ສປຈີນ-ເອກວາດໍ ລົງນາມຂໍ້ຕົກລົງ ການຄ້າເສລີ ມີຜົນບັງຄັບໃຊ້ 1 ພືດສະພານີ້

30/04/2024 14:32
Email Print 298
ຂປລ ກະຊວງ ການຄ້າ ຂອງ ຈີນ ລາຍງານວ່າ: ຂໍ້ຕົກລົງ ການຄ້າ ເສລີ (FTA) ລະຫວ່າງ ຈີນ ແລະ ເອກວາດໍ ຈະມີຜົນ ບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 1 ພືດສະພາ ເປັນຕົ້ນໄປ ພາຍຫລັງ ສອງປະເທດ ໄດ້ດຳເນີນ ຂະບວນການ ອະນຸມັດ ພາຍໃນ ປະເທດ ຢ່າງສຳເລັດ.

ຂປລ.  ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທິ 29 ເດືອນເມສາ, ກະຊວງ ການຄ້າ ຂອງ ຈີນ ລາຍງານວ່າ: ຂໍ້ຕົກລົງ  ການຄ້າ ເສລີ (FTA) ລະຫວ່າງ ຈີນ ແລະ ເອກວາດໍ ຈະມີຜົນ ບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 1 ພືດສະພາ ເປັນຕົ້ນໄປ ພາຍຫລັງ ສອງປະເທດ ໄດ້ດຳເນີນ ຂະບວນການ ອະນຸມັດ ພາຍໃນ ປະເທດ ຢ່າງສຳເລັດ.

ໂດຍຂໍ້ຕົກລົງ ການຄ້າເສລີ ເບື້ອງຕົ້ນ ຈະເປີດ ສັກກາຍະພາບ ຂອງ ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ , ຊຸກຍູ້ ຍົກລະດັບ ການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ທະວີພາຄີ , ຊຶ່ງເປັນ ປະໂຫຍດ ຕໍ່ຜູ້ປະກອບການທຸລະກິດ ແລະ ປະຊາຊົນ ລະຫວ່າງ ສອງປະເທດ. ນອກນັ້ນ, ຂໍ້ຕົກລົງ ການຄ້າເສລີ ຈີນ ແລະ ເອກວາດໍ ຊຶ່ງລົງນາມ ເມື່ອເດືອນພືດສະພາ ໃນປີ 2023 ກຳນົດວ່າ ປະມານ 90% ຂອງ ສິນຄ້າ ທີ່ ຄ້າຂາຍ ຂອງ ສອງປະເທດນີ້ ຈະໄດ້ຮັບການ ຍົກເວັ້ນພາສີ  ໂດຍປະມານ 60% ແລະ ຈະໄດ້ຮັບການ ຍົກເວັ້ນພາສີ ເປັນສູນຢ່າງທັນທີ./

KPL

ຂ່າວອື່ນໆ

ads
ads

Top