ຫວຽດນາມ -ກູບາ ສືບຕໍ່ຊຸກຍູ້ຮ່ວມມື ດ້ານຄວາມໝັ້ນຄົງ

17/04/2024 23:35
Email Print 243
ຂປລ ເນື່ອງໃນໂອກາດ ການເດີນທາງ ຢ້ຽມຢາມມິດຕະພາບ ກູບາ ຢ່າງເປັນທາງການ ຂອງ ທ່ານ ເຈິ່ນລີວກວາງ ຮອງນາຍົກ ລັດຖະມົນຕີ ຫວຽດນາມ (ເລີ່ມແຕ່ ວັນທີ 14-19 ເມສາ), ຄະນະ ປະຕິບັດງານ ຂອງ ກະຊວງຕຳຫຼວດ ໂດຍ ທ່ານ ເລວັນຕວຽນ ພົນຕີ, ຮອງລັດຖະມົນຕີ ກະຊວງ ຕຳຫຼວດ ເປັນຫົວໜ້າ ຄະນະ

ຂ​ປ​ລ.ສຳ​ນັກ​ຂ່າວ ວິ​ທະ​ຍຸ ກະ​ຈາຍ​ສຽງ ແຫ່ງ​ຊາດ ຫວຽດ​ນາມ . ເນື່ອງໃນໂອກາດ ການເດີນ​ທາງ ຢ້ຽມຢາມມິດຕະພາບ ກູບາ ຢ່າງເປັນທາງການ  ຂອງ ທ່ານ ເຈິ່ນລີວກວາງ ຮອງນາຍົກ ລັດຖະມົນຕີ ຫວຽດນາມ (​ເລີ່ມແຕ່ ວັນທີ 14-19 ເມສາ), ຄະນະ ປະຕິບັດງານ ຂອງ ກະຊວງຕຳຫຼວດ ໂດຍ ທ່ານ ເລວັນຕວຽນ ພົນຕີ, ຮອງລັດຖະມົນຕີ ກະຊວງ ຕຳຫຼວດ ເປັນຫົວໜ້າ ຄະນະ ແລະ ໄດ້ເຮັດວຽກຮ່ວມ ກັບ ທ່ານ ລາຕາໂຣ ອາເບີໂຕ ອາວາເຣ ກາຊັສ(Lázaro Alberto Álvarez Casas)   ລັດຖະມົນຕີ ກະຊວງພາຍໃນ ກູບາ, ຢູ່ນະຄອນຫລວງ ລາ​ຮາ​ວານ ປະ​ເທດ ກູ​ບາ.

ໃນຂະນະດຽວກັນນັ້ນ, ສອງຝ່າຍ ໄດ້ເນັ້ນໜັກເຖິງ ການເປີດກວ້າງ ແລະ ເພີ່ມທະວີ ການຮ່ວມມື ລະຫວ່າງກະຊວງ ຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກູບາ ເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ແຕ່ລະປະເທດ. ສອງຝ່າຍ ໄດ້ເອກະພາບກັນ ກ່່ຽວກັບ ການຊຸກຍູ້ຮ່ວມມື ໃນບັນດາ ຂົງເຂດ ຄວາມໝັ້ນຄົງ, ຕຳຫຼວດ; ການປ້ອງກັນ, ຕ້ານອາຊະຍາກຳ ທີ່ມີ ການຈັດຕັ້ງ, ອາຊະຍາກຳ ຂ້າມຊາດ, ອາຊະຍາກຳ ການນຳໃຊ້ ເຕັກໂນ ໂລຊີຂັ້ນ​ສູງ ແລະ ອື່ນໆ. ນອກຈາກ​ນີ້​ ​ສອງຝ່າຍ ຍັງເຫັນດີ ສົມທົບກັນ ໃນການຄົ້ນຄວ້າ ເພື່ອຜັນຂະຫຍາຍ ການປະຕິບັດ ບັນດາ ໂຄງການ, ກິດຈະກຳ ຄົ້ນຄວ້າ ວິທະຍາສາດ, ນຳໃຊ້ ເຕັກໂນໂລຊີໃໝ່ ແລະ ການຜະລິດ ບັນດາ ເຄື່ອງອຸປະກອນ ໃຊ້ສະເພາະ; ການບຳລຸງສ້າງ, ຍົກສູງກຳລັງ ຄວາມສາມາດ ໃຫ້ພະນັກງານ, ນັກຮົບ ແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top