ມຊ ເຊັນສັນຍາຂາຍດິນ ເຂດໂຮງຮຽນ ອະນຸບານສາທິດ ໃຫ້ນາຍທຶນຈີນ ບໍ່ມີມູນຄວາມຈິງ

30/04/2024 16:02
Email Print 308
ຂປລ ຂປລ. ​ໃນ​ຕອນ​ບ່າຍ​ວັນ​ທີ 26 ​ເມສາ 2024 ຜ່ານ​ມາ, ມີເຟສບຸກ ຂອງຜູ້ບໍ່ຫວັງດີ ໄດ້ໂພສຂໍ້ຄວາມປະກອບພາບວ່າ: ປົດທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລ້ວແຕ່ງຕັ້ງ ທ່ານ ເດຊານຸລາດ ແສນດວງເດດ ຮັກສາການແທນ ຍ້ອນຜູ້ກຽວເຊັນຂາຍດິນ ແຖວໂຮງຮຽນອະນຸບານ ສາທິດ ຫາອາຄານຮຽນຕຶກ C ແລະ ຕຶກ E ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ນາຍທຶນຈີນ.

ຂປລ. ​ໃນ​ຕອນ​ບ່າຍ​ວັນ​ທີ 26 ​ເມສາ 2024 ຜ່ານ​ມາ, ມີເຟສບຸກ ຂອງຜູ້ບໍ່ຫວັງດີ ໄດ້ໂພສຂໍ້ຄວາມປະກອບພາບວ່າ: ປົດທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລ້ວແຕ່ງຕັ້ງ ທ່ານ ເດຊານຸລາດ ແສນດວງເດດ ຮັກສາການແທນ ຍ້ອນຜູ້ກຽວເຊັນຂາຍດິນ ແຖວໂຮງຮຽນອະນຸບານ ສາທິດ ຫາອາຄານຮຽນຕຶກ C ແລະ ຕຶກ E ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ນາຍທຶນຈີນ. ປັດຈຸບັນ, ກຳລັງສ້າງກຳແພງອ້ອມເອົາທັງ ທີ່ນັກສຶກສາຍັງຮຽນຢູ່ 2 ອາຄານດັ່ງກ່າວ. ທາງ​ມະຫາ​ວີ​ທະຍາ​ໄລ​ແຫ່ງ​ຊາດ ​ໄດ້​ຢືນຢັນ​ວ່າ: ຂໍ້ຄວາມດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ.

ມາ​ໃນວັນ​ທີ 30 ​ເມສາ 2024 ນີ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ​ໄດ້​ອອກ​ແຈ້ງ​ການ ມາຍັງພະນັກງານ, ຄູ-ອາຈານ, ພະນັກງານອາວຸໂສບຳນານ ແລະ ປະຊາຊົນ ໃນຂອບເຂດທົ່ວປະເທດ ຮັບຮູ້ຄວາມເປັນຈິງ ກ່ຽວກັບເນື້ອໃນລົງຂ່າວ ໃນສື່ສັງຄົມອອນລາຍ (ເຟສບຸກ) ທີ່ວ່າ: ອະທິການບໍດີ ມຊ ເຊັນຂາຍດິນແຖວໂຮງຮຽນອະນຸບານສາທິດ ຫາອາຄານຮຽນ ຕຶກ C ແລະ ຕຶກ E ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃຫ້ນາຍທຶນຈີນແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ໃນຄວາມເປັນຈິງ ແມ່ນເປັນໂຄງການ ພັດທະນາໂຮງຮຽນອະນຸບານສາທິດ ຄະນະສຶກສາສາດ ມຊ ໃຫ້ນັບມື້ນັບມີຄຸນນະພາບຂຶ້ນເທື່ອລະກ້າວ ໂດຍເລີ່ມຈາກການສ້າງບົດວິພາກ ສຶກສາຄວາມເປັນໄປໄດ້ ຂອງຄະນະສຶກສາສາດ ມຊ ແລ້ວຈຶ່ງໄດ້ນຳສະເໜີຕໍ່ ຄະນະນໍາ ມຊ. ຜ່ານການພິຈາລະນາ ແລະ ເຫັນດີເປັນເອກະພາບ ຈາກຄະນະນໍາ ມຊ ແລ້ວ ຈຶ່ງໄດ້ສະເໜີຂໍຄຳເຫັນນຳທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລ້ວຈຶ່ງຕົກລົງໃຫ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ຕໍ່ກັບຂໍ້ຄວາມທີ່ວ່າ: ປົດຕຳແໜ່ງອະທິການບໍດີ ມຊ ແລ້ວແຕ່ງຕັ້ງ ທ່ານ ເດຊານຸລາດ ແສນດວງເດດ ຮັກສາການແທນ ກໍບໍ່ມີມູນເປັນຈິງ, ໃນຄວາມເປັນຈິງແລ້ວ ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ອອກພັກການ-ຮັບອຸດໜູນບຳນານ ໂດຍປະຕິບັດຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ສະບັບເລກທີ 122/ນຍ, ລົງວັນທີ 29 ມັງກອນ 2024 ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ, ສະ ບັບເລກທີ 38/ຄລສພ, ລົງວັນທີ 5 ກຸມພາ 2024 ເຊິ່ງເປັນໄປຕາມລະບຽບການ ແລະ ນະໂຍບາຍຕໍ່ການຮັບອຸດໜູນບຳນານຂອງພັກ-ລັດ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top