ອອປສ ສະຫລຸບວຽກງານກວດກາ ປະຈຳປີ 2023 ແລະ ວາງແຜນການ 2024

30/04/2024 16:07
Email Print 304
ຂປລ ຂປລ. ກອງປະຊຸມສະຫລຸບ ວຽກງານກວດກາ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 30 ເມສາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ



ຂປລ. ກອງປະຊຸມສະຫລຸບ ວຽກງານກວດກາ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ປະຈຳປີ
2023 ແລະ ທິດທາງແຜນການ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 30 ເມສາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ຄະນະກວດກາພັກ, ຕາງໜ້າຈາກຄະນະກວດກາສູນກາງພັກ, ພະນັກງານຫລັກແຫລ່ງ ອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ.

ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫລຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ຂອງອົງການໄອຍະການປະຊາຊົນສູງສຸດ ປະຈຳປີ 2023 ແລະ ທິດທາງວຽກງານ ຈຸດສຸມ ປະຈຳປີ 2024 ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າມີຫລາຍດ້ານໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າ ແລະ ມີບາງດ້ານກາຍເປັນສິ່ງທ້າທາຍຕໍ່ວຽກງານກວດກາ. ພ້ອມກັນນັ້ນ, ຍັງ​ໄດ້ຍົກໃຫ້ເຫັນເຖິງບົດຮຽນ ທີ່ຖອດຖອນໄດ້ຕໍ່ວຽກງານກວດກາ.



ນອກຈາກນີ້
, ຜູ້ເຂົ້າຮ່ວມກອງ​ປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນ ເປັນຕົ້ນ ການເຜີຍແຜ່ຄໍາສັ່ງແນະນໍາ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກກ່ຽວກັບ ການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຂອງຜົນກວດກາ, ຄໍາແນະນໍາ ຂອງອົງການກວດກາແຫ່ງລັດ ສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍກວດກາລັດ (ສະບັບປັບປຸງ), ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດ ຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ.

ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ປະກອບຄໍາເຫັນ ຕໍ່ການສະຫລຸບຕີລາຄາໃນ 1 ປີຜ່ານມາ ແລະ ຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເຊິ່ງຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະທີ່ຜ່ານມາ ເປັນຕົ້ນ ແມ່ນການຕິດຕາມ, ກວດກາ, ເກັບກໍາຂໍ້ມູນສະພາບການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການຈັດຕັ້ງປະຕິບັດ ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ການແກ້ໄຂຂອງແຕ່ລະພາກສ່ວນ ໃນກໍລະນີເກີດມີປະກົດການຫຍໍ້ທໍ້ຕ່າງໆ ຕໍ່ກັບພະນັກງານ, ສະມາຊິກພັກພາຍໃຕ້ການຄຸ້ມຄອງຂອງຕົນຢ່າງທັນການ.

ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກບາງບັນຫາສໍາຄັນ ເປັນຕົ້ນ ຕ້ອງເພີ່ມທະວີວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ໃນການສຶກສາອົບຮົບ ພະ ນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ໃຫ້ຖືເອົາວຽກງານກວດກາສອດຫ້ອຍ ເຂົ້າໃນທຸກຂົງເຂດວຽກງານ ຄະນະໜ່ວຍພັກ; ຕ້ອງເອົາໃຈໃສ່ເຮັດວຽກງານ ກວດກາຢ່າງເປັນປົກກະຕິ ເພື່ອກຳສະພາບຂອງພະນັກງານໃຫ້ດີ, ດຳເນີນການກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ໄວ ແລະ ທັນການ. ພ້ອມກັນ​ນີ້, ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ຫລ້ອນໜ້າທີ່ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງ ຂອງຕົນເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສຳ ເລັດ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບ, ເພີ່ມທະວີດ້ານຈັນຍາບັນ, ຈັນຍາທຳ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາຖືກຕ້ອງ ແລະ ສອດຄ່ອງຕາມທີ່ກົດໝາຍກໍານົດໄວ້ ແລະ ພ້ອມກັນພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ. 

ຂ່າວ: ກົມກວດກາ ອອປສ

KPL

ຂ່າວອື່ນໆ

ads
ads

Top