ສ.ເກົາຫລີ-ກູບາ ເຫັນດີ ເປີດອົງການຜູ້ຕາງໜ້າການທູດ ຢູ່ແຕ່ລະປະເທດ

30/04/2024 14:34
Email Print 330
ຂປລ ກະຊວງການ ຕ່າງປະເທດ ສ.ເກົາຫລີ ໃຫ້ຮູ້ວ່າ: ປະເທດນີ້ ແລະ ກູບາ ໄດ້ຕົກລົງ ເອກະພາບ ເປີດອົງການ ຜູ້ຕາງໜ້າ ການທູດ ຢູ່ແຕ່ລະ ປະເທດ.

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ກະຊວງການ ຕ່າງປະເທດ ສ.ເກົາຫລີ ໃຫ້ຮູ້ວ່າ: ປະເທດນີ້ ແລະ ກູບາ ໄດ້ຕົກລົງ ເອກະພາບ ເປີດອົງການ ຜູ້ຕາງໜ້າ ການທູດ ຢູ່ແຕ່ລະ ປະເທດ. ນີ້ແມ່ນບາດກ້າວ ສຳຄັນໜຶ່ງ  ພາຍຫຼັງ ສອງປະເທດ ໄດ້ເຫັນດີ ເປັນເອກະພາບ ສ້າງຕັ້ງ ການພົວພັນ ທາງການທູດ ເມື່ອຕົ້ນປີ 2024 ນີ້.

       ຄະນະ ປະຕິບັດງານ ສ.ເກົາຫລີ ໂດຍ ທ່ານ ຊອງ ສີຈິນ (Song Si – jin) ຫົວໜ້າກົມ ແຜນການ ແລະ ຄຸ້ມຄອງ ຂຶ້ນກັບ ກະຊວງ  ການຕ່າງປະເທດ ສ.ເກົາຫລີ ເປັນຫົວໜ້າ ໃນການໄປຢ້ຽມຢາມ ນະຄອນຫລວງ ລາຮາວານ ປະເທດກູບາ ໃນລະຫວ່າງ ວັນທີ 24 -27 ເມສາ ເພື່ອປືກສາ ຫາລື ກັບ ບັນດາ ເຈົ້າໜ້າທີ່ ກູບາ ກ່ຽວກັບ ຄວາມມານະ ພະຍາຍາມ ເປີດອົງການ ຜູ້ຕາງໜ້າການທູດ. ໂດຍ ສອງປະເທດ ໄດ້ເອກະພາບ ສ້າງຕັ້ງ ບັນດາ ສະຖານທູດ ປະຈຳ ຢູ່ນະຄອນຫລວງ ເຊອູນ (ສ.ເກົາຫລີ) ແລະ ນະຄອນຫລວງ ລາຮາວານ (ປະເທດ ກູບາ). ໂດຍອີງໃສ່ ຂໍ້ຕົກລົງ, ລັດຖະບານ ສ.ເກົາຫລີ ໄດ້ຂຶ້ນແຜນການ ສ້າງຕັ້ງ ຄະນະ ຜູ້ຕາງໜ້າຊົ່ວຄາວ ຢູ່ນະຄອນຫລວງ ລາຮາວານ ແລະ ຈັດສົ່ງບັນດາ ເຈົ້າໜ້າທີ ການທູດ ໄປເຮັດວຽກ ແລະ ອື່ນໆ./..

KPL

ຂ່າວອື່ນໆ

ads
ads

Top