ອົງການປະກັນສັງຄົມແຫ່ງຊາດ ດຳເນີນ ກອງປະຊຸມສະພາບໍລິຫານ ຄັ້ງທີ XIII

06/05/2024 17:19
Email Print 251
ຂປລ ຂປລ. ເມື່ອບໍ່ດົນມານີ້, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII ໂດຍການເປັນປະທານ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ), ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ມີຮອງປະທານສະພາບໍລິ ຫານ, ບັນດາຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍວິຊາການເຂົ້າຮ່ວມ



ຂປລ. ເມື່ອບໍ່ດົນມານີ້
, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII ໂດຍການເປັນປະທານ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ), ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ມີຮອງປະທານສະພາບໍລິ ຫານ, ບັນດາຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍວິຊາການເຂົ້າຮ່ວມ ​ເພື່ອສະຫລຸບລາຍງານການຈັດຕັ້ງປະຕິບັດໜ້າວຽກ ຕາມທິດຊີ້ນຳຂອງກອງປະຊຸມຄັ້ງທີ XII ທີ່ຜ່ານມາ, ປະຈຳງວດ I ແລະ ທິດທາງແຜນການປະຈໍາງວດ II ປີ 2024, ພ້ອມທັງຜ່ານແຜນງົບປະມານປະຈໍາປີ 2025 ແລະ ແຜນງົບປະມານໂຄງການ 5 ປີ (ປີ 2026-2030).

ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ເຊັ່ນ: ການປະຕິບັດຕົວເລກຄາດໝາຍສູ້ຊົນປີ 2024 ແມ່ນໄດ້ເອົາຕົວເລກຂອງແຜນ 5 ປີ (2021-2025) ມາສະເລ່ຍເປັນຕົວເລກຄາດໝາຍສຸ້ຊົນໃນແຕ່ລະປີ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລ ຍະ 3 ປີ ສາມາດບັນລຸຕົວເລກຄາດໝາຍສູ້ຊົນ ດັ່ງນີ້: ໜ່ວຍງານໃນທົ່ວປະເທດ ໄດ້ໂຄສະນາປະຊາສໍາພັນ 1.841 ຄັ້ງ ເທົ່າກັບ 46% ຂອງແຜນການ 5 ປີ, ວຽກງານທະບຽນ ແລະ ເງິນສົມທົບ ບັນລຸ 139.768 ຄົນ ເທົ່າກັບ 88% ຂອງແຜນການ 5 ປີ ແລະ ວຽກງານຫົວໜ່ວຍວິສາຫະກິດຂຶ້ນທະ ບຽນໃໝ່ ບັນລຸ 1.060 ຫົວໜ່ວຍ ເທົ່າກັບ 84% ຂອງແຜນການ 5 ປີ. ພ້ອມນີ້, ຍັງຈະໄດ້ສືບຕໍ່ພັດທະນາປັບປຸງລະບົບຖານຂໍ້ມູນປະກັນສັງຄົມ ຫັນໄປສູ່ທັນສະໄໝ, ພັດທະນາແອັບພລິເຄຊັນ, ພັດ ທະນາລະບົບເຊື່ອມຕໍ່ຖານຂໍ້ມູນ ກັບພາກສ່ວນກ່ຽວຂ້ອງ; ສືບຕໍ່ພັດທະນາໂປຣແກຣມ ການຈ່າຍເງິນອຸດໜູນປະກັນສັງຄົມ ພາກວິສາຫະກິດ, ຂະຫຍາຍຕາໜ່າງການບໍລິການປະກັນສັງຄົມ ແບບເຄື່ອນທີ່ໃຫ້ແກ່ແຮງງານນອກລະບົບ, ເປີດນໍາໃຊ້ລະບົບຊຳລະເງິນສົມທົບ ພາກວິສາຫະກິດ ຜ່ານລະບົບທະນາ ຄານຮ່ວມທຸລະກິດລາວ-ຫວຽດ. ສໍາລັບການປັບປຸງແກ້ໄຂ ການຈັດຕັ້ງປະຕິບັດອຸດໜູນ ປະກັນສຸຂະ ພາບທີ່ຕິດພັນກັບ ການຂະຫຍາຍອັດຕາປົກຄຸມຂອງລະບົບປະກັນສັງຄົມ ໄດ້ສົມທົບກັບກະຊວງສາ ທາລະນະສຸກ ໃນການປຶກສາຫາລືຮີບຮ້ອນ ເພື່ອແກ້ໄຂບັນຫາການຈັດຕັ້ງປະຕິບັດ ວຽກປະກັນສຸຂະພາບ ເພື່ອລາຍງານຂໍທິດຊີ້ນຳ ຕໍ່ລັດຖະບານ ໃນໄວໆນີ້.



ພ້ອມ​ນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນ ປະກອບຄໍາຄິດຄໍາເຫັນ
, ປຶກສາຫາລືຄົ້ນຄວ້າ ຫລາຍບັນຫາສຳຄັນ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ສະເໜີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຊ່ວຍຊຸກຍູ້ວຽກງານໂຄສະນາປະຊາສໍາພັນຢູ່ຂັ້ນແຂວງທ່ອງຖິ່ນ, ການລົງທຶນທີ່ຕິດພັນກັບ ການຄຸ້ມຄອງກອງທຶນ ແລະ ວຽກອື່ນໆ ດ້ວຍການສ້າງຄວາມເຂັ້ມແຂງວຽກງານໂຄສະນາ ປະຊາສໍາພັນຂັ້ນທ້ອງຖິ່ນ ໂດຍການປະສານສົມທົບກັບ ອໍານາດການປົກຄອງຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ການ ຂະຫຍາຍອັດຕາ ການປົກຄຸມປະກັນສັງຄົມໄປທົ່ວສັງຄົມ ຢ່າງມີປະສິດທິຜົນ.

ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຮຽກຮ້ອງໃຫ້ຄະນະສະພາບໍລິຫານ ອປຊ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາເຂົ້າໃນການຄົ້ນ ຄ້ວາປະກອບຄຳເຫັນຕໍ່ກັບ ບັນຫາຕ່າງໆຢ່າງເລິກເຊິ່ງ, ພ້ອມກັນຊອກໃຫ້ເຫັນດ້ານດີ ທີ່ຈະຕ້ອງໄດ້ເສີມຂະຫຍາຍ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດຕົ້ນຕໍ ພ້ອມກັນແກ້ໄຂຢ່າງຖືກຕ້ອງ, ບົນຈິດໃຈຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບຂອງຄະນະສະພາບໍລິຫານ ເພື່ອເຮັດໃຫ້ເນື້ອໃນບົດສະຫລຸບ, ແຜນການ, ແຜນວຽກ ແລະ ແຜນງົບປະມານ ໃຫ້ມີເນື້ອໃນທີ່ອຸດົມສົມບູນ, ຄົບຖ້ວນ ເປັນແນວທາງໃຫ້ແກ່ອົງການ ປະກັນສັງຄົມແຫ່ງຊາດ ສາມາດນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີຜົນສຳເລັດ; ວຽກປັບປຸງກົດໝາຍວ່າດ້ວຍການປະກັນສັງຄົມ ກໍເຊັ່ນກັນ ຕ້ອງຄົ້ນຄວ້າໃຫ້ມີຄຸນນະພາບ ແລະ ສາມາດນໍາໃຊ້ໄດ້ຍາວນານ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງຊາວຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ລວມທັງ ຜູ້ປະກັນຕົນພາກສະໝັກໃຈ ໃຫ້ໄດ້ຮັບບໍລິການເກີດຜົນປະໂຫຍດສູງສຸດ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top