ຄະນະກວດກາສູນກາງພັກ ສະຫລຸບວຽກກວດກາ ປີ 2023 ແລະ ວາງທິດທາງແຜນການ ປີ 2024

27/04/2024 11:40
Email Print 713
ຂປລ ຂປລ. ກອງ​ປະ​ຊຸມສະ​ຫລຸບວຽກ​ງານກວດ​ກາ​ ປະ​ຈຳ​ປີ 2023 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ 2024 ຂອງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ແລະ ເຊື່ອມ​ຊຶມ​​ ເອ​ກະ​ສານ​​​​ບັນ​ດາ​ບົດແນະ​ນຳ ຈັດຂຶ້ນໃນວັນທີ 26 ເມສາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງ​ສະ​ລິດ ມັງ​ໜໍ່​ເມກ ຄະນະເລຂາທິການສູນກາງພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນເຂົ້າຮ່ວມ.

ຂປລ. ກອງ​ປະ​ຊຸມສະ​ຫລຸບວຽກ​ງານກວດ​ກາ​ ປະ​ຈຳ​ປີ 2023 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ 2024 ຂອງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ແລະ ເຊື່ອມ​ຊຶມ​​ ເອ​ກະ​ສານ​​​​ບັນ​ດາ​ບົດແນະ​ນຳ ຈັດຂຶ້ນໃນວັນທີ 26 ເມສາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງ​ສະ​ລິດ ມັງ​ໜໍ່​ເມກ ຄະນະເລຂາທິການສູນກາງພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນເຂົ້າຮ່ວມ.

      ໃນໂອກາດນີ້, ສະຫາຍ ກິ່ງເພັດ ມົງຄົນວິໄລ ຄະນະປະຈຳພັກ, ປະທານກວດກາ ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮອງຫົວໜ້າຫ້ອງ​ວ່າການ​ສູນ​ກາງ​ພັກ ໄດ້ໃຫ້ຮູ້ວ່າ:  1 ປີຜ່ານມາຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ນຳພາຄົ້ນຄວ້າ, ປັບປຸງກົດໝາຍ ແລະ ສ້າງນິຕິກຳທີ່ກ່ຽວຂ້ອງສຳເລັດ 6 ນິຕິກຳ ແລະ ໄດ້ເຜີຍແຜ່ນິຕິກຳດັ່ງກ່າວຜ່ານສື່ສິ່ງພິມຕ່າງໆ; ຄະນະກວດກາແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດການຕິດຕາມ, ກວດກາໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ທຸກຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການສູ່ຊົນປະຕິບັດຕົວເລກຄາດໝາຍດ້ານຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຄະນະພັກ, ຄະນະນໍາແຕ່ລະຂັ້ນ ສ່ວນຫລາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ,

ຍຶດໝັ້ນຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍຢ່າງຈະແຈ້ງ, ປະຕິບັດຢ່າງເຂັ້ມງວດຕໍ່ລະບອບປະຊຸມ, ການສ່ອງແສງລາຍງານ ທີ່ໄດ້ກຳນົດໃນກົດລະບຽບຂອງພັກ ເຮັດໃຫ້ແຕ່ລະຂອດ ຂອງວຽກງານໄດ້ຮັບການຊີ້ນຳຢ່າງໃກ້ຊິດ. ຄະນະພັກສ່ວນຫລາຍ ໄດ້ຖືເອົາວຽກງານຕິດຕາມ, ກວດກາປົກກະຕິຕິດພັນກັບການນຳພາ-ຊີ້ນຳ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນ ໂດຍມີການປະສານສົມທົບລະຫວ່າງການກວດກາພັກ, ການກວດກາລັດ ໃນການຕິດຕາມ, ຊຸກຍູ້ວຽກງານແຕ່ລະດ້ານເປັນປົກກະຕິ ແລະ ຕໍ່ເນື່ອງ; ຄະນະພັກ ແຕ່ລະຂັ້ນ ໄດ້ສືບຕໍ່ຍົກສູງການກໍ່ສ້າງ ແລະ ປັບປຸງຄຸນນະພາບຂອງການຈັດຕັ້ງພັກ, ສະມາຊິກພັກຕາມ 5 ຫລັກການ ແລະ 3 ທິດນຳຂອງພັກ; ໄດ້ເອົາໃຈໃສ່ຈັດຕັ້ງ ເຊື່ອມຊຶມແນວທາງນະໂຍບາຍ ແລະ ມະຕິຕ່າງໆຂອງພັກ ດ້ວຍການນຳພາ-ຊີ້ນຳການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເຊິ່ງມີຫລາຍໜ່ວຍພັກສາມາດຮັກສາໄດ້ເປັນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຫລາຍສະໄໝຊ້ອນ ໂດຍອີງຕາມການເກັບກໍາ ແລະສະຫລຸບຂໍ້ມູນຈາກ 16 ກະຊວງ, 16 ອົງການ, 15 ແຂວງ ແລະ ນະຄອນຫລວງວຽງຈັນ, ມີໜ່ວຍພັກທັງໝົດ 18.977 ໜ່ວຍພັກ (ທຽບໃສ່ປີ 2022 ເພີ່ມຂຶ້ນ 259 ໜ່ວຍພັກ ໄດ້ຈັດແບ່ງປະເພດໜ່ວຍພັກແລ້ວ 14.777 ໜ່ວຍພັກ ໃນນີ້ ໄດ້ໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ 12.486 ໜ່ວຍ, ກາງ  2.171 ໜ່ວຍ, ອ່ອນ 120 ໜ່ວຍ, ບໍ່ໄດ້ຈັດປະເພດ 4.200 ໜ່ວຍ (ກໍາລັງປະເມີນ); ເອົາໃຈໃສ່ຂະຫຍາຍພັກໂດຍຖືເອົາຄຸນນະພາບເປັນກົກ, ເລືອກເອົາມະຫາຊົນ ຜູ້ທີ່ມີກ້າວໜ້າ ແລະ ຜົນງານພົ້ນເດັ່ນຈາກຂະບວນການຕົວຈິງ.



ໃນໂອກາດນີ້
, ສະຫາຍ ທອງ​ສະ​ລິດ ມັງ​ໜໍ່​ເມກ ໄດ້ເນັ້ນໃຫ້ ຄະນະ​ພັກ, ຄະນະ​ກວດກາ ຫ້ອງ​ວ່າການ​ສູນ​ກາງ​ພັກ ​ ​ເປັນ​ເຈົ້າ​ການ​ສຶກສາ​ອົມ​ຮົມ​ການ​ເມືອງ-​ແນວ​ຄິດ ​ໃຫ້​ສະມາຊິກ​ພັກ-ພະນັກງານ ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ ຂອງ​ຕົນ​ເຊື່ອມ​ຊຶມຮັບ​ຮູ້​, ເຂົ້າ​ໃຈ​ແຈ້ງເຖິງ​ພາ​ລະ​ບົດ​ບາດ, ສິດ​ໜ້າ​ທີ່​ຄວາມ​​ໝາຍ ຄວາມສຳ​ຄັນຂອງ​ວຽກ​ງານກວດກ​າ​ພັກ, ກວດ​ກາລັດ​ໃຫ້​ຫລາຍ​ຂຶ້ນ; ຕ້ອງ​ສຸມ​ໃສ່​ກວດກາ ​ແລະ ​ແກ້​ໄຂ​ບັນຫາ​ການ​ເສື່ອມ​ຖອຍ​ ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັ​ດສິນ​ທໍາ​ປະຕິວັດ ກໍຄື​ ມານະ​ຈິດ​ປະຕິວັດ ​ໃນ​ຖັນ​ແຖວ​ສະມາຊິກ​ພັກ-ພະນັກງານ​ແຕ່​ລະ​ກົມ​ກອງ, ຍົກ​ສູງ​ຂີດ​ຄວາມ​ສາມາດ​ຂອງ​ຄະນະ​ພັກ, ສະມາຊິກ​ພັກ​ແຕ່​ລະ​ກົມ​ກອງ ​ໃນ​ການ​ນໍາພາ​ແກ້​ໄຂ​ບັນຫາ ​ທີ່​ເກີດ​ຂຶ້ນ​ຢູ່​ແຕ່​ລະ​ບ່ອນ​ ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ຈະ​ແຈ້ງ; ຕ້ອງ​ກວດກາ ​ແລະ ​ແກ້​ໄຂ​ໃຫ້​ໄດ້​ສະພາບ​ ການ​ຂະ​ຫຍາຍສະມາຊິກ​ພັກ, ທີ່​ຂາດ​ການ​ຝຶກ​ຝົນ​ຫລໍ່ຫລອມ​ໜັກ​ແໜ້ນ ​ແລະ ບໍ່​ຖືກ​ຕາມກົດ​ລະບຽບຂອງ​ພັກ​, ມີ​ຜົນ​ປະ​ໂຫຍ​ດ​ແອບ​ແຝງ ​ແລະ ອື່ນໆ; ປັບ​ປຸງ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບ​ປຸງກົນ​ໄກ​ການ​ຕິດ​ຕາມ. ກວດ​ກາ, ຊຸກ​ຍູ້​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ ​ປະ​ຈຳ​ເດືອນ​ຂອງ​ໜວຍ​ພັກ ໃຫ້ຮັບປະກັນຄຸນນະພາບແທ້, ຄົ້ນ​ຄວ້າ, ວິທີ​ການ​ການ​ປະ​ເມີນ​​ໜ່ວຍ​ພັກ ແລະ ສະ​ມາ​ຊິກ​ພັກໃຫ້​ຕິດ​ພັນ​ກັບ​ຄວາມ​ຮູ້, ຄວາມ​ສາ​ມາດ, ຄວາມ​ຮັບ​ຜິດ​ຊອບ ແລະ ວັດ​ແທກ​ຜົນ​ສຳ​ເລັດ​ຕົວ​ຈິງ ໂດຍ​ກົງ(ບໍ່​ປະ​ໃຫ້​ເກີດ​ມີ​ສະພາບ​​ໜ່ວຍ​ພັກ​ໃດ​ກໍ່​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ) ແຕ່​ບັນຫາ​ຫຍໍ້​ທໍ້​​ຍັງ​ມີ​ຫລາຍ; ຄະ​ນະ​ກວດ​ກາ​ຕ້ອງຕິດ​ຕາມ ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ກົມ ໂດຍສະເພາະ ແມ່ນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ພາ​ລະ​ບົດ​ບາດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກົມ, ການປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກ-ລັດ ຢູ່ບັນດາໜ່ວຍພັກ ກໍຄື ກົມໃຫ້​ຖືກ​ຕ້ອງ​ສອດ​ຄ່ອງແທດ​ເໝາະ​ກັບ​ເງື່ອນ​ໄຂ​ຕົວ​ຈິງ; ຕິດ​ຕາມ​-ກວດ​ກາ​ຄືນການ​ປັບປຸງສັບ​ຊ້ອນ​ກົງຈັກ​ການຈັດ​ຕັ້ງ, ການຈັດ​ວາງ​ພະນັກງານ​ຄືນ​ໃໝ່ໄປ​​ຄຽງຄູ່​ກັບ​ການ​ປັບປຸງ​ກົງຈັກການຈັດ​ຕັ້ງ ​ແລະ ພາລະ​ບົດບາດ, ​ໜ້າ​ທີ່, ຂອບ​ເຂດ​ສິດ ຂອງ​ຄະນະ​ກວດກາສອດຄ່ອງ​ກັບ​ລະບຽບຂອງ​ພັກ, ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ; ເພີ່ມ​ທະວີ​ຫັນ​ການ​ກວດກາ ​ເປັນ​ທັນ​ສະ​ໄໝເຂົ້າ​ໃນ​ ການ​ກວດກາ ​ເພື່ອ​ຄວາມ​ສະດວກ, ວອງ​ໄວ ​ແລະ ຊັດ​ເຈນ ກ່ວາ​ເກົ່າ.

ຂ່າວ: ກິດຕາ

ພາບ: ຂັນໄຊ
KPL

ຂ່າວອື່ນໆ

ads
ads

Top