ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ເປັນໜຶ່ງໃນແຜນງານທີ່ສໍາຄັນຂອງລັດຖະບານ

06/05/2024 17:40
Email Print 298
ຂປລ ຂປລ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນໜຶ່ງໃນແຜນງານທີ່ສໍາຄັນຂອງລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະແມ່ນຍຸດທະສາດ ວ່າດ້ວຍການພັດທະນາ ລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດ ຮອດປີ 2030 ​​ເຊິ່ງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025


ຂປລ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນໜຶ່ງໃນແຜນງານທີ່ສໍາຄັນຂອງລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະແມ່ນຍຸດທະສາດ ວ່າດ້ວຍການພັດທະນາ ລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດ ຮອດປີ 2030 ​​ເຊິ່ງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂໍ້ມູນ ທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງພົນລະເມືອງ ໃນ ສປປ ລາວ ຊ່ວງໄລຍະ 10 ປີ ຜ່ານມາ ເພື່ອສ້າງ ແລະ ປັບປຸງ ລະບົບຂໍ້ມູນຂ່າວສານ ເພື່ອຕິດຕາມສະພາບ ການປ່ຽນແປງດ້ານປະຊາກອນ.

ຜົນສໍາເລັດຂອງການຈັດຕັ້ງປະຕິບັດການສໍາຫລວດ ຢ່າງມີປະສິດທິພາບປະສິດທິຜົນ ແມ່ນໄດ້ມາຈາກການຮ່ວມມືຂອງປວງຊົນລາວທັງຊາດ ລວມທັງພະນັກງານ, ທະຫານ, ຕຳຫລວດ ທີ່ດຳລົງຊີ ວິດໃນເຂດຕົວເມືອງ ແລະ ຊົນນະບົດ. ສະ​ນັ້ນ, ແຜນໂຄສະນາ ຈຶ່ງແມ່ນໜຶ່ງໃນວຽກງານທີ່ສໍາຄັນ ໃນຂະບວນການຈັດຕັ້ງປະຕິບັດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ສາມາດຈັດຕັ້ງປະຕິບັດ ສໍາເລັດຕາມແຜນທີ່ວາງໄວ້ ໂດຍສະເພາະ ການເກັບກໍາຂໍ້ມູນ ໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຮັບປະກັນພົນລະເມືອງທຸກຄົນ ໄດ້ຖືກຈົດນັບ ແລະ ຫລີກລ່ຽງການຈົດນັບຊ້ຳຊ້ອນ.

ວຽກງານໂຄສະນາ, ການສ້າງ ແລະ ອອກຂ່າວສານໃນສື່ມວນຊົນຕ່າງໆ ແມ່ນວິທີການອັນໜຶ່ງທີ່ສຳຄັນ ເພື່ອໃຫ້ທຸກພາກສ່ວນຮັບຮູ້, ເຂົ້າໃຈແຈ້ງຕໍ່ເນື້ອໃນ, ພັນທະ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນ ການສຳຫລວດຄັ້ງນີ້ ດ້ວຍຄວາມຈິງໃຈ, ກຽມພ້ອມໃຫ້ການຊ່ວຍເຫລືອພະນັກ ງານທີ່ເປັນນັກເດີນສຳຫລວດ ໃຫ້ປະຕິບັດໜ້າທີ່ຂອງເຂົາເຈົ້າ ສຳເລັດວັດຖຸປະສົງ ຕາມການມອບໝາຍ ຂອງຄະນະຊີ້ນຳສຳຫລວດແຕ່ລະຂັ້ນ.
KPL

ຂ່າວອື່ນໆ

ads
ads

Top