ອູແກຣນ ຮັບເງິນຊ່ວຍເຫລືອ ຈາກສະຫະພາບ ເອີຣົບ ຈຳນວນ 1,5 ຕື້ເອີໂຣ

26/04/2024 15:36
Email Print 378
ຂປລ ກະຊວງ ການເງິນຂອງ ອູແກຣນ ລາຍງານວ່າ:ອູແກຣນ ໄດ້ຮັບຄວາມເງິນ ຊ່ວຍເຫລືອ ຈາກ ສະຫະພາບ ເອີຣົບ (EU) ຊຸດທີ 2 ດ້ວຍມູນຄ່າ 1,5 ຕື້ເອີໂຣ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສຈີນ,​ ວັນທີ 25 ເມສາ,​ ກະຊວງ ການເງິນຂອງ ອູແກຣນ ລາຍງານວ່າ:​ອູແກຣນ ໄດ້ຮັບຄວາມເງິນ ຊ່ວຍເຫລືອ ຈາກ ສະຫະພາບ ເອີຣົບ (EU) ຊຸດທີ 2  ດ້ວຍມູນຄ່າ 1,5 ຕື້ເອີໂຣ. ການຊ່ວຍເຫລືອ ດັ່ງກ່າວ ໄດ້ຈັດສັນ ໂດຍກົງ ໄປຍັງ ງົບປະມານ ຂອງ ອູແກຣນ ພາຍໃຕ້ ໂຄງການ ສະໜັບສະໜູນ ອູແກຣນ (Ukraine Facility) ຂອງ ສະຫະພາບ ເອີຣົບ ເຮັດໃຫ້  ອູແກຣນ ໄດ້ຮັບເງິນ ຊ່ວຍເຫລືອ ຈາກສະຫະພາບ ເອີຣົບ ລວມມີ 6 ຕື້ເອີໂຣ ໃນປີນີ້. ທັງນີ້ ສະຫະພາບ ເອີຣົບ ຈັດສັນເງິນ ສະໜັບ ສະໜູນ ງົບປະມານ ຂອງ ອູແກຣນ ມາແຕ່ ເດືອນກຸມພາ ປີ 2022 ຜ່ານມາ, ໂດຍຄິດເປັນ ມູນຄ່າ ລວມ 3,1 ໝື່ນລ້ານເອີໂຣ ເຮັດໃຫ້ ສະຫະພາບ ເອີຣົບ ເປັນຜູ້ບໍລິຈາກ ບ້ວງເງິນ ໃຫ້ແກ່ ອູແກຣນ ຂະໜາດໃຫຍ່ທີ່ສຸດ./

KPL

ຂ່າວອື່ນໆ

ads
ads

Top