ສສ ຫວຽດນາມ ຈະຍິງດາວທຽມ ຣາດາ ທຳອິດ ຂຶ້ນວົງໂຄຈອນ

30/04/2024 15:30
Email Print 303
ຂປລ ສສ ຫວຽດນາມ ຈະຍິງດາວທຽມ LOTUSat-1, ດາວທຽມ ຣາດາ ທຳອິດ ຂຶ້ນວົງໂຄຈອນ ໃນທ້າຍປີ2024 ຫລື ຕົ້ນປີ2025 . ດາວທຽມ LOTUSat-1 ແມ່ນດາວທຽມ ສັງເກດ ໜ່ວຍພິພົບ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ສສ ຫວຽດນາມ ຈະຍິງດາວທຽມ LOTUSat-1, ດາວທຽມ ຣາດາ ທຳອິດ ຂຶ້ນວົງໂຄຈອນ ໃນທ້າຍປີ2024 ຫລື ຕົ້ນປີ2025 . ດາວທຽມ LOTUSat-1 ແມ່ນດາວທຽມ ສັງເກດ ໜ່ວຍພິພົບ. ນີ້ແມ່ນດາວທຽມ ຣາດາ ທຳອິດຂອງ ຫວຽດນາມ ໂດຍ ຍີ່ປຸ່ນ ຜະລິດ, ດ້ວຍການເຂົ້າຮ່ວມ ບັນດານັກວິສະວະກອນ ສູນອາວະກາດ ຫວຽດນາມ (ຂຶ້ນກັບສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ນັບແຕ່ປີ 2021. ຂໍ້ມູນເປັນພາບຖ່າຍ ທີ່ໄດ້ຮັບຈາກດາວທຽມ LOTUSat-1 ຈະຕອບສະໜອງ ໄດ້ຄວາມຕ້ອງການຢ່າງຮີບດ່ວນ ກ່ຽວກັບແຫລ່ງ ສະໜອງພາບຖ່າຍ, ສະໜອງ ບັນດາຂໍ້ມູນ ທີ່ຊັດເຈນ ແລະ ທັນການ ເພື່ອຮັບມື, ຫລຸດຜ່ອນບັນດາຜົນກະທົບ ຂອງໄພທຳມະຊາດ ແລະ ການປ່ຽນແປງ ຂອງດິນຟ້າອາກາດ, ການຄຸ້ມຄອງແຫລ່ງ ຊັບພະຍາກອນ ທຳມະຊາດ ແລະ ຕິດຕາມກວດກາ ກ່ຽວກັບ ສິ່ງແວດລ້ອມ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ດາວທຽມ LOTUSat-1 ຈະເຄື່ອນໄຫວ ຢູ່ຄວາມສູງ ປະມານ 500 ກິໂລແມັດ. ກຳນົດເວລາເຄື່ອນໄຫວ ຢູ່ວົງໂຄຈອນ ຫລາຍກວ່າ 5 ປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top