ເກີດເຫດດີນເຈື່ອນຢູ່ ອິນໂດເນເຊຍ ເສຍຊີວິດເກືອບ 20 ຄົນ

17/04/2024 23:35
Email Print 228
ຂປລ ເກີດເຫດ ດິນເຈື່ອນ ຢູ່ ເກາະ ສຸລາເວສີ ປະເທດ ອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 18 ຄົນ, ບາດເຈັບໜັກ 2 ຄົນ ແລະ ສູນຫາຍ 2 ຄົນ. ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ພວມເລັ່ງ ໃຫ້ການ ຊ່ວຍເຫລືອ ຜູ້ປະສົບໄພດັ່ງກ່າວ.

ຂ​ປ​ລ. ອ້າງ​ຕາມ​ຂ່າວ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ, ເມື່ອ​ບໍ່​ດົນ​ມາ​ນີ້, ເກີດ​ເຫດ ​ດິນ​ເຈື່ອນ​ ຢູ່ ເກາະ ສຸ​ລາ​ເວ​ສີ ປະ​ເທດ ອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີ ຜູ້​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 18 ຄົນ, ບາດ​ເຈັບ​ໜັກ 2 ຄົນ ແລະ ສູນ​ຫາຍ 2 ຄົນ. ​ຂະ​ນະ​ນີ້ ເຈົ້າ​ໜ້າ​ທີ່​ ກູ້​ໄພ ພວມ​ເລັ່ງ​ ໃຫ້​ການ​ ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ດັ່ງ​ກ່າວ.

ນອກຈາກ​ນີ້ ຂໍ້​ມູນ ຂອງ ​ສຳ​ນັກ​ງານ ບັນ​ເທົາ​ ໄພ​ພິ​ບັດ ອິນ​ໂດ​ເນ​ເຊຍ ລະ​ບຸ​ວ່າ: ດິນ​ເຈື່ອນ ​ດັ່ງກ່າວ ເນື່ອງຈາກ ຝົນ​ຕົກ​ລົງ​ມາ ຢ່າງ​ໜັກ ສົ່ງ​ຜົນ​ກະ​ທົບ​ ຕໍ່​ໝູ່​ບ້ານ 2 ແຫ່ງ​ ໃນ​ເຂດ ຕາ​ນາ​ໂຕ​ຣາ​ຈາ ແຂວງ ສຸ​ລາ​ເວ​ສີ​ໃຕ້ ເຮັດໃຫ້​ເຮືອນ​ຊານ ຫລາຍຫລັງ​ເປ່ເພ  ພ້ອມ​ດ້ວຍ ຊັບ​ສິນ​ອື່ນໆອີກ./

KPL

ຂ່າວອື່ນໆ

ads
ads

Top