຂຶ້ນເລື້ອຍໆ. ໃນນາມປະ ເທດສະມາຊິກອາຊຽນ ສປປ ລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີສ່ວນຮ່ວມໃນກອງປະຊຸມລະດັບ ລັດຖະມົນຕີເປັນປະຈຳທຸກປີ ເພື່ອ ແລກປ່ຽນວິໄສທັດ ຮ່ວມກັບບັນດາ ປະເທດສະມາຊິກ OECD ແລະ ອາຊຽນ ລວມທັງ ສປປ ລາວ ກໍມີ ຄວາມຍິນດີໃຫ້ການຮ່ວມມືກັບ OECD ໃນຕໍ່ໜ້າ ເພື່ອສົ່ງເສີມການ ມີສ່ວນຮ່ວມຂອງ ສປປ ລາວ ໃນ ອົງການ OECD. ສຳລັບການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ ພາຍ ໃຕ້ຄຳຂວັນ: “ເພິ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”, ທ່ານຮອງນາຍົກລັດຖະ ມົນຕີຍັງໄດ້ຍົກໃຫ້ເຫັນຄວາມພະຍາ ຍາມ ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນການສ້າງປະຊາ ຄົມອາຊຽນ. ສະນັ້ນ, ເພື່ອໃຫ້ບັນ ລຸຕາມເປົ້າໝາຍການເປັນປະທານ ອາຊຽນ 2024 ກໍຄື ການນຳພາປະ ເທດສະມາຊິກອາຊຽນ ບັນລຸເປົ້າ ໝາຍອັນດຽວກັນ, ສປປ ລາວ ໄດ້ ແນໃສ່ການຈັດຕັ້ງປະຕິບັດ 9 ແຜນ ງານບຸລິມະສິດທີ່ຕິດພັນກັບວຽກ ງານການເຊື່ອມຈອດແລະການສ້າງ ຄວາມເຂັ້ມແຂງໃຫ້ເປັນຮູບປະທຳ. ຄຽງຄູ່ກັນນີ້, ອາຊຽນ ກໍຈະສືບຕໍ່ ຮັດແໜ້ນການຮ່ວມມືກັບຄູ່ຮ່ວມມື ທັງພາຍໃນ ແລະ ພາຍນອກ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອເຮັດ ໃຫ້ອາຊຽນ ເປັນພາກພື້ນແຫ່ງສັນ ຕິພາບ, ສະຫງົບສຸກ ແລະ ນຳເອົາ ຜົນປະໂຫຍດລວມມາສູ່ພາກພື້ນ. ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ: ລັດຖະ ມົນຕີຕ່າງປະເທດ ສສ ຫວຽດນາມ, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ລັດ ຖະມົນຕີຕ່າງປະເທດສາທາລະນະ ລັດ ເປຣູ, ລັດຖະມົນຕີກະຊວງດີຈິ ຕອນ ຍີ່ປຸ່ນ ແລະ ຮອງລັດຖະມົນຕີ ຕ່າງປະເທດ ສ ອາເມລິກາ ເພື່ອພົບ ປະແລກປ່ຽນການພົວພັນຮ່ວມມື ສອງຝ່າຍ ແລະ ວຽກງານໃນຂອບ ອາຊຽນ. ກອງປະຊຸມສະພາລັດຖະມົນຕີ ຂອງອົງການ OECD ແມ່ນຈັດຂຶ້ນ ເປັນປະຈໍາທຸກປີ ເພື່ອຮ່ວມກັນປຶກ ສາຫາລືກ່ຽວກັບບັນຫາ ແລະ ສິ່ງ ທ້າທາຍຂອງໂລກໃນປັດຈຸບັນ. ທັງ ນີ້, ກໍເພື່ອຊອກຫາຊ່ອງທາງໃນການ ຮ່ວມມື, ແກ້ໄຂ ແລະ ຜ່ານຜ່າສິ່ງທ້າ ທາຍເຫລົ່ານັ້ນໄປດ້ວຍກັນ ເຊິ່ງຈະ ມີບັນດາລັດຖະມົນຕີຈາກ 38 ປະ ເທດສະມາຊິກ ອົງການ OECD, ຄູ່ຮ່ວມມື ແລະ ບັນດາແຂກຖືກເຊື້ອ ເຊີນພິເສດເຂົ້າຮ່ວມ. ສຳລັບການ ຮ່ວມມືລະຫວ່າງ ອາຊຽນ-OECD ທີ່ພົ້ນເດັ່ນ ແມ່ນການສ້າງຕັ້ງໂຄງ ການ SEARP ໃນປີ 2014 ໂດຍ ແມ່ນຂໍ້ລິເລີ່ມຂອງທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ມີຈຸດປະສົງເພື່ອສະໜັບສະ ໜູນການເຊື່ອມໂຍງອາຊຽນກັບອົງ ການ OECD ແລະ ການປະກອບ ສ່ວນປະຕິຮູບນະໂຍບາຍເສດຖະກິດ ຂອງປະເທດໃນພາກພື້ນອາຊຽນ ເພື່ອການເຕີບໂຕແບບຍືນຍົງ ແລະ ຮອບດ້ານ. ຂ່າວ-ພາບ: ກຕທ ຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ ລຸກຂຶ້ນຕໍ່ສູ້ຕ້ານກບການກົດຂີ່ຂູດ ຮີດ ແລະ ແອກຄອບຄອງເມືອງຂຶ້ນ ແບບເກົ່າຢູ່ຫລາຍບ່ອນໃນທົ່ວໂລກ. ຕະຫລອດໄລຍະ 70 ປີ ແຫ່ງ ໄຊຊະນະດຽນບຽນຟູ ໄດ້ເຮັດໃຫ້ປະ ຊາຊົນຫວຽດນາມ ອ້າຍນ້ອງມີການ ພັດທະນາຢ່າງຮອບດ້ານ, ມີຜົນ ງານຍິ່ງໃຫຍ່ແລະ ມີຄວາມໝາຍປະ ຫວັດສາດ. ໃນດ້ານການເມືອງແມ່ນ ຮັກສາໄດ້ສະຖຽນລະພາບ, ບົດບາດ ການນຳພາ ແລະ ຄວາມສາມາດກຳ ອຳນາດຂອງພັກກກອມມູນິດ ໄດ້ ຮັບການຍົກສູງຂຶ້ນ, ລະບົບການບໍລິ ຫານລັດມີຄວາມເຂັ້ມແຂງ, ປະຊາ ຊົນມີຄວາມເຊື່ອໝັ້ນ ແລະ ເດີນຕາມ ພັກ; ເສດຖະກິດຫວຽດນາມເຕີບ ໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ປະ ຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກ, ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການຍົກລະດັບຂຶ້ນ, ກຳລັງແຮງ ສັງຮວມຂອງຊາດໄດ້ຮັບການຍົກ ສູງຂຶ້ນ; ສັງຄົມໄດ້ມີຄວາມກ້າວໜ້າ, ຊັບພະຍາກອນມະນຸດໄດ້ຮັບການ ພັດທະນາດ້ວຍຄຸນະພາບສູງ; ດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ສາມາດຮັກສາໄດ້ຄວາມເປັນ ເອກະລາດແຫ່ງຊາດ, ອຳນາດອະ ທິປະໄຕ, ເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນ ນັບທັງນ່ານນໍ້າ, ນ່ານຟ້າ, ເກາະດອນ ແລະ ລະບອບ ສັງຄົມນິຍົມ; ດ້ານການຕ່າງປະເທດ ຫວຽດນາມໄດ້ຮັບການເປີດກວ້າງ, ທີ່ຕັ້ງ,ບົດບາດ,ອິດທິພົນຂອງຫວຽດ ນາມໄດ້ຮັບການຍົກສູງຂຶ້ນໃນພາກ ພື້ນ ແລະ ສາກົນ ແລະ ບັນຫາອື່ນໆ. ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ ກ່າວ ອີກວ່າ: ບົດຮຽນອັນລໍ້າຄ່າ ຂອງໄຊຊະນະດຽນບຽນຟູ ຍູ້ແຮງ ໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຊຶ່ງ ລວມ ມີ 4 ບົດຮຽນໃຫ້ແກ່ຂະບວນ ການປົດປ່ອຍຊາດຢູ່ລາວ ຄື: ບົດ ຮຽນການປຸກລະດົມຈິດໃຈຮັກ ຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊໃນການຕໍ່ສູ້ ຂອງທົ່ວພັກ, ທົ່ວກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ; ບົດຮຽນ ໃນການເສີມຂະຫຍາຍຄວາມເປັນ ເອກະລາດແຫ່ງຊາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ມີຫົວຄິດປະດິດ ສ້າງໃນການກຳນົດແນວທາງປະ ຕິວັດ ແລະ ຍຸດທະສາດການທະ ຫານທີ່ຖືກຕ້ອງ; ບົດຮຽນໃນການ ສ້າງຄວາມສາມັກຄີທົ່ວປວງຊົນບັນ ດາເຜົ່າ ພາຍໃຕ້ການນຳພາຂອງ ພັກ; ບົດຮຽນໃນການສົມທົບກໍາລັງ ແຮງຂອງຊາດ ກັບກໍາລັງແຮງຂອງ ຍຸກສະໄໝ, ກຳລັງແຮງພາຍໃນປະ ເທດ ແລະ ການຊ່ວຍເຫລືອໃຫ້ການ ສະໜັບສະໜູນຈາກປະເທດບ້ານໃກ້ ເຮືອນຄຽງແລະສາກົນເຊິ່ງບົດຮຽນ ດັ່ງກ່າວ, ໄດ້ເປັນທິດສະດີເຍືອງ ທາງ, ເປັນພຶດຕິກຳທີ່ມີຊີວິດຊີວາທີ່ ນັກຮົບປະຕິວັດລາວໝູນໃຊ້ຢ່າງປະ ດິດສ້າງເຂົ້າໃນການປະຕິວັດລາວ ແລະ ໄດ້ພິສູດໃຫ້ເຫັນໃນພຶດຕິກຳ ແຫ່ງການສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ພ້ອມກັນນີ້, ທ່ານຍັງໄດ້ຕີລາ ຄາການຮ່ວມມືສອງຄະນະໂຄສະ ນາອົບຮົມ ລາວ-ຫວຽດນາມ ໃນໄລ ຍະຜ່ານມາ, ການຮ່ວມມືສອງຝ່າຍ ມີຜົນສຳເລັດຫລາຍດ້ານ ຊຶ່ງສະ ແດງອອກໃນການປະຕິບັດເນື້ອໃນ ຈິດໃຈຂອງບົດບັນທຶກຮ່ວມມືສອງ ຝ່າຍໃນແຕ່ລະໄລຍະ. ຂ່າວ: ສົມຫວັງ,ພາບ: ຂັນໄຊ ທີ່ສ້າງຄວາມເສຍຫາຍໃຫ້ເນື້ອ ທີ່ປ່າເຂດສະຫງວນແຫ່ງຊາດ. ແຕ່ ຜ່ານການກວດກາ ຂອງເຈົ້າໜ້າທີ່ ກ່ຽວກັບຮູບພາບຕາມສື່ສັງຄົມອອນ ລາຍທີ່ຖ່າຍເຫັນນັກທ່ອງທ່ຽວ ແລະ ມີໄມ້ທີ່ບັນທຸກຢູ່ລົດນັ້ນ ບໍ່ແມ່ນຢູ່ ເຂດພູກອງເຂົ້າ ແຕ່ຢູ່ເຂດຜາງອຍ. ທ່ານ ຄຳສອນ ກຸນນະວົງ ຮັກ ສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທຸລະຄົມ, ແຂວງ ວຽງຈັນ ໃຫ້ສໍາພາດຜ່ານລາຍການ ຮອບບ້ານຜ່ານເມືອງ ຂອງວິທະຍຸ ກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ ດົນນີ້ວ່າ: ຜ່ານການຕິດຕາມຂໍ້ມູນ ຮູ້ວ່າຮູບພາບ ແລະ ວິດີໂອທີ່ລົງຜ່ານ ສື່ອອນລາຍນັ້ນເປັນຮູບພາບເກົ່າ ແຕ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ບໍ່ໄດ້ນິ້ງນອນໃຈຕໍ່ເຫດການ ທີ່ເກີດຂຶ້ນ ຈຶ່ງໄດ້ສົມທົບກັບກົມ ກວດກາປ່າໄມ້ ແລະ ກອງຄຸ້ມຄອງ ອຸທິຍານແຫ່ງຊາດພູເຂົາຄວາຍລົງ ພື້ນທີ່ເພື່ອສອບຖາມຂໍ້ມູນກັບປະ ຊາຊົນໃນພື້ນທີ່ຢ່າງຮີບດ່ວນ. ຜ່ານການລົງພື້ນທີ່ພົບເຫັນ ການຈູດປ່າ ແລະ ລັກລອບຕັດໄມ້ ເຂດຜາງອຍ ແຕ່ເປັນການຖາງປ່າ ເພື່ອເຮັດການຜະລິດຕາມລະດູການ ເທົ່ານັ້ນ ແລະ ມີຮ່ອງຮອຍໃໝ່ພຽງ ເລັກໜ້ອຍ ແລະ ບາງຂໍ້ມູນກໍບໍ່ມີ ຄວາມຈິງ ເຊິ່ງພາກລັດກຳລັງສືບ ຕໍ່ດຳເນີນການ ເພື່ອຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມກົດໝາຍ. ທັງ ນີ້, ກໍເພື່ອເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ການປົກປັກຮັກສາປ່າໄມ້ແນ ໃສ່ກຳຈັດການບຸກລຸກທຳລາຍປ່າ ໃຫ້ຫລຸດໜ້ອຍຖອຍລົງ. ສ່ວນເຂດພູ ກອງເຂົ້າທີ່ເປັນຫາງສຽງຈາກສັງ ຄົມນັ້ນ ທາງວິຊາການຍັງບໍ່ສາມາດ ເຂົ້າເຖິງພື້ນທີ່ເທື່ອ ເນື່ອງຈາກພາ ຫະນະໄປບໍ່ຮອດ ແຕ່ຈະພະຍາຍາມ ຊອກຫາວິທິທາງໃນການເຂົ້າເຖິງ ສະຖານທີ່ດັ່ງກ່າວໃຫ້ໄດ້ ເພື່ອນຳ ເອົາຄວາມກະຈ່າງແຈ້ງມາສູ່ສັງຄົມ ໄດ້ຮັບຊາບຕື່ມອີກ. ທ່ານ ຄຳສອນ ກຸນນະວົງ ຍັງ ໃຫ້ຮູ້ຕື່ມວ່າ: ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ຢູ່ພາຍໃຕ້ການຄຸ້ມ ຄອງຂອງກະຊວງປ້ອງກັນປະເທດ ມາຮອດຕົ້ນປີ 2022 ໄດ້ປ່ຽນຈາກ ປ່າສະຫງວນແຫ່ງຊາດ ເປັນອຸທິ ຍານແຫ່ງຊາດພູເຂົາຄວາຍ ໂດຍ ແມ່ນກອງຄຸ້ມຄອງອຸທິຍານແຫ່ງ ຊາດພູເຂົາຄວາຍກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບພະແນກກະ ສິກຳ ແລະ ປ່າໄມ້ ແຂວງວຽງຈັນ ແລະ ກະຊວງປ້ອງກັນປະເທດເປັນ ຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອ ຕິດຕາມການບຸກລຸກເນື້ອທີ່ປ່າ ເພື່ອ ທຳການຜະລິດ ລວມເຖິງການລັກ ລອບຕັດໄມ້ເຂດປ່າສະຫງວນ ໂດຍ ບໍ່ໄດ້ຮັບອະນຸຍາດ ແລະ ບັນຫາ ອື່ນໆ. ຂໍ້ມູນ: ບຸນຖະຫນອມ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 3 ພຶດສະພາ 2024 ນີ້ວ່າ: ບົດຮຽນປະຫວັດສາດກ່ຽວ ກັບມູນເຊື້ອມິດຕະພາບ, ຄວາມສາ ມັກຄີແບບພິເສດ ລະຫວ່າງປະຊາ ຊົນສາມປະເທດອິນດູຈີນ ໂດຍສະ ເພາະການຮ່ວມສຳພັນສູ້ຮົບສະ ຫວ່າງ ຫວຽດນາມ ແລະ ລາວ ໃນ ບັ້ນຮົບດຽນບຽນຟູ ມາເຖິງປັດຈຸບັນ ຍັງມີຄຸນຄ່າດັ່ງເດີມ ແລະ ເພື່ອເສີມ ຂະຫຍາຍມູນເຊື້ອດັ່ງກ່າວ, ພວກ ເຮົາຕ້ອງສືບຕໍ່ເສີມຂະຫຍາຍບັນ ດາບົດຮຽນ, ຈິດໃຈຕ້ອງຕໍ່ສູ້, ເສີມ ຂະຫຍາຍກຳລັງແຮງຂອງກ້ອນມະ ຫາສາມັກຄີຊົນຊາດ, ຮ່ວມຈິດ ຮ່ວມໃຈແກ້ໄຂທຸກຄວາມຫຍຸ້ງຍາກ ລຳບາກ ເພື່ອຕີຊະນະສັດຕູ, ເສີມ ຂະຫຍາຍກຳລັງແຮງພາຍໃນ, ຍົກສູງຈິດໃຈເອກະລາດເປັນເຈົ້າ ຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ຕັດ ສິນໃຈລະຜ່ານຜ່າທຸກຄວາມຫຍຸ້ງ ຍາກລຳບາກ ເພື່ອຍາດເອົາໄຊຊະ ນະ, ສືບທອດ ແລະ ພັດທະນາບົດ ຮຽນກ່ຽວກັບການເຄົາລົບຄວາມ ເປັນຈິງ, ກຳແໜ້ນທັດສະນະພຶດຕິ ກຳຕົວຈິງ, ປະດິດສ້າງໃນການກະ ທຳຢ່າງທັນການເພື່ອບັນລຸເປົ້າໝາຍ ສູງສຸດ, ເພີ່ມທະວີຄວາມສາມັກຄີ, ເປີດກວ້າງສາຍພົວພັນການຕ່າງ ປະເທດ, ຍາດແຍ່ງການສະໜັບສະ ໜູນ, ຊ່ວຍເຫລືອຂອງບັນດາປະ ເທດອ້າຍນ້ອງ, ເພື່ອນມິດສາກົນ ແລະ ຄຽງບ່າຄຽງໄຫລ່ເຊິ່ງກັນ ແລະ ກັນ. ໃນສະເພາະໜ້າ, ສອງປະເທດ ຫວຽດນາມ-ລາວ ຄວນສຸມໃສ່ພາ ລະກິດພັດທະນາ ຂອງແຕ່ລະປະ ເທດ, ຕ້ອງຍົກສູງຈິດໃຈຮັກຊາດ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ເຊີດຊູຊົນຊາດ, ເຂັ້ມແຂງດ້ວຍຕົນ ເອງ, ບໍ່ຍອມຮັບຄວາມທຸກຍາກ ແລະ ຫລ້າຫລັງ, ຕັດສິນໃຈໃນຜ່ານ ຜ່າສິ່ງທ້າທາຍ, ເສີມຂະຫຍາຍຫົວ ຄິດປະດິດສ້າງ, ກ້າຄິດກ້າເຮັດ, ຍາມໃດກໍສະໜິດຕິດແທດລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ວິໄຈ ບັນດາການພັດທະນາໃໝ່ຂອງສະ ພາບການໂລກ ແລະ ພາຍໃນຢ່າງ ຖືກຕ້ອງ ແລະ ພັດທະນາທິດສະດີ ຢ່າງປະດິດສ້າງ ເພື່ອນຳພາພາລະ ກິດປ່ຽນແປງໃໝ່ ກ້າວເຂົ້າສູ່ໄຊຊະ ນະ ແລະ ອື່ນໆ. ສຳລັບ ສາຍພົວພັນ ຫວຽດ ນາມ-ລາວ ໃຫ້ສືບຕໍ່ພາສາຍພົວພັນ ດ້ານການເມືອງກ້າວເຂົ້າສູ່ລວງ ເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ເປັນຢ່າງດີ, ພິເສດຕ້ອງສືບຕໍ່ປົກປັກ ຮັກສາ ແລະ ຍົກສູງປະສິດທິຜົນບັນ ດາກົນໄກການຮ່ວມມືລະຫວ່າງ ການນຳຂັ້ນສູງສອງປະເທດ, ເຊື່ອມ ຊຶມ ແລະ ຍົກສູງຄວາມຮັບຮູ້ລວມ ກ່ຽວກັບລະດັບຄວາມສຳຄັນຂອງ ສາຍພົວພັນພິເສດຫວຽດນາມລາວ ສູ່ທຸກຊັ້ນຄົນຂອງສອງປະ ເທດ. ພ້ອມທັງຍົກລະດັບການ ຮ່ວມມືດ້ານເສດຖະກິດ ຂອງສອງ ປະເທດຜ່ານການເປີດກວ້າງ,ຍົກລະ ດັບການເຊື່ອມຈອດຄົມມະນາຄົມ ຕາ ເວັນອອກ-ຕາເວັນຕົກ, ສ້າງຕັ້ງ ກົນໄກຮ່ວມມືຢ່າງຄົບຊຸດ, ນະໂຍ ບາຍພິເສດ, ອຳນວຍຄວາມສະດວກ ໃຫ້ແກ່ວິສາຫະກິດ ຂອງສອງປະ ເທດລົງທຶນ, ແກ້ໄຂຂໍ້ຄົງຄ້າງດ້ວຍ ບັນດາມາດຕະການກ້າວກະໂດດ, ເສີມຂະຫຍາຍບັນດາຮູບແບບການ ຮ່ວມມືໃໝ່ ເພື່ອຍາດແຍ່ງທ່າແຮງ ບົ່ມຊ້ອນຂອງສອງປະເທດ ແລະ ຍາດແຍ່ງຄວາມບົ່ມຊ້ອນດ້ານທຶນ ຮອນ, ບົດຮຽນ, ເຕັກໂນໂລຊີຂອງຄູ່ ຮ່ວມມື, ຍາດແຍ່ງສົນທິສັນຍາການ ຄ້າເສລີສະບັບຕ່າງໆ ເພື່ອເພີ່ມທະ ວີປະສິດທິຜົນດ້ານການຄ້າ, ເປີດ ກວ້າງການຕະຫລາດ ແລະ ດຶງດູດ ການລົງທຶນ, ສຸມໃສ່ພັດທະນາ ແຫລ່ງຊັບພະຍາກອນມະນຸດເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການກ່ຽວກັບການພັດທະນາ ຂອງແຕ່ລະປະເທດ, ພ້ອມທັງປະ ກອບສ່ວນຮັດແໜ້ນຄວາມຮັກແພງ ສະໜິດຕິດແທດ, ຄວາມສາມັກຄີ ລະຫວ່າງປະຊາຊົນສອງປະເທດ. ໂອກາດນີ້, ທ່ານ ຫງວຽນ ບ໋າ ຮຸ່ງ ຍັງໄດ້ສະແດງຄວາມເອກອ້າງ ທະນົງໃຈຕໍ່ບັນດາຄວາມມານະພະ ຍາຍາມອັນໃຫຍ່ຫລວງຂອງຫລາຍ ຮຸ່ນຄົນ ໃນການສ້າງສາປະເທດ ຊາດ, ເພີ່ມພູນຄຸນສ້າງໃຫ້ແກ່ສາຍ ພົວພັນຫວຽດນາມ-ລາວແຕກດອກ ອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາສາຍ ພົວພັນນີ້ກາຍເປັນແບບຢ່າງ, ບໍລິ ສຸດຜຸດຜ່ອງ ແລະ ເປັນຮູບແບບອັນ ໜຶ່ງອັນດຽວໃນໂລກ. ດ້ວຍຄວາມ ເອົາໃຈໃສ່ຢ່າງສະໜິດຕິດແທດ ຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດ, ຮ່ວມກັບຄວາມມານະພະ ຍາຍາມຂອງບັນດາກະຊວງ, ຂະ ແໜງການ, ບັນດາອົງການຈັດຕັ້ງ ຢູ່ສູນກາງ ແລະ ທ້ອງຖິ່ນ, ບັນດາວິ ສາຫະກິດ ພວກເຮົາມີພື້ນຖານຢ່າງ ຄົບຖ້ວນ ເພື່ອຮັກສາຄວາມເຊື່ອໝັ້ນ ຕໍ່ອະນາຄົດອັນສະຫວ່າງສະໄຫວ ຂອງແຕ່ລະປະເທດ ກໍຄືສາຍພົວພັນ ສາມັກຄີແບບພິເສດຫວຽດນາມລາວ ຂຽວສົດງົດງາມ, ໝັ້ນຄົງຂະ ໜົງແກ່ນຕະຫລອດກາລະນານ. ຂ່າວ: ທະນູທອງ,ພາບ: ອ່າຍຄຳ ຫົວໜ້າສຳນັກງານທະນາຄານພັດ ທະນາອາຊີປະຈຳ ສປປ ລາວ ໃຫ້ ຮູ້ວ່າ: ໃນປີ2023, ເສດຖະກິດຂອງ ສປປ ລາວ ຍັງຟື້ນຕົວໃນລະດັບ ປານກາງ ໂດຍໄດ້ຮັບແຮງຍູ້ຈາກ ຂະແໜງການບໍລິການໂດຍສະເພາະ ແມ່ນການທ່ອງທ່ຽວ ແລະ ການຄ້າ ເຖິງຢ່າງໃດກໍຕາມ, ແຮງກົດດັນ ຈາກໜີ້ສິນທີ່ບໍ່ໝັ້ນຄົງ ແລະອັດ ຕາເງິນເຟີ້ສູງອາດຈະສົ່ງຜົນໃຫ້ ການຟື້ນຕົວຂອງເສດຖະກິດໂດຍ ລວມຂອງປະເທດຊ້າລົງ. ຄວາມກົດ ດັນຂອງອັດຕາເງິນເຟີ້ໃນປະເທດ ຄາດວ່າຈະຍັງມີຢູ່ເນື່ອງຈາກທຸລະ ກິດຕ່າງໆ ໄດ້ເພີ່ມລາຄາເພື່ອໃຫ້ກຸ້ມ ກັບຕົ້ນທຶນທີ່ເພີ່ມສູງຂຶ້ນຍ້ອນການ ອ່ອນຄ່າຂອງຄ່າເງິນກີບ ແລະ ຄ່າ ຈ້າງແຮງງານທີ່ເພີ່ມສູງຂຶ້ນ, ລາຄາ ຜູ້ບໍລິໂພກຄາດວ່າຈະເພີ່ມຂຶ້ນໂດຍ ສະເລ່ຍ ຢູ່ໃນລະດັບ20% ໃນປີ 2024ກ່ອນທີ່ຈະຫລຸດລົງມາລະດັບ ປານກາງເຖິງ 7% ໃນປີ 2025. ສຳລັບສິ່ງທ້າທາຍດ້ານເສດຖະ ກິດ ແລະ ການເງິນຂອງ ສປປ ລາວ ໂດຍສະເພາະໜີ້ສິນສາທາລະນະ ທີ່ສູງ, ການອ່ອນຄ່າຂອງເງິນກີບ ແລະອັດຕາເງິນເຟີ້ທີ່ສູງຂຶ້ນລ້ວນແຕ່ ມີສ່ວນເຮັດໃຫ້ເກີດສິ່ງທ້າທາຍ ດ້ານອາຫານ ແລະ ໂພຊະນາການ ຢ່າງຕໍ່ເນື່ອງ. ປະຊາກອນຢູ່ເຂດຊົນ ນະບົດມີທ່າອ່ຽງວ່າ ຈະປະສົບກັບ ບັນຫາຂາດແຄນອາຫານຫລາຍ ກວ່າປະຊາກອນຢູ່ເຂດຕົວເມືອງ ເຖິງສອງເທົ່າ, ຄວາມບໍ່ໝັ້ນຄົງດ້ານ ສະບຽງອາຫານແລະໂພຊະນາການ ເຮັດໃຫ້ເກີດຄ່າໃຊ້ຈ່າຍສູງ, ລວມ ທັງການຂາດສານອາຫານທີ່ສາ ມາດສົ່ງຜົນຕໍ່ການຮຽນຮູ້ ແລະ ທັກ ສະຂອງເດັກນ້ອຍຫລຸດລົງ. ຢ່າງ ໃດກໍ່ຕາມລັດຖະບານ ໄດ້ປະຕິບັດ ມາດຕະການຜ່ອນຄາຍຄວາມຂັດ ສົນຂອງຄົວເຮືອນ ໂດຍເຮັດວຽກ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ເພື່ອ ເພີ່ມທະວີການຊ່ວຍເຫລືອສັງ ຄົມ, ປັບປຸງການບໍລິການດ້ານສາ ທາລະນະສຸກ, ພ້ອມທັງລົງທຶນໃສ່ ນໍ້າສະອາດ ແລະ ສຸຂະພິບານ. ຂໍ້ມູນ: ໜັງສືພິມປະຊາຊົນ

xtgmf]k; 3 06/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ (ເນື່ອງໃນໂອກາດວັນເກີດ ທ່ານ ກາກມາກ 5 ພຶດສະພາ 1818-5 ພຶດສະພາ 2024) ບົດສະເໜີ ຮຽບຮຽງໂດຍ: ພິດສະໄໝ mj ko dkd,kd oa dxa f-tpk c]t oa dxt8y ;a fmuj pyj '.spj 0v'-q o-A ode,t-u [ * ເດືອນພຶດສະພາ ມີຫລາຍວັນ ສຳຄັນທາງປະຫວັດສາດ, ທັງຂອງ ຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີ ວັນເກີດຂອງທ່ານກາກມາກຜູ້ທີ່ໄດ້ ໃຫ້ກໍາເນີດປັດຊະຍາມາກສິດ: ລັດ ທິວັດຖຸນິຍົມສັດຈະວິພາກ, ລັດທິວັດ ຖຸນິຍົມປະຫວັດສາດ ເສດຖະສາດ ການເມືອງ ແລະ ລັດທິກອມມູນິດວິ ທະຍາສາດ. ໃນສອງສາມວັນນີ້,ໜັງ ສືພິມປະເທດລາວ ຂໍນຳເອົາປະຫວັດ ສາດ ແຫ່ງຊີວິດ ແລະ ການເຄື່ອນ ໄຫວຂອງທ່ານກາກມາກມານໍາສະ ເໜີໃຫ້ທຸກທ່ານ ພ້ອມກັນທົບທວນ ຫວນຄືນນໍາກັນຕື່ມອີກເທື່ອໜຶ່ງ. ທ່ານ ກາກມາກ ເກີດເມື່ອວັນທີ 5 ພຶດສະພາ1818 ທີ່ເມືອງເດີເຣຍ, ແຂວງເຣນ ປະເທດເຢຍລະມັນ ໃນຄອບຄົວປັນຍາຊົນ, ແຕ່ຍັງເຍົາ ໄວກາກມາກ ໄດ້ຮັບການສຶກສາອົບ ຮົມ ແລະ ຫລໍ່ຫລອມ ບົນຈິດໃຈຜູ້ກໍ່ ຕັ້ງລັດທິເສລີພາບ, ມະນຸດສະທໍາ, ຮຽນຈົບການສຶກສາຂັ້ນມັດທະຍົມ ຢູ່ເມືອງເຕີເຣຍ ດ້ວຍການຂຽນບົດ ວິກະຍານິພົນຈົບຊັ້ນ ຊື່ວ່າ: “ການ ຮິ່ນຕອງຂອງຊາຍສະກັນໃນການ ເລືອກເຟັ້ນອາຊີບ” ບົດວິທະຍານິ ພົນດັ່ງກ່າວໄດ້ສ່ອງແສງ ໃຫ້ເຫັນ ຜົນກະທົບທາງດ້ານຈິດໃຈຕໍ່ການ ສ້າງຕັ້ງລັດທິເສລີພາບ ຂອງເພິ່ນ ແຕ່ຄາວຍັງເຍົາໄວ, ຮຽນຈົບສຶກສາ ປະລິນຍາຕີທາງກົດໝາຍຢູ່ມະຫາ ວິທະຍາໄລແບກແລງ, ຮຽນຈົບປະ ລິນຍາໂທ ແລະ ເອກຢູ່ມະຫາວິທະ ຍາໄລເຈນາ. ໃນບົດວິທະຍານິພົນ ປ້ອງກັນປະລິນຍາເອກ ກາກມາກ ໂດ້ຢືນຢູ່ບົນຫລັກໝັ້ນຂອງນັກປະ ຊາທິປະໄຕ ປະຕິວັດ ເພື່ອແກ້ໄຂບັນ ຫາສັງຄົມ ຂອງປະເທດເຢຍລະ ມັນໃນ ເວລານັ້ນ. ພາຍຫລັງຮຽນ ຈົບມະຫາວິທະຍາໄລ ກາກມາກ ໄດ້ເຂົ້າເຮັດວຽກ ເປັນນັກໜັງສືພິມ ຢູ່ແຂວງເຮນ, ຫລັງຈາກນັ້ນ ເຄິ່ງປີ ຄື: ເດືອນ 10 ປີ 1842 ເພິ່ນໄດ້ກາຍ ເປັນເຈົ້າຂອງໜັງສືພິມສະບັບນັ້ນ. ພາຍໃຕ້ການຊີ້ນໍາຂອງມາກ ໜັງສື ພິມດັ່ງກ່າວ ໄດ້ນໍາສະເໜີແນວຄິດ ປະຊາທິປະໄຕອອກນັບມື້ນັບແຈ້ງ, ກາກມາກ ໄດ້ຫັນໜັງສືພິມຈາກອົງ ການທີ່ສະໜັບສະໜູນລັດຖະບານ ໄປເປັນອົງການຕໍ່ຕ້ານລັດຖະບານ, * ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການ ການປະຕິບັດ ໜ້າທີ່ການເມືອງ ຂອງພັກ-ລັດ ໃນ ໄລຍະໃໝ່, ການຂຸດຄົ້ນທ່າແຮງພາຍ ໃນເຂົ້າໃນການສ້າງລາຍຮັບ ທີ່ຕິດ ພັນກັບວຽກງານວິຊາສະເພາະຕາມ ທິດ ເພິ່ງຕົນເອງກຸ້ມຕົນເອງສ້າງ ຄວາມເຂັ້ມເແຂງດ້ວຍຕົນເອງ. ທ່ານແສງອາລຸນຊາພັກດີຮອງ ຜູ້ອຳນວຍການບໍລິສັດ 1 ມີນາ ມຸງ ຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີກອງ ທັບ (1 ມກຜ) ໄດ້ໃຫ້ຮູ້ວ່າ: ບໍລິສັດ 1 ມີນາມຸງ ຄຸນກໍ່ສ້າງ ແລະ ຜະລິດ ເຟີນີເຈີ ກອງທັບ ມີຊື່ເອີ້ນຫຍໍ້ວ່າ: ບໍລິສັດ 1 ມກຜ, ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການປະຕິ ບັດໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໝ່, ການຂຸດຄົ້ນທ່າແຮງ ພາຍໃນເຂົ້າໃນການສ້າງລາຍຮັບທີ່ ຕິດພັນກັບວຽກງານວິຊາສະເພາະ ຕາມທິດເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບປະກັນຄວາມພ້ອມທາງ ດ້ານວັດຖຸ, ການບໍລິການ ການກໍ່ ສ້າງ-ສ້ອມແປງເຄຫາສະຖານ, ການຜະລິດເປັນສິນຄ້າ ບໍລິສັດ ຈຶ່ງ ໂດຍ: ບຸນອູ້ມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ [= ]y la f 1 ,dz 8v[lt|v' dkoxt8y [a f|h kmu j dkog,n v' .ow]pt.\j ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານ ການຮ່ວມມືລະຫວ່າງກະຊວງປ້ອງ ກັນປະເທດ ກໍຄືໃນນາມຂອງລັດຖະ ບານແຫ່ງ ສປປ ລາວ ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງ ທຶນຈຳກັດຜູ້ດຽວ, ບໍລິສັດ 1 ມກຜ ໄດ້ມີການເຄື່ອນໄຫວ ແລະ ດຳເນີນ ທຸລະກິດພາຍໃຕ້ການຊີ້ນຳໂດຍກົງ ຂອງກົມໃຫຍ່ພະລາທິການ ກໍຄືໃນ ນາມກະຊວງປ້ອງກັນ ປະເທດເວົ້າ ລວມ,ສຳລັບຈຸດປະສົງໃນການສ້າງ ຕັ້ງບໍລິສັດ 1 ມກຜ ຂຶ້ນນັ້ນກໍເພື່ອ ເປັນການຍົກລະດັບວຽກງານສຳ ຫລວດອອກແບບຄິດໄລ່-ກໍ່ສ້າງ- ສ້ອມແປງເຄຫາສະຖານ ແລະ ການ ຜະລິດເຟີນີເຈີ ຂອງກອງກໍ່ສ້າງສ້ອມແປງໃນແຕ່ກ່ອນຕາມຮູບແບບ ປັບປຸງ,ກໍ່ສ້າງ,ສ້ອມແປງ,ປະກອບ ພາຫະນະ ແລະ ເຄື່ອງຈັກທີ່ທັນສະ ໄໝເຂົ້າໃນສາຍພານການຜະລິດ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝແລະ ເພື່ອຍົກສູງປະລິມານການຜະລິດ ພ້ອມທັງຮັບປະກັນທາງດ້ານຄຸນນະ ພາບສະໜອງໃຫ້ກະຊວງປ້ອງກັນ ປະເທດ ແລະ ຕະຫລາດທົ່ວໄປ, ມີ ການຄຸ້ມຄອງບໍລິຫານໂດຍສອດ ຄ່ອງຕາມລະບຽບກົດໝາຍ, ມີຜົນ ກໍາໄລ ແລະ ຕ່າງຝ່າຍຕ່າງມີຜົນປະ ໂຫຍດຮ່ວມກັນ, ການເຄື່ອນໄຫວ ດຳເນີນທຸລະກິດແມ່ນພວກເຮົາໃຫ້ ບໍລິການ ແລະ ຜະລິດຕະພັນຫລັກ ຂອງບໍລິສັດລວມມີ: ໃຫ້ບໍລິການສຳ ຫລວດອອກແບບຄິດໄລ່, ປະເມີນ ລາຄາວຽກເຄຫາສະຖານພາຍໃນ ກະຊວງປ້ອງກັນປະເທດ ແລະ ໃຫ້ ບໍລິການລູກຄ້າທົ່ວໄປ, ໃຫ້ບໍລິການ ວິໄຈຂໍ້ມູນປະເມີນຜົນກະທົບທາງ ດ້ານສິ່ງແວດລ້ອມ-ສັງຄົມ, ເປັນທີ່ ປຶກສາຄຸ້ມຄອງໂຄງການກໍ່ສ້າງ ເຄ ຫາສະຖານພາຍໃນກະຊວງປ້ອງ ກັນປະເທດ, ສ້າງຕັ້ງໂຮງງານອຸດ ສາຫະກຳເບົາເພື່ອຜະລິດວັດສະດຸ ກໍ່ສ້າງເຄື່ອງເຟີນີເຈີປະເພດໄມ້, ໂລຫະ ແລະ ອື່ນໆ ເພື່ອສະໜອງໃຫ້ ກະຊວງປ້ອງກ ັນປະເທດ ແລະ ສະ ໜອງໃຫ້ຕະຫລາດທົ່ວໄປ. ທ່ານ ແສງອາລຸນ ຊາພັກດີ ໃຫ້ ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນກຳ ມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1885 -1 ພຶດສະພາ 2024) ທີ່ໄດ້ໝູນວຽນມາອີກ ວາ ລະໜຶ່ງຂໍສະແດງຄວາມຮູ້ບຸນຄຸນ ມາຍັງຄະນະຊີ້ນຳຂອງກະຊວງ ປ້ອງກັນປະເທດ ກໍຄືກົມໃຫຍ່ພະລາ ທິການກອງທັບທີ່ໄດ້ອຳນວຍຄວາມ ສະດວກ ແລະ ໃຫ້ທິດຊີ້ນຳຊຸກຍູ້ ສົ່ງເສີມວຽກງານບໍລິສັດ ໂດຍດີຕະ ຫລອດມາ, ຂໍອວຍພອນໄຊໃຫ້ແກ່ ຄະນະນຳຈາກກະຊວງ, ກົມກອງ ແລະ ອ້າຍເອື້ອຍນ້ອງ ພະນັກງານຜູ້ ໃຊ້ແຮງງານທຸກທ່ານໃນຂອບເຂດ ທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄື ພະນັກງານ ບໍລິສັດ 1 ມກຜ, ຂໍອວຍພອນໃຫ້ທຸກທ່ານພ້ອມດ້ວຍ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກຄວາມຈະເລີນຮຸ່ງ ເຮືອງໃນໜ້າທີ່ການງານພ້ອມດ້ວຍ ມີກໍາລັງກາຍ, ກຳລັງໃຈ ແລະ ກຳ ລັງສະຕິປັນຍາ ເປັນກໍາລັງທີ່ສໍາຄັນ ໃນການພັດທະນາວຽກງານຂອງ ບໍລິສັດ ກໍຄືປະກອບສ່ວນໃນການ ສ້າງສາພັດທະນາເສດຖະກິດຂອງ ປະເທດ ໃຫ້ມີຄວາມຈະເລີນ ແລະ ກ້າວໜ້າຍິ່ງໆຂຶ້ນໄປ, ເວລາໃດບໍລິ ສັດ 1ມກຜ ກໍເຫັນຄວາມສຳຄັນ ຂອງພະນັກງານທຸກຄົນບໍ່ວ່າຈະ ເປັນຜູ້ເຮັດວຽກບໍລິຫານ ແລະ ຜູ້ທີ່ ເຮັດວຽກຢູ່ໃນພະແນກກໍ່ສ້າງ ແລະ ຜະລິດເຟີນີເຈີ ທຸກພາກສ ່ວນ ແລະ ບໍລິສັດຂອງພວກເຮົາຍັງມີຄວາມ ມຸ່ງໝັ້ນທີ່ຈະຍົກລະດັບຄຸນນະພາບ ຊີວິດການເປັນຢູ່ຂອງພະນັກງານ ທຸກຄົນໃຫ້ມີລາຍໄດ້ສູງຂຶ້ນ, ໄດ້ຮັບ ການປະຕິບັດຢ່າງເປັນທຳມີຫລັກ ປະກັນສັງຄົມທີ່ໝັ້ນຄົງລວາມທັງ ຄວາມປອດໄພໃນເວລາປະຕິບັດ ວຽກງານຂອງຕົນເອງ. ໄດ້ໂຈມຕີລັດຖະບານເຢຍລະມັນ ຢ່າງແຂງແຮງ. ເພື່ອດໍາເນີນການຕໍ່ສູ້ການເມືອງ ຕ້ານລັດຖະບານ ກາກມາກ ເຫັນວ່າ ມີຄວາມຈໍາເປັນຕ້ອງຢືນຢູ່ຄຽງ ຂ້າງມະຫາຊົນຊາວຜູ້ອອກແຮງ ງານ, ຜູ້ທຸກຍາກ, ປົກປ້ອງສິດຜົນປະ ໂຫຍດ ແລະ ຊັບສິນ ຂອງພວກເຂົາ ເຈົ້າ, ໄລຍະເຮັດວຽກ ຢູ່ໜັງສືພິມ, ທ່ານໄດ້ຂຽນບົດຄວາມອອກໜັງ ສືພິມ ເພື່ອປຸກລະດົມຊົນກໍາມາຊີບ ໃຫ້ລຸກຂຶ້ນຕໍ່ຕ້ານພວກນາຍທຶນທີ່ ກົດຂີ່ຂູດຮີດ. ຍ້ອນລັກສະນະທາດ ແທ້ປະຕິວັດຂອງໜັງສືພິມປີ1843 ໜັງສືພິມຂອງທ່ານ ໄດ້ຖືກລັດຖະ ບານເຢຍລະມັນ ສັ່ງປິດ. ທ້າຍປີ 1843 ກາກມາກພ້ອມກັບອາກ ໂນນຣູເກີ (ຝ່າຍເຣແກນຫນຸ່ມ) ໄດ້ ເດີນທາງໄປນະຄອນຫລວງປາຣີ ເພື່ອຈໍາໜ່າຍວາລະສານ “ລາຍປີ ຝຣັ່ງ - ເຢຍລະມັນ” ໂດຍໄດ້ຮັບ ການຮ່ວມມີຈາກ ຟ.ອັງແກນ ແລະ ຣາຍເນີ (ນັກກະວີປະຕິວັດຜູ້ຍິ່ງໃຫ ຍ່ຂອງເຢຍລະມັນ) ການຈໍາໜ່າຍ ວາລະສານດັ່ງກ່າວໄດ້ສົ່ງຜົນສະທ້ ອນໃຫຍ່ຫລວງຕໍ່ຊີວິດການເມືອງ - ສັງຄົມຍຸກນັ້ນ. ປີ 1844 ກາກມາກ ແລະ ຟ.ອັງແກນ ໄດ້ຮ່ວມກັນຂຽນ ວັນນະກໍາຫລາຍເລື່ອງ, ພວກເພິ່ນ ເນັ້ນໜັກເປັນພິເສດ ບົດບາດຂອງ ມະຫາຊົນຊາວຜູ້ອອກແຮງງານ, ຊາວກໍາມາຊີບໃນປະຫວັດສາດ. ເດືອນ 2 ປີ 1845 ກາກມາກ ຖືກ ລັດຖະບານ ຝຣັ່ງຄໍາສັ່ງເນລະ ເທດ ທ່ານຈໍາຕ້ອງໄປນະຄອນຫລວງ ບຣຸກແຊນ ປະເທດແບນຊິກ, ຍ້ອນ ນະຄອນ ຫລວງບຸກແຊນເວລານັ້ນ ໄດ້ກາຍເປັນໃຈກາງ ຂອງຂະບວນ ການ ປະຊາທິປະໄຕຂອງໂລກ, ຢູ່ ທີ່ນັ້ນ ມາກ ແລະ ອັງແກນ ໄດ້ຮ່ວມ ກັນສ້າງທິດສະດີ ປະຕິວັດ ແລະ ໂຄສະນາເຜີຍແຜ່ເຂົ້າໃນຂະບວນ ການກໍາມະກອນ. ທ່ານ ມາກໄດ້ຮ່ວມມືກັບທ່ານ ອັງແກນ ເພື່ອນຮ່ວມຮົບຜູ້ໃກ້ຊິດ ຂອງທ່ານ ຄົ້ນຄວ້າບັນຫາຕ່າງໆ ທີ່ເປັນພື້ນຖານທາງດ້ານແນວຄິດ ແລະທິດສະດີປະຕິວັດວິທະຍາສາດ ເພື່ອລົບລ້າງສັງຄົມເກົ່າ, ກໍ່ສ້າງສັງ ຄົມໃໝ່ ສັງຄົມນິຍົມ ແລະ ສັງຄົມ ກອມມູນິດ ເຊິ່ງປາສະຈາກການກົດ ຂີ່ຂູດແລະບໍ່ມີການຕໍ່ສູ້ຂັດແຍ່ງກັນ. ຈາກນັ້ນທ່ານກໍໄດ້ສ້າງຕັ້ງອົງການ ສະຫະພັນແຮງງານສາກົນ. ເປັນຂີດ ໝາຍອັນໜຶ່ງທີ່ສະແດງໃຫ້ເຫັນເຖິງ ຜົນສໍາເລັດໃນພາລະກິດ ຂອງທ່ານ ກາກມາກ. ທ່ານ ກາກມາກ ໄດ້ໃຫ້ ກໍາເນີດປັດຊະຍາມາກຊິດ ລວມມີ: ລັດທິວັດຖຸນິຍົມສັດຈະວິພາກ, ລັດ ທິວັດຖຸນິຍົມ ປະຫວັດສາດ, ເສດຖະ ສາດການເມືອງ ແລະ ລັດທິກອມ ມູນິດວິທະຍາສາດ. ທ່ານໄດ້ຍົກໃຫ້ ເຫັນຢ່າງແຈ່ມແຈ້ງວ່າ ກໍາລັງແຮງ ຂອງມະຫາຊົນເປັນຜູ້ສ້າງປະຫວັດ ສາດ ແລະ ການຕໍ່ສູ້ຊົນຊັ້ນແມ່ນກໍາ ລັງແຮງຕັດສິນການຂະຫຍາຍຕົວ ຂອງສັງຄົມທີ່ມີຊົນຊັ້ນຂູດຮີດ ແລະ ທ່ານ ໄດ້ ພິສູດວ່າການລົບລ້າງລັດ ທິທຶນນິຍົນ ໄປສູ່ເສັ້ນທາງສັງຄົມ ນິຍົມ ແມ່ນຈະຕ້ອງໄປຕາມບັນດາ ກົດເກນພາວະວິໄສຂອງການຂະ ຫຍາຍຕົວຂອງສັງຄົມມະນຸດ. ຈາກຜົນງານແລະຄຸນງາມຄວາມ ດີຂອງເພິ່ນ, ທ່ານ ກາກມາກ ຈິ່ງໄດ້ ຮັບການຍອມຮັບ ຈາກບັນດານັກ ປາດທາງດ້ານການເມືອງທີ່ສໍາຄັນ ແລະ ດີເດັ່ນຂອງໂລກ. ທ່ານ ກາກ ມາກ ເປັນນັກ ທິດສະດີຜູ້ຍິ່ງໃຫຍ່, ເປັນຜູ້ນໍາທີ່ປີຊາສາມາດ ແລະ ເປັນ ອາຈານຜູ້ຍິ່ງໃຫຍ່ຂອງຂະບວນກໍາ ມະກອນສາກົນ, ເປັນຜູ້ໃຫ້ກໍາເນີດ ລັດທິກອມມູນິດວິທະຍາສາດ ເຊິ່ງ ເປັນທິດສະດີປ່ຽນແປງ ແລະ ດັດ ສ້າງໂລກ. * ຜົນງານການຕັ້ງໜ້າແກ້ໄຂ ຄວາມ ທຸກຍາກ ຂອງປະຊາຊົນບັນ ດາເຜົ່າພາຍໃນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຖືກຍົກຂຶ້ນມາ ໃຫ້ ເຫັນໃນໂອກາດທີ່ທ່ານແກ້ວຈະ ເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳ ມາທິການ ບັນດາເຜົ່າສະພາແຫ່ງ g,n v'-P'Ij vo 8A '|h kcdh w0 7;k,m5 dpkd0v'xt-k-q o ຊາດ ພ້ອມດ້ວຍສະມາຊິກສະພາ ແຫ່ງຊາດເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ເຄື່ອນໄຫວຕິດຕາມກວດກາ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນ ກັບເກັບກໍາຫາງສຽງຄໍາສະເໜີຕໍ່ ສະພາແຫ່ງຊາດຂອງຜູ້ມີສິດເລືອກ ຕັ້ງຢູ່ເມືອງຊຽງຮ່ອນເມື່ອມໍ່ໆມານີ້. ທ່ານ ບຸນຈັນ ແກ້ວວິຊາ ຮອງ ເຈົ້າເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ເຖິງ ວ່າ ໃນໄລຍະ 1 ປີຜ່ານມາ ເມືອງ ຊຽງຮ່ອນ ໄດ້ພົບຄວາມຫຍຸ້ງຍາກ ຫລາຍປະການກໍຕາມ ໂດຍສະ ເພາະແມ່ນຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ການ ປ່ຽນແປງດິນຟ້າອາກາດ, ໄພທໍາມະ ຊາດ, ລາຄາສິນຄ້າ, ລາຄານໍ້າມັນ ເຊື້ອໄຟ, ອັດຕາແລກປ່ຽນ ແລະ ອັດ ຕາເງິນເຟີ້ມີທ່າອ່ຽງສູງຂຶ້ນກຕາມ, ແຕ່ພາຍໃຕ້ ການນໍາພາ-ຊີ້ນໍາຂອງ ອົງການປົກຄອງເມືອງຊຽງຮ່ອນ ເຮັດໃຫ້ທົ່ວເມືອງມີສະຖຽນລະ ພາທາງດ້ານການເມືອງສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ບັນດາ ຄາດໝາຍສູ້ຊົນຂອງຂະແໜງການ ຕ່າງໆ ໄດ້ບັນລຸຕາມແຜນທີ່ວາງ ໄວ້ເປັນສ່ວນໃຫຍ່, ການຈັດຕັ້ງປະ ຕິບັດເປົ້າໝາຍວຽກງານເສດຖະ ກິດໄລຍະ 3 ເດືອນຜ່ານມາ ເຫັນ ວ່າໄດ້ຮັບການພັດທະນາ ແລະ ຂະ ຫຍາຍຕົວຢ່າງຕໍ່ເນື່ອງດ້ວຍອັດ ຕາການຂະຫຍາຍຕົວໃນລະດັບ 7,15%; ລວມຍອດມູນຄ່າຜົນຜະ ລິດ ພາຍໃນບັນລຸ 873,37 ຕື້ກີບ; ສະເລ່ຍຕໍ່ຫົວຄົນໜື່ງໄດ້ 24 ລ້ານ ກີບຕໍ່ຄົນຕໍ່ປີ. ຮອງເຈົ້າເມືອງຊຽງຮ່ອນກ່າວ ຕື່ມວ່າ: ສຳລັບການແກ້ໄຂຄວາມ ທຸກຍາກກໍໄດ້ເອົາໃຈໃສ່ສົ່ງເສີມ ປະຊາຊົນທຳການຜະລິດປູກ-ລ້ຽງ ຕາມທ່າແຮງ, ຊຸກຍູ້ພາກທຸລະກິດ ເຂົ້າມາລົງທຶນຕິດພັນກັບການ ສົ່ງ ເສີມປະຊາຊົນປູກ-ລ້ຽງ ໂດຍສະ ເພາະແມ່ນ ການປູກຢາງພາລາກີບ ໂດຍປັດຈຸບັນທົ່ວເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາປະມານ 6.200 ເຮັກຕາ .ໃນນັ້ນ, ເນື້ອທີ່ໄດ້ ປາດແລ້ວປະມານ 4.224 ເຮັກຕາ, ສະເລ່ຍສະມັດຕະພາບຜົນຜະລິດ ໄດ້ 4,6 ໂຕນຕໍ່ເຮັກຕາ ເຊິ່ງໃນແຕ່ ລະປີການສົ່ງອອກຢາງພາລາໄດ້ ຫລາຍພັນໂຕນ ແລະ ສ້າງລາຍຮັບ ໃຫ້ເມືອງກໍຄືປະຊາຊົນຫລາຍສິບ ຕື້ກີບ. ອັນພົ້ນເດັ່ນໃນປີຜ່ານມານີ້, ການສົ່ງອອກຢາງພາລາຢູ່ເມືອງ ຊຽງຮ່ອນບັນລຸກວ່າ 52 ຕື້ກີບ. ນອກຈາກຢາງພາລາແລ້ວ ຍັງໄດ້ ສົ່ງເສີມການລ້ຽງສັດໃຫຍ່-ນ້ອຍ ເປັນສິນຄ້າສົ່ງອອກຕື່ມອີກ. ດ້ວຍ ການ ເອົາໃຈໃສ່ໃນໄລຍະຜ່ານມາ ເຮັດໃຫ້ຄວາມທຸກຍາກໄດ້ນັບມື້ ຫລຸດລົງ ເຊິ່ງປັດຈຸບັນທົ່ວເມືອງ ມີບ້ານພົ້ນທຸກ 28 ບ້ານ, ບ້ານບໍ່ພົ້ນ ທຸກ 15 ບ້ານ, ມີຄອບຄົວພົ້ນທຸກ ຫລາຍກວ່າ 4.200ຄອບຄົວ, ຄອບ ຄົວທຸກຍາກກວ່າ 2.000 ຄອບຄົວ; ບ້ານພັດທະນາ 20 ບ້ານ. ຂະນະທີ່ ວຽກງານ ປກຊ-ປກສ ໄລຍະຜ່ານ ມາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຢ່າງ ຮອບດ້ານເອົາໃຈໃສ່ນໍາພາ-ຊີ້ນໍາ ໂດຍກົງ, ຫັນລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດ ໝາຍຢ່າງມີຈຸດສຸມ.

RkJQdWJsaXNoZXIy MTc3MTYxMQ==