ປະຊາຄົມວິສາຫະກິດອາຊຽນ ເຊື່ອມໂຍງ-ສ້າງຄວາມເຂັ້ມແຂງ ໂດຍຕົນເອງ- ຍືນຍົງ

24/04/2024 10:11
Email Print 693
ຂປລ ໃນຂອບເຂດ ເວທີປາໄສ ອະນາຄົດ ອາຊຽນ 2024 ທີ່ໄດ້ໄຂຂຶ້ນ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈີງ, ນາຍົກລັດຖະ ມົນຕີ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ປະເທດ ເປັນປະທານ ປະເທດ ອາຊຽນ 2024 ໄດ້ເປັນປະທານຮ່ວມ ການໂອ້ລົມ ສົນທະນາກັບ ບັນດາ ວິສາຫະກິດ ບັນດາປະເທດ ອາຊຽນ ແລະ ບັນດາ ຄູ່ຮ່ວມມື

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ວັນທີ 23 ເມສານີ້, ໃນຂອບເຂດ ເວທີປາໄສ ອະນາຄົດ ອາຊຽນ 2024 ທີ່ໄດ້ໄຂຂຶ້ນ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈີງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວປະເທດ ເປັນປະທານ ປະເທດ ອາຊຽນ 2024 ໄດ້ເປັນປະທານຮ່ວມ ການໂອ້ລົມສົນທະນາກັບ ບັນດາວິສາຫະກິດ ບັນດາປະເທດ ອາຊຽນ ແລະ ບັນດາ ຄູ່ຮ່ວມມື ດ້ວຍຫົວຂໍ້ວ່າ ປະຊາຄົມວິສາຫະກິດ ອາຊຽນ ເຊື່ອມໂຍງ, ສ້າງຄວາມເຂັ້ມແຂງ ໂດຍຕົນເອງ ແລະ ຍືນຍົງ: ຍາດແຍ່ງ ກາລະໂອກາດ ໃນຍຸກດີຈີຕອນ ຈາກນັ້ນ ບັນດາການນຳບັນດາ ວິສາຫະກິດ ອາຊຽນ, ການນຳ ອາຊຽນ ແລະ ບັນດາ ປະເທດ ຄູ່ຮ່ວມມື ໄດ້ປຶກສາຫາລື ບັນດາ ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຮ່ວມມື ດ້ານເສດຖະກິດ ດີຈີຕອນ; ວິທີແກ້ໄຂ ເພື່ອຊຸກຍູ້ ການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ຄູ່ຮ່ວມມື ໃນການພັດທະນາ ເສດຖະກິດ ດີຈີຕອນ; ສະເໜີແນະ ສ້າງລະບົບນິເວດ ເສດຖະກິດ ດີຈີຕອນ ອາຊຽນ; ຄວາມຕ້ອງການ ໃນປະຈຸບັນ ໃນການພັດທະນາ ການຄ້າ ເອເລກໂຕຣນິກ ໃນອາຊຽນ; ສົ່ງເສີມການພັດທະນາ ຕ່ອງໂສ້ ການສະໜອງ ເຄິ່ງຊັກນຳ ໄຟຟ້າ ໃນພາກພື້ນ ອາຊຽນ. ພ້ອມກັນນັ້ນ, ບັນດາຜູ້ແທນ ຍັງໄດ້ປຶກສາຫາລື ກ່ຽວກັບ ການນຳໃຊ້ ປັນຍາປະດິດ (AI) ໃນການຄຸ້ມຄອງ ບໍລິສັດ ແລະ ສະເໜີການຮ່ວມມື ກັບບັນດາ ປະເທດ ອາຊຽນ; ການຫັນເປັນ ດີຈີຕອນ ໃນຂົງເຂດ ຖະແຫລງຂ່າວ; ຮ່ວມມື ກໍ່ສ້າງແຫລ່ງ ຊັບພະຍາກອນມະນຸດ ດິຈິຕອນ ທີ່ມີຄຸນນະພາບສູງ;  ປັບປຸງ ສະພາບແວດລ້ອມ ແຫ່ງການລົງທຶນ ເພື່ອດຶງດູດ ການລົງທຶນ ເຕັກໂນໂລຊີສູງ. ນອກນີ້  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຫວັງວ່າ ປະຊາຄົມ ວິສາຫະກິດ, ບັນດານັກລົງທຶນ ອາຊຽນ ຈະເພີ່ມທະວີ ການຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ ບັນດາຂົງເຂດ ບຸລິມະສິດ ໃນການພັດທະນາເສດຖະກິດ ດີຈີຕອນ ; ໜູນຊ່ວຍ  ສສ ຫວຽດນາມ ໃນຂົງເຂດການເງິນ, ປົວແປງລະບອບ ລະບຽບການ, ບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ, ຖ່າຍທອດ ເຕັກໂນໂລຊີ ແລະ ພັດທະນາ ພື້ນຖານ ໂຄງລ່າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກໍ່ຮຽກຮ້ອງໃຫ້ບັນດາ ປະເທດ, ປະຊາຄົມວິສາຫະກິດ ອາຊຽນ ແລະ ບັນດາ ຄູ່ຮ່ວມມື ເພີ່ມທະວີ ການຮ່ວມມື ໃນການຫັນເປັນ ດີຈີຕອນ ເພື່ອປະກອບສ່ວນ ປ່ຽນໃໝ່ ກຳລັງໜູນ ການເຕີບໂຕ ແບບດັ້ງເດີມ; ພ້ອມກັນນັ້ນ ກໍຊຸກຍູ້ ການຫັນເປັນ ດິຈິຕອນ ຢ່າງແຂງແຮງ ຕິດພັນກັບ ການນໍາໃຊ້ ວິທະຍາສາດ ແລະ ເຕັກໂນໂລຢີ ໃນຂົງເຂດຕ່າງໆ ເພື່ອສ້າງກຳລັງໜູນ ແກ່ການເຕີບໂຕໃໝ່. ບັນດາຝ່າຍ ຊຸກຍູ້ການຮ່ວມມື  ໜູນຊ່ວຍ ແຫລ່ງການເງິນ, ພູປັນຍາ, ການຖ່າຍທອດ ເຕັກໂນໂລຢີ, ແລະ ບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ ດີຈີຕອນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top