ບາງກຸ່ມຄົນມີຄວາມສ່ຽງສູງ ຈາກມົນລະພິດທາງອາກາດບາງກຸ່ມຄົນມີຄວາມສ່ຽງສູງ ຈາກມົນລະພິດທາງອາກາດ

06/05/2024 17:35
Email Print 205
ຂປລ ຂປລ. ຜູ້ທີ່ມີຄວາມສ່ຽງສູງ ຈາກມົນ​ລະ​ພິດ​ທາງ​ອາກາດ ຫລື PM2.5 ແມ່ນເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດ, ພະຍາດເບົາຫວານ, ພະຍາດອ້ວນ, ລະບົບຫລອດເລືອດຊຸດໂຊມ.



ຂປລ. ຜູ້ທີ່ມີຄວາມສ່ຽງສູງ ຈາກມົນ​ລະ​ພິດ​ທາງ​ອາກາດ ຫລື
PM2.5 ແມ່ນເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດ, ພະຍາດເບົາຫວານ, ພະຍາດອ້ວນ, ລະບົບຫລອດເລືອດຊຸດໂຊມ. ຜູ້ທີ່ເຮັດວຽກ ຫລື ອາໄສຢູ່ເຂດທີ່ມີມົນລະພິດ ໃນລະດັບສູງຢ່າງຕໍ່ເນື່ອງ ກໍອາດຈະໄດ້ຮັບຜົນກະທົບຮ້າຍແຮງຂຶ້ນ.



ສຳລັບ ດັດຊະນີຄຸນນະພາບອາກາດ (
AQI) ຈະມີຫລາຍລະດັບທີ່ບົ່ງບອກເຖິງ ມົນລະພິດທາງອາກາດ ເຊິ່ງ ຄວາມອັນຕະລາຍ ແລະ ວິທີປ້ອງກັນຂອງຄົນແຕ່ລະກຸ່ມກໍເຊັ່ນດຽວກັນ.


ສະເພາະກຸ່ມທີ່ມີຄວາມສ່ຽງສູງ
: ຖ້າຄ່າຂອງດັດຊະນີຄຸນນະພາບອາກາດສູງເກີນກວ່າ 51, ທ່ານຄວນຫລຸດຜ່ອນການໃຊ້ເວລາອອກໄປກາງແຈ້ງ, ໃສ່ຜ້າອັດປາກ-ດັງ N95, ຖ້າທ່ານມີເງື່ອນໄຂຄວນໃຊ້ເຄືອງຟອກອາກາດພາຍໃນເຮືອນ ແລະ ຄວນເຮັດຄວາມສະອາດປ່ຽນແຜງຟອກອາກາດ ເພື່ອໃຫ້ແນ່ໃຈວ່າເຄື່ອງນັ້ນຍັງເຮັດວຽກໄດ້ດີ; ຫລີກລ່ຽງພື້ນທີ່ໆມີນສັນຈອນໜາແໜ້ນ, ເຂດທີ່ມີຝຸ່ນລະອອງໃນການກໍ່ສ້າງ, ເຂດທີ່ມີການເຜົາໄໝ້; ຄວນໄປໃຊ້ຖະໜົນ ແລະ ເສັ້ນທາງທີ່ບໍ່ມີການຈາລາຈອນແອອັດ ຫລື ໄລຍະລົດແລ່ນບໍ່ຫລາຍ ເພື່ອຫລີກລ່ຽງມົນລະພິດຈາກການສັນຈອນ.



ເມື່ອມີອາການຫາຍໃຈຍາກ
, ວິນຫົວ-ປວດຮາກ, ເຈັບໜ້າເອິກ, ອາການລະຄາຍເຄືອງຕາ ແລະ ຄໍຢ່າງຮຸນແຮງໃຫ້ໄປປຶກສາແພດ ຫລື ໄປໂຮງໝໍໃກ້ບ້ານທ່ານ.

ຂໍ້​ມູນ-ພາບ: ສູນ​ຂ່າວສານ​ການ​ແພດ​ສຸຂະ​ສຶກສາ

KPL

ຂ່າວອື່ນໆ

ads
ads

Top