ຄວາມເອກະພາບດ້ານແນວຄິດປັນຍາ ເຮັດໃຫ້ໄດ້ຮັບໄຊຊະນະດຽນບຽນຟູ

26/04/2024 17:27
Email Print 496
ຂປລ ທ່າມກາງ ທົ່ວປວງຊົນ ພວມສຸມໃສ່ ສະໜາມຮົບ ດຽນບຽນຟູ, ສູນກາງພັກ ແລະ ປະທານໂຮ່ຈີມິງ ພ້ອມດ້ວຍ ການຊີ້ນຳ ບັນດາ ສະໜາມຮົບ ເພື່ອຊຸກຍູ້ການບຸກໂຈມຕີ ໂດຍການປະສານງານ ກັບ ຖານທີ່ໝັ້ນດຽນບຽນຟູ ກັບ ນະໂຍບາຍຕ່າງໆ ເພື່ອໃຫ້ທ່ວງທັນ ຕໍ່ສະພາບການ ແລະ ການປະດີດສ້າງ. ເມື່ອວັນທີ 6 ເດືອນທັນວາ ປີ 1953

     ຂປລ. ແຫລ່ງຂ່າວ ວີໂອວີ (VOV.VN) ທ່າມກາງ ທົ່ວປວງຊົນ ພວມສຸມໃສ່ ສະໜາມຮົບ ດຽນບຽນຟູ, ສູນກາງພັກ ແລະ ປະທານໂຮ່ຈີມິງ ພ້ອມດ້ວຍ ການຊີ້ນຳ ບັນດາ ສະໜາມຮົບ ເພື່ອຊຸກຍູ້ການບຸກໂຈມຕີ ໂດຍການປະສານງານ ກັບ ຖານທີ່ໝັ້ນດຽນບຽນຟູ  ກັບ ນະໂຍບາຍຕ່າງໆ ເພື່ອໃຫ້ທ່ວງທັນ ຕໍ່ສະພາບການ ແລະ ການປະດີດສ້າງ. ເມື່ອວັນທີ 6 ເດືອນທັນວາ ປີ 1953 , ພາຍໃຕ້ການ ເປັນປະທານຂອງ ປະທານໂຮ່ຈີມິງ, ກົມການເມືອງ ໄດ້ຈັດກອງປະຊຸມໂຕະມົນ  ເພືອຮັບການລາຍງານ ຈາກຄະນະພັກທະຫານ ກ່ຽວກັບ ຫລັກການຕໍ່ສູ້ ໃນລະດູບານໃໝ່ ປີ 1954 ໂດຍຈຸດໃຈກາງ ກໍ ແມ່ນສະໜາມຮົບ ດຽນບຽນຟູ.

ພາຍໃຕ້ການນຳ,​ ສະຕິປັນຍາ ແລະ ການປຸກລະດົມ ໃນລະດັບສູງສຸດ ຂອງລັດທິວິລະຊົນ ປະຕິວັດຫວຽດນາມ, ກົມການເມືອງ ໄດ້ຕີລາຄາສູງ ດຽນບຽນ ເປັນທີ່ໝັ້ນ ທີ່ມີກຳລັແຮງ, ແຕ່ຫາກເປັນ ຖານທີ່ໝັ້ນ ຢູ່ໂດດດ່ຽວ ຫ່າງໄກຈາກແນວຫລັງ. ສະນັ້ນ ການຂົນສົ່ງເຄື່ອງ ເຂົ້າໄປເຖິງເຂດດັ່ງກ່າວ ຕ້ອງອິງໃສ່ທາງອາກາດ. ສຳລັບພວກເຮົາ,​ ດຽນບຽນຟູ ກໍເປັນສະຖານທີ່ໄກຈາກແນວຫລັງ, ເຊິ່ງມີຄວາມຫຍຸ້ງຍາກ ກ່ຽວກັບ ການເຂົ້າໄປເຖິງແນວໜ້າ ແຕ່ຍ້ອນນໍ້າໃຈຕໍ່ສູ້ຢ່າງເດັດດ່ຽວ, ຕ້ອງໄດ້ຮັບໄຊຊະນະ ຂອງພັກ, ທົ່ວກອງທັບ  ແລະ ທົ່ວປວງຊົນ ທັງແນວໜ້າ ແລະ ແນວຫລັງ, ພວກເຮົາ ມີຄວາມສາມາດແກ້ໄຂໄດ້ ແລະ ກອງທັບເຮົາ ຕ້ອງໄດ້ຮັບໄຊຊະນະ ສັດຕູ ຢູ່ສະໜາມຮົບດຽນບຽນຟູ ຢ່າງແນ່ນອນ. ບົນພື້ນຖານ ການວິເຄາະຂອງ ວິທະຍາສາດ ຕາມການປະເມີນກອງກຳລັງ ລະຫວ່າງ ຫວຽດນາມ ແລະ ສັດຕູ,​ ກົມການເມືອງຮັບຮອງແຜນການສູ້ຮົບ ແລະ ເອກະພາບຕົກລົງ: ການເປີດ ບັ້ນຮົບ ດຽນບຽນຟູ.

    ພັນເອກ ຫງຽນວັນເຈືອງ, ຈາກ ສະຖາບັນການເມືອງ, ຂອງກະຊວງປ້ອງກັນ ປະເທດຫວຽດນາມ ໄດ້ວິເຄາະວ່າ : ໃນບັ້ນຮົບດຽນບຽນຟູ,​ ພວກເຮົາຕ້ອງໄດ້ເວົ້າ ເຖິງບົດບາດ ຂອງສູນກາງພັກ, ກົມການເມືອງ ຕ້ອງມີບົດບາດການນຳ ແລະ ຄົ້ນຄ້ວາ, ຕີລາຄາ ກ່ຽວກັບ ພວກເຮົາ-ສັດຕູ, ຕີດຕາມການເຄື່ອນໄຫວ ຢູ່ສະໜາມຮົບ, ໂດຍອີງໃສ່ແນວທາງ ການຕໍ່ສູ້ ທີພັກໄດ້ກຳນົດ ເພື່ອນຳສະເໜີ ຄວາມເປັນເອກະພາບທີ່ສຳຄັນ, ດ້ວຍຄຸນທາດການຕັດສິນໃຈເດັດດ່ຽວ ເພື່ອນຳໄປສູ່ການ ໄດ້ຮັບໄຊຊະນະ ຂອງບັ້ນຮົບດຽນບຽນຟູ.” ທ່າມກາງ ບັນຍາກາດ ການປະເມີນ ກອງກຳລັງ ລະຫວ່າງ ຫວຽດນາມ ແລະ ສັດຕູ ມີຄວາມຫຍຸ້ງຍາກ ແຕ່ດ້ວຍນໍ້າໃຈ ກ້າຕໍ່ສູ້ ແລະ ເຮັດໃຫ້ທົ່ວທັງຊາດບຸກໂຈມຕີ , ບົນນໍ້າໃຈຍອມເສຍ ສະລະ ທຸກຢ່າງ ແຕ່ບໍ່ຍອມເສຍຊາດ, ບໍ່ຍອມເປັນຂ້ອຍຂ້າ ໃຫ້ສັດຕູຢ່າງ ເດັດຂາດ, ປະທານໂຮ່ຈີມິງ ພ້ອມດ້ວຍ ສູນກາງພັກ ໄດ້ສະເໜີແນວທາງ ການສູ້ຮົບຢ່າງຖືກຕ້ອງທົ່ວປວງ ຊົນ ແລະ ຮອບດ້ານ ຍາວນານ, ດ້ວຍການກຸ້ມຕົນເອງ” ເພື່ອເຮັດໃຫ້ ແນວທາງນັ້ນ ເຊື່ອມຊືມເລີກເຂົ້າໃນຄວາມຄິດ, ການກະທຳຂອງທົ່ວປວງຊົນ.

ໃນຂະບວນການສູ້ຮົບ, ປະທານໂຮ່ຈີມີິງ ໄດ້ສະເໜີແຜນການສັງລວມຕະຫລອດ, ນະໂຍບາຍອັນສຳຄັນ ເພື່ອໃຫ້ ແຕ່ລະບາດກ້າວ ມີການປ່ຽນແປງຕາມທິດທາງ ທີ່ມີຜົນ ປະໂຫຍດ ໃຫ້ແກ່ພວກເຮົາ. ປະທານໂຮ່ຈີມິງ ໄດ້ຮຽກ ຮ້ອງໃຫ້ ປະຊາຊົນລຸກຮື້ຂຶ້ນໂຕ້ຕອບຢ່າງຮອບດ້ານ ເພື່ອໃຫ້ບັ້ນຮົບການຕໍ່ສູ້ກັບຝະລັ່ງສິ້ນສຸດລົງ. ສາສະດາອາຈານ ເຈີນທີມີງ ຕຽດ ສະຖາບັນສື່ມວນຊົນ ແລະ ໂຄສະນາໄດ້ຢັ້ງຢືນວ່າ ໃນບັ້ນຮົບດຽນບຽນຟູ, ປະທານໂຮ່ຈິມິງ ໄດ້ສະ ແດງບົດບາດໃນການນຳພາຢ່າງສູງສຸດ ໃນບັ້ນຮົບນີ້. ປະທານ ໂຮ່ຈິມີງ ໄດ້ສະເໜີ ແຜນການ ຕໍ່ສູ້ຕ່າງໆ ເພື່ອເຮັດໃຫ້ ຄູ່ຕໍ່ສູ້ຕ້ອງພ່າຍແພ້. Nava (ນາຍທະຫານຝະລັ່ງ) ຢາກສຸມໃສ່ສ້າງກອງກຳລັງ , ປະທານໂຮ່ຈີມິງ ໄດ້ຕັດແບ່ງໃຫ້ນ້ອຍລົງ. Nava ຢາກກໍ່ສ້າງ ກຸ່ມຖານທີ່ໝັ້ນດຽນບຽນຟູ ໃຫ້ເປັນບ່ອນ ດູດເອົາພິດ ເພື່ອບົດບິ້ກອງກຳລັງຫວຽດມີນ. ດັ່ງນັ້ນ ປະທານໂຮ່ຈິມິງ ຈື່ງໄດ້ໂຈມຕີໃສ່ບ່ອນນັ້ນໂດຍກົງ. ແຕ່ບໍ່ແມ່ນຄືເມື່ອກ່ອນ ທີ່ຕີໃສ່ຈຸດອ່ອນແອ, ຫລີກເວັ້ນ ບ່ອນເຂັ້ມແຂງ ແຕ່ຄັ້ງນີ້ ຕ້ອງຕໍ່ສູ້ໃສ່ ບ່ອນທີ່ ແຂງແຮງທີ່ສຸດ ຫັນຈາກ ການປຸກລະດົມໄປສູ່ ສະໜາມຮົບ”.

ການຕັດສິນໃຈສຳຄັນ ໃນບັ້ນຮົບດຽນບຽນຟູ ຂອງປະທານໂຮ່ຈີມິງ ໂດຍຕ້ອງເລືອກເອົາ ຜຸ້ບັນຊາການສູງສຸດ ຂອງກອງທັບ ປະຊາຊົນ ຫວຽດນາມ ນັ້ນກໍຄື ນາຍພົນ ວໍ ງວຽນຢາບ. ໃນວັນທີ 1/1954 . ປະທານໂຮ່ຈີມິງ ໄດ້ສັ່ງໃຫ້ນາຍພົນວໍງວຽນຢາບ ກ່ອນວັນອອກເດີນທາງ ໄປສະໜາມຮົບ. ນັ້ນແມ່ນຕ້ອງຕີໃຫ້ໄດ້ ຮັບໄຊຊະນະ! ຖ້າມີຄວາມໝັ້ນໃຈ ວ່າໄດ້ຮັບໄຊຊະນະຈຶ່ງຕີ, ຖ້າບໍ່ມີຄວາມໝັ້ນໃຈວ່າ ບໍ່ໄດ້ຮັບໄຊຊະນະ ແມ່ນບໍ່ຕີ”. ນາຍພົນ ວໍງວຽນຢາບ ມີຄວາມເຊື່ອວ່າ ມີແຕ່ການຕໍ່ສູ້ໃຫ້ກຸ່ມດັ່ງກ່າວ ປະລາໄຊ ໃນດຽນບຽນຟູ ຈຶ່ງສາມາດເປີດເສັ້ນທາງ ໃຫ້ແກ່ບັ້ນຮົບ ການຕໍ່ສູ້ກັບຝະລັ່ງ ຈຶ່ງໄດ້ຮັບໄຊຊະນະ. ບັນດາວຽກງານຕ່າງໆ ໄດ້ມີການກຽມພ້ອມໃຫ້ແກ່ ບັ້ນຮົບຕໍ່ສູ້ ດ້ວຍການຜັນຂະຫຍາຍ ຕາມທິດທາງ ການຕີໄວ, ການຕັດສິນໃຈໄວ ໄດ້ກຽມພ້ອມ.  ເຖິງຢ່າງໃດກໍ່ຕາມ, ພາຍຫລັງ ໄດ້ມີການສຳຫລວດ ພື້ນທີ່ຕົວຈິງ, ນາຍພົນ ວໍງວຽນຢາບ ໄດ້ຮັບຮູ້ເຖິງ ຄວາມຫຍຸ້ງຍາກ ໃນກອງທັບ ຫວຽດນາມ.​ ສະນັ້ນ ເຖິງແມ່ນວ່າ ກອງທັບ ຫວຽດນາມ ໄດ້ກຽມພ້ອມ,​ ກະສູນປຶນໄດ້ເຂົ້າລໍາກ້ອງ, ກຽມພ້ອມເປີດກຳລັງໄຟ ໃນເວລາ 17 ໂມງຂອງວັນທີ 25 ເດືອນ 1 ປີ 1954 ແຕ່ ນາຍພົນວໍງວຽນຢາບ ໄດ້ຕັດສິນໃຈງົດ, ໃຫ້ກອງກຳລັງທະຫານ ຖອຍຄືນໄປສູ່ຈຸດເຕົ້າໂຮມ. ເຖິງແມ່ນວ່າ ລູກປືນໄດ້ແກ່ເຂົ້າມາ ແຕ່ຕ້ອງເອົາກັບຄືນ ເພື່ອກຽມພ້ອມໃສ່ການຕໍ່ສູ້ ຕາມແບບແຜນໃໝ່.

ພັນເອກຫງຽນບ໋າຮຸ່ງ , ຮອງຜູ້ອຳນວຍການ ສະຖາບັນການເມືອງ, ຂອງ ກະຊວງປ້ອງກັນ ປະເທດ ຫວຽດນາມ ກ່າວວ່າ “ ນາຍພົນ ວໍງວຽນຢາບ, ກອງບັນຊາການໃຫຍ່ ຂອງ ກອງທັບຫວຽດນາມ ໄດ້ປາກົດເຫັນ ຍຸດທະສາດແບບໜຶ່ງ,​ ທີ່ມີຄວາມຊັດເຈນ ໃນການນໍຳພາຕໍ່ສູ້ ຢູ່ສະໜາມຮົບ ດຽນບຽນຟູ. ສິ່ງດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນວ່າ ການປ່ຽນແປງ ກ່ຽວກັບຍຸດທະສາດ ຈາກ ”ການຕີໄວ ໄດ້ຮັບໄຊຊະນະໄວ” ໄປຍັງ “ ບຸກໂຈມຕີໄວ ໄດ້ຮັບໄຊຊະນະໄວ”. ນີ້ຖືວ່າເປັນການປ່ຽນແປງ ຍຸດທະສາດທີ່ຖືກຕ້ອງທີ່ສຸດ,​ ການປະດິດສ້າງ ແລະ ໄດ້ນຳມາສູ່ໄຊຊະນະ ດຽນບຽນຟູ”. ທ່ານຫງຽນກົງຢິງ ຜູ້ຊ່ວຍບັ້ນຮົບ ຂອງຫ້ອງການທີ່ສຳຄັນ ຂຶ້ນກັບ ກົມໃຫຍ່ກອງບັນຊາການ ສະໜາມຮົບດຽນບຽນຟູ ,​ເປັນໜຶ່ງໃນຈຳນວນ ຜູ້ຊ່ວຍວຽກ, ສັງລວມຂ່າວສານປະຈຳວັນ ຈາກກົມກອງໃນສະໜາມຮົບ ເພື່ອລາຍງານໃຫ້ນາຍພົນ ວໍງວຽນຢາບ ປະຈຳຫ້ອງການ ກອງບັນຊາການເມືອງຟັງ, ດຽນບຽນຟູ.  

ທ່ານຢິງ ໄດ້ເລົ່າວ່າ ໃນຄືນກ່ອນສຽງປືນ ຈະແຕກຂຶ້ນ ນາຍພົນວໍງວຽນຢາບ ບໍ່ໄດ້ນອນທັງຄືນ ແລະ ເຊົ້າເດີກຂອງວັນທີ 26/1,​ ທ່ານໄດ້ຮຽກຈັດກອງປະຊຸມຄະນະພັກ ປະຈຳສະໜາມຮົບ ພ້ອມດ້ວຍ ບັນດາຜູ້ບັນຊາການ ແລະ ຄະນະການເມຶອງ ແລະບັນດາຫົວໜ້າກົມ, ໂດຍກອງປະຊຸມ ໄດ້ສະຫລຸບວ່າ  ດ້ວຍການປ່ຽນທິດຊີ້ນຳ ຈາກການຕີໄວ, ການແກ້ໄຂໄວ ໄປສູ່ ການຕີໃຫ້ມີຄວາມໝັ້ນໃຈ. ຈາກນັ້ນ ທ່ານກໍໄດ້ຮັບຄຳສັ່ງ ຈາກທ່ານນາຍພົນ ວໍງວຽນຢາບ ໃຫ້ເອົາຈົດໝາຍໄປສົ່ງເຖິງ ທ່ານໂຮ່ຈິມິງ  ກ່ຽວກັບ ການປ່ຽນແປງ ທິດທາງ ການຕໍ່ສູ້. ພາຍຫລັງ ໄດ້ມີຄຳສັ່ງຕົກລົງ ຈາກ “ການຕີໄວ,​ໄດ້ຮັບໄຊຊະນະໄວດັ່ງກ່າວ, ນາຍພົນວໍງວຽນຢາບ ໄດ້ຂຽນຈົດໝາຍ ສະບັບໜຶ່ງ ເພື່ອລາຍງານຕໍ່ປະທານໂຮ່ຈິມິງ ແລະ ກົມການເມືອງ. ໃນວັນທີ 27/1/1954,​ ທ່ານ ຫງຽນກົງຢິງ ໄດ້ຖືກຮຽກຕົວ ໃຫ້ໄປພົບກັບນາຍພົນ ວໍງວຽນຢາບໂດຍກົງ ເພື່ອຮັບຈົດໝາຍສະບັບໜື່ງ ແລະ ໄດ້ເນັ້ນໜັກວ່າ ສະຫາຍມີໜ້າທີ່ ນຳຈົດໝາຍນີ້ ໄປສົ່ງເຖິງມື ປະທານໂຮ່ຈີມິງ ໃຫ້ມີຄວາມປອດໄພ ແລະ ຍັງເນັ້ນວ່າ ນີ້ຖືເປັນຈົດໝາຍສຳຄັນສະບັບໜື່ງ. ທ່ານ ຫງຽນກົງຢິງ ຍັງເລົ່າວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ການຕັດສິນໃຈຄັ້ງປະຫວັດສາດ ຂອງ ນາຍພົນວໍຫງນຢາບ.ໃນຂະນະທີ່ ສຸມໃສ່ສະໜາມຮົບ ດຽນບຽນຟູ,​ ສູນກາງພັກ ແລະ ປະທານໂຮ່ຈິມິງ ພ້ອມດ້ວຍ ການຊີ້ນຳບັ້ນຮົບຕ່າງໆ ໃນການຊຸກຍູ້ດຳເນີນງານ  ເພື່ອປະສານງານກັບ ດຽນບຽນຟູ ພາຍໃຕ້ຄຳສັ່ງດັ່ງກ່າວ ໃຫ້ທ່ວງທັນ.

ດ້ວຍ 5 ບາດຄ້ອນ ໂຈມຕິ ຢູ່ລາຍເຈົາ,​ ພາກກາງ ຂອງ ລາວ ແລະ ພາກໃຕ້ລາວ- ພາກຕາເວັນອອກສ່ຽງເໜືອ ກໍາປູເຈຍ,​ ເຂດໄຕງຽນ ຕອນເໜືອ ຂອງຫວຽດນາມ, ພາກເໝືອລາວ, ພວກເຮົາ ໄດ້ເຮັດໃຫ້ແຜນການ  Nava ບໍ່ໄດ້ດຳເນິນງານ ຕາມຄາດການໄວ້. ພາຍໃຕ້ການນຳພາ ແລະ ບໍລິຫານງານສູ້ຮົບ ຢ່າງເກັ່ງກ້າ, ສະຫລາດສ່ອງໃສ ຂອງສູນ ກາງພັກ. ຄະນະພັກ ທະຫານ ແລະ ກອງບັນຊາການ  ແລະ ຄວາມສະຫລາດ ໃນການຄົ້ນຄິດ ຂອງ ກອງບັນຊາການ ນາຍພົນວໍງວຽນຢາບ, ຕອນແລງວັນທີ 13/3/1954 ກອງທັບຫວຽດນາມໄດ້ເປີດບັ້ນຮົບດຽນບຽນຟູ.

ພາຍຫລັງ 56 ຄືນ ໃນການຕໍ່ສູ້ ທີ່ມີຄວາມຫຍຸ້ງຍາກ, ດ້ວຍນໍ້າໃຈເສຍສະລະ ” ກ້າຕາຍ ເພື່ອໃຫ້ປະເທດຊາດຄົງຢູ່”, ກອງທັບຫວຽດນາມ ໄດ້ດັບສູນສັດຕູ ຢ່າງສິ້ນເຊິງ ໃນພື້ນ ທີ່ດຽນບຽນຟູ, ນາຍພົນ ເດີກັສຕີຣ ແລະ ກອງບັນຊາການ ກຸ່ມຄະນະໄດ້ຖືກຈັບ. ທຸງໄຊ ຂອງຫວຽດນາມ ໄດ້ປິວສະບັດ ຢູ່ຂຸມຄອງຂອງສັດຕູ. ການໄດ້ຮັບໄຊຊະນະດຽນບຽນຟູ ເປັນສະຕິປັນຍາ ທີ່ຍອດຍ້ຽມ  ພາຍໃຕ້ການນຳພາອັນຖືກຕ້ອງ ຂອງ ສູນກາງພັກຫວຽດນາມ ໂດຍສະເພາະ ແມ່ນກົມການເມືອງ, ປະທານໂຮ່ຈິມິງ ແລະ ນາຍພົນວໍງວຽນຢາບ, ສິ່ງດັ່ງກ່າວນັ້ນ ຍັງເປັນການຕໍ່ສູ້ ຢ່າງວິລະຊົນຂອງພະນັກງານ, ສະມາຊິກພັກ, ທະຫານໃນທຸກສະໜາມຮົບ ຊືຶ່ງເປັນ ການໜູນຊ່ວຍ ອັນໃຫຍ່ຫລວງຂອງ ແນວຫລັງ ແລະ ການປະສານງານ ລະຫວ່າງ ບັນດາສະໜາມຮົບ. ພາຍຫລັງ 56 ວັນໃນການຕໍ່ສູ້ ຢ່າງພິລະອາດຫານ, ໃນວັນທີ 7/5/1954, ບັ້ນຮົບດຽນບຽນຟູ ໄດ້ຮັບໄຊຊະນະ ຢ່າງສົມບູນ.

KPL

ຂ່າວອື່ນໆ

ads
ads

Top