ກຸ່ມບໍລິສັດ ເຄື່ອງເອ້ຢ້ອງໃຫຍ່ທີ່ສຸດໃນໂລກ ຈະສ້າງໂຮງງານຢູ່ ສສ ຫວຽດນາມ

06/05/2024 14:42
Email Print 148
ຂປລ ຕາມແຈ້ງການ ຂອງສະຖານທູດ ແດນມາກ ປະຈຳ ສສ ຫວຽດນາມ, ກຸ່ມບໍລິສັດເຄື່ອງ ເອ້ຢ້ອງ ໃຫຍ່ທີ່ສຸດ ໃນໂລກ Pandora ຈະເລີ່ມລົງມື ກໍ່ສ້າງໂຮງງານ Pandora Production ຢູ່ ສສ ຫວຽດນາມ ໃນເຂດອຸດສາຫະກຳ VSIP 3 ແຂວງ ບິ່ງເຢືອງ, ໃນວັນທີ 16 ພຶດສະພານີ້.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕາມແຈ້ງການ ຂອງສະຖານທູດ ແດນມາກ ປະຈຳ ສສ ຫວຽດນາມ, ກຸ່ມບໍລິສັດເຄື່ອງ ເອ້ຢ້ອງ ໃຫຍ່ທີ່ສຸດ ໃນໂລກ Pandora ຈະເລີ່ມລົງມື ກໍ່ສ້າງໂຮງງານ Pandora Production ຢູ່ ສສ ຫວຽດນາມ ໃນເຂດອຸດສາຫະກຳ VSIP 3 ແຂວງ ບິ່ງເຢືອງ, ໃນວັນທີ 16 ພຶດສະພານີ້. ໂຄງການນີ້ ແມ່ນຮາກຖານ ຜະລິດ ອັນດັບທີ 3 ແລະ ແມ່ນໂຮງງານ ແຫ່ງທຳອິດ ຂອງ Pandora ທີ່ໄດ້ຮັບການກໍ່ສ້າງ ນອກປະເທດໄທ.ສຳລັບ ໂຮງງານ ທີ່ມີຍອດເງິນລົງທຶນ ກໍ່ສ້າງຂຶ້ນເຖິງ 150 ລ້ານໂດລາ ສະຫະລັດ ຂອງ Pandora ຈະສ້າງວຽກເຮັດ ງານທຳໃຫ້ແກ່ ແຮງງານ ນາຍຊ່າງເງິນ ຫລາຍກ່ວາ 7000 ຄົນ ແລະ ຜະລິດຕະພັນເອ້ຢ້ອງ 60 ລ້ານ ຢ່າງຕໍ່ປີ. ເອ້ຢ້ອງຊະນິດຕ່າງໆ ທີ່ໄດ້ຜະລິດ ຢູ່ໂຮງງານ ຫວຽດນາມ ຈະກວມເອົາ ຂຶ້ນເຖິງ 1/3 ສະມັດຕະພາບ ໃນທົ່ວໂລກ ຂອງ Pandora ແລະ ສະຖານທີ່ ແດກມາກ ກໍ່ໃຫ້ຮູ້ວ່າ, ໂຮງງານ Pandora Production ຫວຽດນາມ ຈະນຳໃຊ້ 100% ຜະລິດ ຕະພັນ ທົດແທນ ຜ່ານນັ້ນ ປະກອບສ່ວນ ເຂົ້າໃນເປົ້າໝາຍ ຫັນປ່ຽນສີຂຽວ ຢູ່ ສສ ຫວຽດນາມ ເມື່ອໄດ້ຮັບ ການເຄື່ອນໄຫວ ຕາມບັນດາ ມາດຖານ ພັດທະນາ ແບບຍືນຍົງ ຢູ່ລະດັບສູງທີ່ສຸດ ໃນຕະຫລອດ ລະບົບ ມູນຄ່າ ຜະລິດຂອງ ກຸ່ມບໍລິສັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

 

KPL

ຂ່າວອື່ນໆ

ads
ads

Top