ຈີ7 ຕົກລົງເປັນເອກະພາບຕໍ່ການປິດປະຕູໂຮງງານໄຟຟ້າຖ່ານຫີນ ກ່ອນປີ 2035

30/04/2024 15:23
Email Print 281
ຂປລ ບັນດາ ສື່ມວນຊົນຂອງ ອີຕາລີ ໄດ້ໃຫ້ຂ່າວ ກ່ຽວກັບເລື່ອງ ລັດຖະມົນຕີ ກະຊວງ ພະລັງງານ ບັນດາ ປະເທດ ສະມາຊິກ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາ (G7) ໄດ້ໃຫ້ຄຳໝັ້ນສັນຍາ ປິດປະຕູໂຮງງານໄຟຟ້າ ຖ່ານຫີນ ແຫ່ງຕ່າງໆ ຊ້າສຸດ ແມ່ນໃນປີ 2035.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 29 ເມສາ, ບັນດາ ສື່ມວນຊົນຂອງ ອີຕາລີ ໄດ້ໃຫ້ຂ່າວ ກ່ຽວກັບເລື່ອງ ລັດຖະມົນຕີ ກະຊວງ ພະລັງງານ ບັນດາ ປະເທດ ສະມາຊິກ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາ (G7) ໄດ້ໃຫ້ຄຳໝັ້ນສັນຍາ ປິດປະຕູໂຮງງານໄຟຟ້າ ຖ່ານຫີນ ແຫ່ງຕ່າງໆ ຊ້າສຸດ ແມ່ນໃນປີ 2035.ພາຍຫລັງ ທ່ານ ແອນດຣີວ ໂບວີ(Andrew Bowie) ລັດຖະມົນຕີ ກະຊວງ ຄວາມໝັ້ນຄົງ ດ້ານພະລັງງານ ອັງກິດ ຊີ້ແຈ້ງວ່າ: ຈີ 7 ບັນລຸໄດ້ ຂໍ້ຕົກລົງຄ່ອຍໆ ລົບລ້າງໄຟຟ້າ ຖ່ານຫີນ ເທື່ອລະກ້າວ ໃນໄລຍະຕົ້ນ ຂອງຊຸມປີ 2030. ນີ້ແມ່ນຂໍ້ຕົກລົງ ປະຫວັດສາດ, ເຊິ່ງ G7 ບໍ່ສາມາດ ບັນລຸໄດ້ ໃນກອງປະຊຸມ COP28 ທີ່ຈັດຂຶ້ນຢູ່ ດູໄບ ໃນປີ 2023. /.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top