ຄະນະນຳຈາກສູນກາງ ແລະ ຂັ້ນແຂວງ ລົງ ຕິດຕາມການພັດທະນາຮອບດ້ານ ຢູ່ກຸ່ມບ້ານຈຽງຕູບ

06/05/2024 17:27
Email Print 244
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພົນຈັດຕະວາ ບົວໄລ ພົມລາວົງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ ກະຊວງປ້ອງກັນປະເທດ, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະຈາກກະຊວງທີ່ກ່ຽວຂ້ອງ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມຂະແໜງການກ່ຽວຂ້ອງຂອງແຂວງ ລົງເຄື່ອນໄຫວ ຕິດຕາມການພັດທະນາ ​ແລະ ຄວາມຄືບໃນການພັດທະນາຮອບດ້ານ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພົນຈັດຕະວາ ບົວໄລ ພົມລາວົງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ ກະຊວງປ້ອງກັນປະເທດ, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະຈາກກະຊວງທີ່ກ່ຽວຂ້ອງ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມຂະແໜງການກ່ຽວຂ້ອງຂອງແຂວງ ລົງເຄື່ອນໄຫວ ຕິດຕາມການພັດທະນາ ​ແລະ ຄວາມຄືບໃນການພັດທະນາຮອບດ້ານ ເພື່ອກຽມພ້ອມໃຫ້ແກ່ ການສ້າງເປັນຕາແສງ ໃນອະນາຄົດ ຢູ່ເຂດກຸ່ມບ້ານຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ.

ໃນໂອກາດນີ້, ຄະນະນໍາຈາກສູນການ-ຂັ້ນແຂວງ ໄດ້ຮັບຟັງການລາຍງານໂດຍສັງເຂບຈາກສະ ຫາຍເລຂາພັກກຸ່ມບ້ານຈຽງຕູບ ກ່ຽວກັບສະພາບທີ່ຕັ້ງ-ຈຸດພິເສດ ແລະ ຄວາມຄືບໜ້າ ໃນການພັດທະນາກຸ່ມບ້ານຈຽງຕູບ ເຊິ່ງເຂດກຸ່ມບ້ານຈຽງຕູບ ຕັ້ງຢູ່ປ່າສະຫງວນແຫ່ງຊາດລະວິງ-ລະເວີນ, ກວມເອົາເນື້ອທີ່ປະມານ 21.000 ເຮັກຕາ, ທິດເໜືອຕິດກັບແຂວງ ກວາງບິ່ງ ສສ ຫວຽດນາມ ແລະ ແຂວງຄຳມ່ວນ ສປປ ລາວ, ທິດໃຕ້ຕິດກັບຈຸດສຸມລະໂກ,  ທິດຕາເວັນອອກຕິດກັບ ແຂວງກວາງຈິ ສສ ຫວຽດນາມ ແລະ ທິດຕາເວັນຕົກຕິດກັບຈຸດສຸມຜາບັງ ແລະ ເມືອງວິລະບູລີ, ກຸ່ມບ້ານຈຽງຕູບ ເປັນເຂດທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດອັນມີຄ່າ, ເປັນເຂດປ່າດົງດິບທີ່ກວ້າງໃຫຍ່ທີ່ສຸດຂອງເມືອງເຊໂປນ ກວມເອົາຍອດນໍ້າເຊບັ້ງໄຟ ແລະ ຍອດຫ້ວຍ ຫລາຍສາຍ, ປະຊາຊົນເຂດກຸ່ມບ້ານຈຽງຕູບແມ່ນເຜົ່າຕຣີ 100%; ດ້ານວຽກງານປ້ອງກັນຊາດ ໄດ້ມີກອງປະຕິບັດງານ 219 ທີ່ຂຶ້ນກັບຄະນະພັກຮາກຖານ ກອງບັນຊາການທະຫານ ແຂວງສະຫວັນນະເຂດ, ມີອ້າຍນ້ອງທະຫານປະຈຳການຢູ່; ດ້ານການພັດທະນາ ເສດຖະກິດ ແລະ ລຶບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເຂດກຸ່ມບ້ານຈຽງຕູບ ອຳນາດການປົກຄອງ ໄດ້ພ້ອມກັນລົງຊຸກຍູ້ໃຫ້ປະຊາຊົນ ທຳການຜະລິດຮອບດ້ານຢ່າງທົ່ວເຖິງ, ຫັນການຜະລິດແບບປະຖົມປະຖານ ອາໄສທຳມະຊາດກຸ້ມຢູ່ກຸ້ມກິນ ມາທຳການຜະລິດເປັນສິນຄ້າ ​ເມື່ອທຽບແຕ່ກ່ອນ ປະຊາຊົນເຂດຈຸດສຸມຈຽງຕູບ ແມ່ນຖາງປ່າເຮັດໄຮ່ເປັນອາຊີບ, ພາຍຫລັງພັກ-ລັດລົງມາ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ສ້າງເສັ້ນທາງ, ສ້າງຂົວ, ບຸກເບີກເນື້ອທີ່ດິນປູກມັນຕົ້ນ, ບຸກເບີກເນື້ອທີ່ນາ ແລະ ອື່ນໆ ເຫັນໄດ້ວ່າ ປະຊາຊົນແມ່ນມີຄວາມຕື່ນຕົວຫລາຍຂຶ້ນກວ່າເກົ່າ, ຫລາຍຄອບຄົວໄດ້ຫັນມາເຮັດນາປູກເຂົ້າໄດ້ 2 ລະດູ, ຈຳນວນຄອບຄົວທີ່ຫັນມາປູກເຂົ້າມີ 63 ຄອບຄົວ, ໃນເນື້ອທີ່ 34,7 ເຮັກຕາ ຂອງເນື້ອທີ່ທັງໝົດ 54,87 ເຮັກຕາ. ນອກນັ້ນ, ຍັງໄດ້ລ້ຽງສັດ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ, ທົ່ວກຸ່ມບ້ານຈຽງຕູບ ມີຄວາຍ 271 ໂຕ, ງົວ 1.341 ໂຕ, ແບ້ 876 ໂຕ, ໝູ 272 ໂຕ, ສັດປີກ 3.545 ໂຕ, ລົດຈັກ 246 ຄັນ, ລົດໄຖນາ 98 ຄັນ, ຈັດຟາດເຂົ້າ 7 ເຄື່ອງ ແລະ ອື່ນໆ;  ມີເຮືອນຖາວອນ 212 ຫລັງ, ເຄິ່ງຖາວອນ 226 ຫລັງ, ເຮືອນບໍ່ຖາວອນ 44 ຫລັງ; ກຸ່ມບ້ານຈຽງຕູບປະກອບມີ 6 ບ້ານ, ມີ 482 ຫລັງຄາເຮືອນ, 515 ຄອບຄົວ, ມີພົນລະເມືອງທັງໝົດ 2.316 ຄົນ, ຍິງ 1.162 ຄົນ, ມີໂຮງຮຽນປະຖົມ 10 ແຫ່ງ ແລະ ມັດທະຍົມ 1 ແຫ່ງ, ຢູ່ເຂດດັ່ງກ່າວ ໃນໄລຍະຜ່ານມາ ເດັກນ້ອຍເກນອາຍຸ ບໍ່ໄດ້ເຂົ້າໂຮງຮຽນຍ້ອນບ້ານຢູ່ຫ່າງໄກໂຮງຮຽນ ເຮັດໃຫ້ການໄປ-ມາພົບຄວາມຫຍຸ້ງຍາກ ເປັນຕົ້ນ ລະດູຝົນແມ່ນບໍ່ສາມາດໄປໂຮງຮຽນໄດ້ ແຕ່ມາຮອດປັດຈຸບັນ, ພັກ-ລັດໄດ້ເຮັດເສັ້ນທາງໄປ-ມາສະດວກ ເຮັດໃຫ້ເດັກສ່ວນຫລາຍ ໃນເກນອາຍຸ ໄດ້ເຂົ້າໂຮງຮຽນ, ດ້ານສາທາລະນະສຸກກຸ່ມບ້ານຈຽງຕູບ ມີສຸກສາລາ 2 ແຫ່ງ,  ມີແພດ 4 ທ່ານ ເຊິ່ງໄດ້ລົງສົມທົບກັບ ອຳນາດການປົກຄອງບ້ານ ລົງເຮັດວຽກວິຊາສະເພາະກັບປະຊາຊົນ ເປັນຕົ້ນ ແມ່ນການປະຕິບັດຫລັກການ 3 ສະອາດ. ສ່ວນການພັດທະນາ ດ້ານອື່ນໆ ເຫັນວ່າທຸກຂະແໜງການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

 

ຈາກນັ້ນ, ຄະນະນຳຈາກສູນກາງ ແລະ ຂັ້ນແຂວງ ກໍໄດ້ລົງຕິດຕາມໂຄງການກໍ່ສ້າງສະໂມສອນ ແລະ ເຮືອນພັກພະນັກງານຄູ ເຊິ່ງໂຄງການນີ້, ມີມູນຄ່າການກໍ່ສ້າງ 560 ລ້ານກີບ ແລະ ລົງຕິດຕາມເບິ່ງໂຄງການ ກໍ່ສ້າງໂຮງໝໍນ້ອຍຂອງກຸ່ມບ້ານຫລັງໃໝ່ ແລະ ເບິ່ງຈຸດທີ່ຈະສ້າງລະບົບ ນໍ້າລິນຮັບໃຊ້ໃນກຸ່ມບ້ານ. ພ້ອມນີ້, ທ່ານເຈົ້າແຂວງສະຫວັນ​ນະ​ເຂດ ພ້ອມຄະນະກໍໄດ້ລົງພົບປະໂອ້ລົມ ປະຊາຊົນບ້ານລາກເໜືອ ແລະ ບ້ານລາກໃຕ້, ພ້ອມທັງມອບແນວພັນພືດ ແລະ ເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top