ສ້າງເສດຖະກິດ ເອກະລາດ ຕ້ອງພັດທະນາ ພື້ນຖານການຜະລິດ ແລະ ຜະລິດຕະພັນທີ່ຫລາກຫລາຍ

25/04/2024 13:03
Email Print 614
ຂປລ ຂປລ. ​ໃນ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​​ໄລຍະ​ໃໝ່ ​ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ

ຂປລ. ​ໃນ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​​ໄລຍະ​ໃໝ່ ​ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ດີນັ້ນ. ນອກຈາກ, ພັດທະນາຊັບພະຍາ ກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ສຸມໃສ່ສ້າງ ພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍ ຕອບສະໝອງພື້ນຖານ ການດໍາລົງຊີວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວ.



ຂະນະດຽວກັນ, ຕ້ອງກ້າວສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ້ອງໂຊ້ ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ
, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນ ທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກ ໂນໂລຊີທີ່ທັນສະໄໝ; ປັບປຸງລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດ ຂອງປະເທດ. ບົນພື້ນຖານນັ້ນ, ຕ້ອງດຳເນີນທຸກມາດຕະການ ເພື່ອໃຫ້ມີລະບົບການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຫລາຍ ເທົ່າທີ່ຈະຫລາຍໄດ້, ສ້າງແຫລ່ງລາຍຮັບໃໝ່ ໃຫ້ຫລາຍ ແລະ ໝັກແໝ້ນ, ຂຸຄົ້ນແຫລ່ງລາຍຮັບ ຈາກບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະບຽບ



ການຢ່າງຍືດຍຸ່ນ
, ທັງມີການປັບປຸງ ແລະ ພັດທະນາລະບົບ, ກົນໄກຢ່າງເປັນປະຈຳຕາມຫລັກວິທະຍາ ສາດທີ່ປ່ຽນແປງໄດ້ຕາມສະຖານະການຕົວຈິງ ໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະສິດທິຜົນ, ເກີດດອກອອກຜົນ ໃນການພັດທະນາຫລາຍກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ; ຕ້ອງຕັ້ງໝ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກ ບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍ ໃນການຮັບປະກັນ ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງເປັນຮູບປະທໍາ ທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນການສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນໜັກແໜ້ນ ໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນ ຊ່ວຍເຫລືອຈາກເພື່ອນມິດສາກົນ ໃຫ້ກາຍເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ ຢ່າງມີປະສິດທິຜົນສູງສຸດ.



ເປົ້າໝາຍທີ່ຕ້ອງບັນລຸ ຂອງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງແມ່ນເຮັດໃຫ້ຄົນລາວ
, ສັງຄົມລາວຍົກລະດັບວິຖີຊີວິດ ແລະ ວິທີການທໍາມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການ ທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກສູງສະມັດຕະພາບການຜະລິດ, ຮູ້ສ້າງສາພັດທະນາດ້ວຍສະຕິປັນຍາ, ດ້ວຍຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າດ້ວຍລໍາຂາຂອງຕົນເອງ ຢ່າງເປັນເຈົ້າການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມສິນຄ້າລາວ ໃຫ້ຫລາຍຂຶ້ນ, ຮູ້ນຳໃຊ້ຊັບພະຍາກອນທີ່ພວກເຮົາ ມີຢູ່ໃຫ້ເປັນທຶນຮອນ, ແຕ່ຊັບພະຍາກອນຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ສາມາດນຳໃຊ້ໄດ້ຢ່າງຍືນຍົງ ແລະ ຍາວນານ, ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດ ຈາກການພັດທະນາຢ່າງຍຸຕິທຳ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນຍົງໄປຕາມໆກັນ.

ພາບ​ປະກອບ
KPL

ຂ່າວອື່ນໆ

ads
ads

Top