ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ

24/04/2024 12:28
Email Print 854
ຂປລ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum)



ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ
, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum) ພາຍໃຕ້ຄຳຂວັນ “ກ້າວໄປສູ່ການຂະຫຍາຍຕົວທີ່ວ່ອງໄວ ແລະ ຍືນຍົງຂອງປະຊາຄົມອາຊຽນ ທີ່ມີປະຊາຊົນ ເປັນໃຈກາງ” ໃນວັນທີ 23 ເມສາ 2024, ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ມີການນຳຂັ້ນສູງ ຂອງບາງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວຸໂສ ຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາທູຕານຸ ທູດ ປະຈຳ ສສ ຫວຽດນາມ, ນັກຄົ້ນຄວ້າ, ຕາງໜ້າພາກທຸລະກິດ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ.




ເວທີປຶກສາຫາລືດັ່ງກ່າວ, ແມ່ນຂໍ້ລິເລີ້ມຂອງ ສສ ຫວຽດນາມ ເພື່ອລະດົມຄວາມຄິດຈາກພາກລັດ
, ພາກເອກະຊົນ ກໍຄື ນັກທຸລະກິດ, ນັກຄົ້ນຄວ້າ ແລະ ອື່ນໆ ກ່ຽວກັບອະນາຄົດຂອງອາຊຽນ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ພວມຜັນແປໄປ ຢ່າງໄວວາ, ບໍ່ແນ່ນອນ ແລະ ມີສິ່ງທ້າທາຍນາໆປະການ.




ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເປັນປະທານຮ່ວມ ການປຶກສາຫາລືກ່ຽວກັບ
“ກ້າວໄປສູ່ປະຊາຄົມ ທຸລະກິດ ອາຊຽນ ທີ່ມີຄວາມກົມກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດຍຸກຂອງດີຈິຕອນ" ໃນງານລ້ຽງອາຫານທ່ຽງແບບເຮັດວຽກ ເພື່ອລະດົມຄວາມຄິດກ່ຽວກັບ ກາລະໂອກາດ ແລະ ສິ່ງທຳທາຍ ໃນການຫັນອາຊຽນ ໃຫ້ເປັນເຂດເສດຖະກິດ ດີຈິຕອນ ແລະ ກໍໄດ້ພົບປະກັບ ທ່ານ ນາຍົກລົດຖະມົນຕີຟາມ ມິງ ຈິງ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ການພົວພັນ ແລະ ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top