ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້

06/05/2024 17:50
Email Print 504
ຂປລ ຂປລ. ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ຜູ້ເກົ່າ) ແລະ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ຜູ້ໃໝ່) ຈັດຂຶ້ນວັນທີ 6 ພຶດສະພາ 2024



ຂປລ. ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ຜູ້ເກົ່າ) ແລະ
  ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ຜູ້ໃໝ່) ຈັດຂຶ້ນວັນທີ 6 ພຶດສະພາ 2024 ໃຫ້ກຽດເປັນປະ ທານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມດ້ວຍ ພະນັກງານຫລັກແຫລ່ງເຂົ້າຮ່ວມ.



ໂອກາດນີ້, ທ່ານ ເພັດ ພົມພິພັກ  ໄດ້ຜ່ານບົດສະຫລຸບວຽກງານໄລຍະຜ່ານມາ ​ໂດຍໄດ້ນຳພາ-ຊີ້ນຳການຈັດຕັ້ງເຊື່ອມຊຶມແນວທາງ
, ມະຕິ, ຄໍາສັ່ງ, ເອກະສານທີ່ສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ ຢ່າງທົ່ວເຖິງ; ຫັນເອົາມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ມາເປັນແຜນງານຂອງຂະແໜງການ ປະກອບມີ 4 ແຜນງານຄື: ແຜນງານຜະລິດສະບຽງອາຫານ ແລະ ໂພຊະນາການ, ແຜນງານຜະລິດກະສິກໍາເປັນສິນຄ້າ, ແຜນງານຄຸ້ມຄອງ ປ່າໄມ້ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ນັບແຕ່ປີ 2021 ມາຮອດປັດຈຸບັນ ​ໄດ້ມີຜົນງານທີ່ພົ້ນເດັ່ນຄື: ຂະແໜງກະສິກຳ ແລະ ປ່າໄມ້ ມີການຂະຫຍາຍຕົວເພີ່ມຂຶ້ນ ໃນແຕ່ລະປີຈາກ 1,2% ໃນປີ 2020 ມາເປັນ 2,5% ໃນປີ 2021 ​ແລະ 2,3% ໃນປີ 2022 (ຫລຸດລົງ​ເນື່ອງຈາກສະພາບໂຄວິດ-19) ແລະ 3,4% ໃນປີ 2023 ລື່ນຄາດ   ໝາຍທີ່ສະພາຮັບຮອງ 2,5%, ກວມເອົາ 21,4% ຂອງ GDP ໃນປີ 2023; ສຳເລັດການສ້າງ ນະ ໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມ ການປູກພືດ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ; ໄດ້ເຕົ້າໂຮມຄືນ ບັນດາໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ ທີ່ໄດ້ມອບໂອນມາຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມທັງໄດ້ມີການປັບປຸງ ລະບົບການຜະລິດ ຂອງໂຮງງານ; ໄດ້ພະຍາຍາມສຸມໃສ່ ການເຈລະຈາດ້ານສຸຂານາໄມ ພືດ ແລະ ສັດ (SPS) ເພື່ອເປີດຕະ ຫລາດກັບປະເທດຄູ່ຄ້າ ເຊິ່ງຈຳນວນລາຍການສິນຄ້າ ໄດ້ເພີ່ມຂຶ້ນຈາກ 38 ລາຍການ  ໃນປີ 2020 ມາເປັນ 64 ລາຍການ ໃນປີ 2024 (ເພີ່ມຂຶ້ນໃໝ່ 26 ລາຍການ) ແລະ ວຽກງານອື່ນໆ ລວມທັງ ວຽກງານຈຸດສຸມໃນຕໍ່ໜ້າ ຕື່ກອີກ.

​ໃນ​ໂອກາດ​ດຽວ​ກັນ, ສະຫາຍ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ​ແລະ ຜົນສໍາເລັດຫລາຍ​ດ້ານ ໃນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາ. ພ້ອມ​ທັງສະເໜີໃຫ້ຄະນພັກກະຊວງ ສືບຕໍ່ຮັກສາມູນເຊື້ອ ສາມັກຄີ ຕິດພັນກັບການພັດທະນາ ວຽກງານການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ມີບາດກ້າວໃໝ່; ເອົາໃຈໃສ່ວຽກງານ ການດໍາເນີນກວດກາ ການຈັດຕັ້ງຈັດຕັ້ງປະຕິບັດ, ຍົກສູງດ້ານສະມັດຕະພາບການຜະລິດ, ດ້ານແນວພັນ ແລະ ເຕັກນິກວິຊາການ ເພື່ອເຮັດໃຫ້ວຽກງານກະສິກໍາ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ.

ຂ່າວ: ສອນເພັດ

KPL

ຂ່າວອື່ນໆ

ads
ads

Top