ນັກທ່ອງທ່ຽວຕ່າງປະເທດ ເຂົ້າ ຫວຽດນາມ ບັນລຸຫລາຍກ່ວາ 6 ລ້ານເທື່ອຄົນ

30/04/2024 14:33
Email Print 323
ຂປລ , ຕົວເລກ ຂອງ ກົມໃຫຍ່ ສະຖິຕິ ຫວຽດນາມປະກາດ ເມື່ອວັນທີ 29 ເມສາວ່າ: ໃນໄລຍະ 4 ເດືອນຜ່ານມາ, ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າຫວຽດນາມ ບັນລຸ 6,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2023.

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງແຫ່ງຊາດ ຫວຽດນາມ, ຕົວເລກ ຂອງ ກົມໃຫຍ່ ສະຖິຕິ ຫວຽດນາມປະກາດ ເມື່ອວັນທີ 29 ເມສາວ່າ: ໃນໄລຍະ 4 ເດືອນຜ່ານມາ, ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າຫວຽດນາມ  ບັນລຸ 6,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2023. ໂດຍສະເພາະ ເດືອນເມສາ ນີ້ ລວມມີ ເກືອບ 1,6 ລ້ານເທື່ອຄົນ. ການບັນລຸ ໝາກຜົນນີ້ ເນື່ອງຈາກ ນະໂຍບາຍ ການອອກວີຊາ ໄດ້ອຳນວຍ ຄວາມສະດວກ ໃຫ້ແກ່ ຂະແໜງການ ທ່ອງທ່ຽວ ແລະ ພວມສືບຕໍ່ ເສີມຂະຫຍາຍ ປະສິດທິຜົນ ເພື່ອດຶງດູດ ເອົານັກທ່ອງທ່ຽວ ຕ່າງປະເທດ ໃຫ້ເຂົ້າມາ ຫວຽດນາມ ຫລາຍຂື້ນ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./

 

KPL

ຂ່າວອື່ນໆ

ads
ads

Top