ກະສິກອນເມືອງໄຊເສດຖາ ເກັບກ່ຽວເຂົ້ານາແຊງ ສຳເລັດ 30%

24/04/2024 15:42
Email Print 459
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ​ການ​ປູກ​ເຂົ້ານາ​ແຊງຢູ່ເມືອງໄຊເສດຖາ, ແຂວງອັດຕະປື ໃນສົກປີ 2024 ຕາມ​ແຜນການ​ທີ່​ວາງ​ໄວ້​ແມ່ນ 360 ​ເຮັກຕາ ​ໃນ 5 ​ໂຄງການ​ຊົນລະປະທານ

  

   ຂປລ.  ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ການປູກເຂົ້ານາແຊງຢູ່ເມືອງໄຊເສດຖາ, ແຂວງອັດຕະປື ໃນສົກປີ 2024 ຕາມແຜນການທີ່ວາງໄວ້ແມ່ນ 360 ​ເຮັກຕາໃນ 5 ​ໂຄງການຊົນລະປະທານແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ພຽງແຕ່ 307,95 ເຮັກຕາ ຖ້າ​ທຽບ​ໃສ່​ປີຜ່ານມາ​ແມ່ນ ຫລຸດ​ລົງ​ຫລາຍ​ຂອງ​ແຜນການ​ທີ່​ວາງ​ໄວ້, ປັດຈຸບັນ ກະສິກອນ​ ພວມ​ສຸມ​ໃສ່​ເກັບ​ກ່ຽວ​ຜົນ​ຜະລິດ​ເຂົ້ານາ​ແຊງ​ໄດ້ 30%, ​​ເຊິ່ງ​ເຂົ້າທີ່​ນຳ​ມາ​ປູກ​ສ່ວນ​ຫລາຍ ​ແມ່ນແນວພັນເຂົ້າ 450 ປີ, ຄ່າດອກຄຳ 8 ແລະ ເຂົ້າຈ້າວຫວຽດ ແລະ ຄາດວ່າການເກັບກ່ຽວ​ເຂົ້ານາ​ແຊງຈະໃຫ້ສຳເລັດພາຍໃນກາງເດືອນພຶດສະພານີ້.
  ທ່ານ ໄຊສຸກກອນ ພອນວັັນນາ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ແຂວງອັດຕະປື ໃຫ້ສຳພາດໃນວັນທີ
23 ເມສາ 2024 ນີ້ວ່າ: ປັດຈຸບັນ ເມືອງໄຊເສດຖາ ເກັບກ່ຽວເຂົ້ານາແຊງ ມີ 5 ໂຄງການຄື: ໂຄງການຊົນລະປະທານ ບ້ານວັດທາດເນື້ອທີ່ປະຕິບັດຕົວຈິງ 111,35 ເຮັກຕາ ​ຍັງບໍ່ທັນເກັບກ່ຽວ ໃນ​ນີ້, ເນື້ອທີ່ນາດຳ 38,83 ເຮັກຕາ ​ແລະ ນາຢອດ 72,42 ເຮັກຕາ; ໂຄງການຊົນລະປະທານສີເຊົາ ເນື້ອທີ່ປະຕິບັດຕົວຈິງ 75,19 ເຮັກຕາໃນນີ້, ນາດຳ 8,31 ເຮັກຕາ ​ແລະ ນາຢອດ 66,88 ເຮັກຕາ ເກັບກ່ຽວໄດ້ 15%; ໂຄງການໄຊສີ ເນື້ອທີ່ປະຕິບັດຕົວຈິງ 70,81 ເຮັກຕາ ​ໃນ​ນີ້, ນາຢອດ ແລະ ປູກພືດໃນໂຄງການ 1 ເຮັກຕາ ເກັບກ່ຽວໄດ້ 10%; ໂຄງການຊະແຄະ ເນື້ອທີ່ປະຕິບັັດຕົວຈິງ 40,60 ເຮັກຕາ ໃນນັ້ນ, ນາດຳໃນເນື້ອທີ່ 4,34 ເຮັກຕາ ​ແລະ ນາຢອດ 36,26 ເຮັກກຕາ ເກັບກ່ຽວສຳເລັດໄດ້ 5%. ສຳລັບໂຄງການນ້ຳບາດານ​ໃຕ້ດິນ ໃນເນື້ອທີ່ປະຕິບັດຕົວຈິງ 10,10 ເຮັກຕາ ​ໃນ​ນີ້, ນາດຳໃນເນື້ອທີ່ 2,6 ເຮັກຕາ ​ແລະ ນາຢອດ 7,6 ເຮັກຕາ ມາຮອດປັດຈຸບັນໄດ້ເກັບກ່ຽວສຳ​ເລັດ​ແລ້ວ ຄາດວ່າສະມັດຕະພາບຜົນໄດ້ຮັບ 4 ໂຕນຕໍ່ເຮັກຕາ.
   ສະພາບ​ການ​ຜະລິດ​ເຂົ້ານາ​ແຊງ​ປີ​ນີ້ ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ ລ້າ​ຊ້າ ​ແລະ ​ເນື້ອ​ທີ່​ປັກ​ດຳ​ຫລຸດ​ລົງ ​ເນື່ອງ​ຈາກ​ລະບົບ​ຊົນລະປະທານ​ແລະ ລະບົບເຄື່ອງຈັກໃຊ້ງານ​ເກີດ​ການ​ຂັດຂ້ອງ ​ໂດຍ​ສະ​ເພາະອຸປະກອນໄຟຟ້າ​ເປ່​ເພ ພ້ອມ​ນີ້ ລະບົບ​ການ​ສະໜອງນ້ຳມີ​ບັນຫາ ​​​ເປັນ​ຕົ້ນ ການ​ສະໜອງ​ນ້ຳ​ ຂອງ​ເຂື່ອນ​ເຊ​ຂະ​ໝານຂາດ​ເຂີນ ບໍ່​ພຽງພໍກັບຄວາມຕ້ອງການ ແລະ ຄວາມຈຳເປັນອື່ນໆ.
  ​ໂອກາດ​ນີ້, ທ່ານ ໄຊສຸກກອນ ພອນວັນນາ ຍັງໄດ້ຮຽກຮ້ອງມາຍັງກະຊິກອນ ກໍຄືພໍ່ແມ່ປະຊາຊົນ ໃຫ້ຂຸ້ນຂ້ຽວເກັບກ່ຽວມ້ຽນມັດຜົນຜະລິດ ໃຫ້ທ່ວງທັນກັບສະພາບການ ເພື່ອຫລີກລ້ຽງຜົນເສຍຫາຍຈາກສະພາບດິນຟ້າອາກາດຕ່າງໆ.

KPL

ຂ່າວອື່ນໆ

ads
ads

Top