ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນ ຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17

30/04/2024 16:13
Email Print 1114
ຂປລ ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຄືອຂ່າຍ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 (NADI 17th) ​ໃນວັນທີ 30 ເມສາ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ



ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຄືອຂ່າຍ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 (
NADI 17th) ​ໃນວັນທີ 30 ເມສາ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ມີຄະນະຜູ້ແທນຈາກບັນດາ ປະເທດອາຊຽນເຂົ້າຮ່ວມ.



ກ່ອນເປີດກອງປະຊຸມ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວຊົມເຊີຍ ແລະ ຕ້ອນຮັບຄະນະຜູ້ແທນສະຖາບັນປ້ອງກັນຊາດ ບັນດາປະເທດອາຊຽນ ທີ່ໄດ້​ເດີນທາງມາຮ່ວມກອງປະຊຸມຄັ້ງນີ້
, ສະຫາຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມ NADI ເພາະແມ່ນກອງປະຊຸມລະດົມ ແນວຄວາມຄິດວິທະຍາສາດ, ປຶກສາຫາລືກ່ຽວກັບບັນຫາຍຸກສະໄໝ ແລະ ປາກົດການໃໝ່ ເພື່ອສະເໝີໃຫ້ ກອງປະຊຸຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ (ADMM) ພິຈາລະນາ. NADI ຍັງແມ່ນເວທີປາໄສຊຸກຍູ້ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາ ອົງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງອາຊຽນ ເຊິ່ງການເຊື່ອມຕໍ່ນີ້, ຫວັງວ່າ ບັນດາສະມາຊິກກອງປະຊຸມ NADI ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສຶກສາ ແລະ ປຶກສາຫາລືກ່ຽວກັບບັນດາ ຜົນປະໂຫຍດຂອງອາຊຽນ ແລະ ບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍ ຢ່າງມີປະສິດທິຜົນ ແລະ ທັນການ.



ໃນ​ກອງ​ປະຊຸມ,
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ​ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມປະຈໍາປີ ຂອງເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໜັ້ນຄົງອາຊຽນ ຄັ້ງທີ 16 ພາຍໃຕ້ການເປັນປະທານ ຂອງອິນໂດເນເຊຍ ໃນປີ 2023 ທີ່ຜ່ານມາ. ປີນີ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ ADMM ຄັ້ງທີ 18, ADMM-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອອ້ມອື່ນໆ ພາຍໃຕ້ຄໍາຂວັນ: "ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງອາຊຽນ". ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນເນື້ອໃນຈິດໃຈ ຂອງຄໍາຂວັນດັ່ງກ່າວ, ກອງປະຊຸມຄັ້ງນີ້ ຈະໄດ້ແລກປ່ຽນບາງທັດສະນະ ແລະ ປຶກສາຫາລືກ່ຽວກັບບັນດາ ສິ່ງທ້າທາຍຕໍ່ການພົວພັນຮ່ວມມືຂອງອາຊຽນ ໃນປັດຈຸບັນ ແລະ ອະນາຄົດໂດຍສະເພາະ ພາຍໃຕ້ຂອບກອງປະຊຸມ ADMM ແລະ ADMM-ບວກ ແລະ ທິດທາງໃນການຮັບມືກັບບັນຫາດັ່ງກ່າວ ໃນອະນາຄົດ ເພື່ອຮັບປະກັນເຮັດໃຫ້ກົນໄກການຮ່ວມມື ດ້ານປ້ອງກັນຊາດອາຊຽນ ໃຫ້ມີປະສິດທິພາບ ແລະ ປະກອບສ່ວນເຂົ້າໃນ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ ເຊິ່ງສອດຄ່ອງກັບເນື້ອໃນຈິດໃຈລວມ ກໍຄື ຄຳຂວັນຂອງກອງປະຊຸມ ADMM ຄັ້ງທີ 18. ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ການຂະຫຍາຍສະມາຊິກ ຂອງກອງປະຊຸມ ADMM-ບວກ ເນື່ອງຈາກວ່າ ຫລາຍປະເທດ ມີຄວາມສົນໃຈຢາກສະໝັກ ເຂົ້າເປັນສະມາຊິກຂອງກອງປະຊຸມ ADMM-ບວກ. ບັນຫາດັ່ງກ່າວ ເຫັນວ່າ ເປັນບັນຫາພົ້ນເດັ່ນ ແລະ ທ້າທາຍທາງດ້ານຍຸດທະສາດ ສໍາລັບອາຊຽນ ໂດຍສະເພາະ ໃນທ່າມກາງສະພາບ ແວດລ້ອມທາງດ້ານການ ເມືອງໂລກທີ່ສະຫລັບສັບຊ້ອນ ແລະ ບໍ່ແນ່ນອນ ໃນປັດຈຸບັນ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນກ່ຽວກັບ ກົນໄກການຮ່ວມມືຂອງ ກອງປະຊຸມ ADMM ແລະ ADMM-ບວກ ແລະ ທິດທາງແຜນການພາຍຫລັງປີ 2025 ເຊິ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການສະເໜີ ແນວຄວາມຄິິດໃໝ່ ໃຫ້ກອງປະຊຸມ ADMM ໃນປີຕໍ່ໄປ ແລະ ຈະເປັນພື້ນຖານສໍາຄັນ ໃຫ້ແກ່ວິໄສທັດອາຊຽນ 2025 ເຊິ່ງຄາດວ່າຈະໄດ້ຮັບຮອງໃນປີ 2025.
ຂ່າວ: ໂຈ່ລີ້ ວົງໄຊ

KPL

ຂ່າວອື່ນໆ

ads
ads

Top