ຮ້ານອາຫານກິນລົມ ຊົມວິວ ເນັ້ນບໍລິການ ອາຫານລາວ ທີ່ໃຊ້ວັດຖຸດິບ ສົດ ສະອາດ ແບບມື້ຕໍ່ມື້

30/04/2024 16:21
Email Print 387
ຂປລ ຂປລ. ຮ້ານອາຫານກິນລົມຊົມວິວ ເປັນຮ້ານອາຫານ​ໃໝ່ ເປີດຂຶ້ນເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ​ໂດຍເນັ້ນບໍລິການອາຫານລາວ ທີ່ເປັນຍອດນິຍົມຂອງແຕ່ລະທ້ອງຖິ່ນແຕ່ເໜືອຮອດໃຕ້ ເຊັ່ນ: ລາບ, ເອາະລາມ, ກ້ອຍປາເຄິງ, ໝົກປາເຄິງ, ໝົກໜໍໄມ້, ປິ້ງໄກ່ທາປາແດກ, ຕໍາຖົ່ວໝູກອບ, ລາບໝູທອດ, ອາຫານປະເພດຍໍາ, ປະເພດປິ້ງ, ອາຫານປະເພດເສັ້ນຕ່າງໆ, ອາຫານສາກົນຈຳນວນໜຶ່ງ ແລະ ເຄື່ອງດື່ມ ທີ່ບໍລິການວ່ອງໄວ, ສະອາດ ​ໃຊ້ວັດຖຸດິບສົດໃໝ່ສະອາດ​ແບບມື້ຕໍ່ມື້



ຂປລ. ຮ້ານອາຫານກິນລົມຊົມວິວ ເປັນຮ້ານອາຫານ​ໃໝ່ ເປີດຂຶ້ນເພື່ອຕ້ອນຮັບປີທ່ອງທ່ຽວລາວ
2024 ​ໂດຍເນັ້ນບໍລິການອາຫານລາວ ທີ່ເປັນຍອດນິຍົມຂອງແຕ່ລະທ້ອງຖິ່ນແຕ່ເໜືອຮອດໃຕ້ ເຊັ່ນ: ລາບ, ເອາະລາມ, ກ້ອຍປາເຄິງ, ໝົກປາເຄິງ, ໝົກໜໍໄມ້, ປິ້ງໄກ່ທາປາແດກ, ຕໍາຖົ່ວໝູກອບ, ລາບໝູທອດ, ອາຫານປະເພດຍໍາ, ປະເພດປິ້ງ, ອາຫານປະເພດເສັ້ນຕ່າງໆ, ອາຫານສາກົນຈຳນວນໜຶ່ງ ແລະ ເຄື່ອງດື່ມ ທີ່ບໍລິການວ່ອງໄວ, ສະອາດ ​ໃຊ້ວັດຖຸດິບສົດໃໝ່ສະອາດ​ແບບມື້ຕໍ່ມື້ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.



ທ່ານ ວຽງສະຫວັນ ແສງຈັນ ເຈົ້າຂອງຮ້ານອາຫານກິນລົມຊົມວິວ ​ໄດ້ໃຫ້ສຳພາດຕໍ່ສື່​ມວນ​ຊົນ ເມື່ອບໍ່ດົນນີ້ວ່າ: ຮ້ານອາຫານກິນລົມຊົມວິວ ເປີດໃຫ້ບໍລິການບໍ່ຮອດປີ ແຕ່ໄດ້ຮັບຄວາມສົນໃຈ ແລະ ຜົນຕອບຮັບຈາກລູກຫລາຍພໍສົມຄວນ ດ້ວຍເອກະລັກຕັ້ງຢູ່ແຄມບຶງຂະຫຍອງ ທີ່ສວຍງາມ ແລະ ມີທິວທັດ ແມ່ນຳທີ່ເບິ່ງແລ້ວສະບາຍຕາ
, ຮູ້ສຶກຜ່ອນຄາຍ, ພາຍໃນຮ້ານກວ້າງຂວາງຕົບແຕ່ງເຢັນຕາ ແລະ ຫ້ອງພິເສດສຳລັບລູກຄ້າທີ່ມັກແບບສ່ວນຕົວ ​ໂດຍລູກຄ້າສ່ວນໃຫຍ່ທີ່ເຂົ້າມາໃຊ້ບໍລິການ ແມ່ນຄົນພາຍໃນນະຄອນຫລວງ ມາແບບຄອບຄົວ, ໝູ່ເພື່ອນ ແລະ ທົ່ວນັກທ່ອງທ່ຽວເກົ່າຫລີ, ຈີນ, ຫວຽດ ແລະ ໄທ ສາມາດຮອງຮັບລູກຄ້າໄດ້ 100 ກວ່າຄົນ ​ເຊິ່ງຮ້ານພວກ​ເຮົາ ກາຍເປັນອີກທາງເລືອກໜຶ່ງໃຫ້ກັບຄົນທີ່ມັກກິນອາຫານແບບລາວໆ, ລວມທັງຊາວຕ່າງ​ປະ​ເທດ ກໍຄື ນັກທ່ອງທ່ຽວ ໃຫ້ໄດ້ລອງຊີມ ແລະ ສຳຜັດກັບລົດ​ຊາດອາຫານລາວທີ່ແຊບ, ສະອາດ ຖືເປັນການເຜີຍແຜ່ວັດທະນະທຳທາງດ້ານອາຫານລາວ ໃຫ້ກັບນັກທ່ອງທ່ຽວຕ່າງປະ​ເທດໄດ້ຮັບຮູ້​ໄປໃນຕົວ.



ຮ້ານອາຫານກິນລົມຊົມວິວ ຕັ້ງຢູ່ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ເປີດໃຫ້ບໍລິການແຕ່​ເວລາ 10:00-23:00 ໂມງ.

ຂ່າວ: ກິດ​ຕາ

KPL

ຂ່າວອື່ນໆ

ads
ads

Top