ສະເຫລີມສະຫລອງ 70 ປີແຫ່ງວັນເຊັ່ນສັນຍາເຊີແນວ

26/04/2024 11:05
Email Print 213
ຂປລ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານຈັດຕັ້ງ ພິທີສະເລີມສະຫລອງ 70 ປີແຫ່ງວັນ ເຊັ່ນສັນຍາ ເຊີແນວ ກ່ຽວກັບການຢຸດການສູ້ຮົບ ຢູ່ ສສ ຫວຽດນາມ (21/7/1954 - 21/7/2024).

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ  ຫວຽດນາມ, ວັນທີ 25 ເມສານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານຈັດຕັ້ງ ພິທີສະເລີມສະຫລອງ 70 ປີແຫ່ງວັນ ເຊັ່ນສັນຍາ ເຊີແນວ ກ່ຽວກັບການຢຸດການສູ້ຮົບ ຢູ່ ສສ ຫວຽດນາມ (21/7/1954 - 21/7/2024). ພິທີໄດ້ດຳເນີນ ຕາມຮູບແບບ ທາງໄກ ແລະ ເຊິ່ງໜ້າ, ເຊື່ອມຕໍ່ກັບທຸກໆ ອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ.ຈາກນັ້ນ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ເອກະລາດ, ຄວາມເປັນເຈົ້າ ຕົນເອງ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ແມ່ນຫລັກການ ສະເໝີຕົ້ນ ສະເໝີປາຍ, ລຸລ່ວງ ໃນປະຫວັດສາດ ແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາ ປະເທດ ຊາດຂອງ ຊົນຊາດ ຫວຽດນາມ. ດ້ວຍສົນທິສັນຍາ ເຊີແນວ, ບັນດາ ສິດຊົນຊາດພື້ນຖານຂອງ ສສ ຫວຽດນາມ ແມ່ນເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄດ້ຢັ້ງຢືນ ໃນຂໍ້ສັນຍາສາກົນ ດ້ວຍການລົງນາມ ແລະ ຍອມຮັບຈາກ ບັນດາປະເທດ ມະຫາອຳນາດ. ນອກນີ ສັນຍາເຊີແນວ ຍັງໄດ້ສະແດງໃຫ້ເຫັນ ຖານະບົດບາດ, ຄຸນນະທາດ ແລະ ສີສັນການຕ່າງປະເທດ ຫວຽດນາມ ທີ່ໄສແຈ້ງ ໃນຍຸກປະທານ ໂຮ່ຈີມິນ, ຢັ້ງຢືນຢ່າງແຮງ ສານກ່ຽວກັບ ປະເທດ ຫວຽດນາມ ຮັກຫອມ ສັນຕິ ພາບ, ເຄົາລົບນັບຖື ຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ, ມີຈິດໃຈ ອົງອາດກ້າແກ່ນ ໃນການປົກປັກຮັກສາ ເອກະລາດ, ອະທິປະໄປ ແລະ ຜືນແຜ່ນດິນ ອັນຄົບຖວ້ນ, ພ້ອມແລ້ວ ທີ່ຈະຮ່ວມມື ມິດຕະພາບ ກັບທຸກປະເທດ ຊົນຊາດໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top