ສະຫລອງປີໃໝ່ລາວ ໃຫ້ມີບັນຍາກາດ ທັງຮັກສາຮີດຄອງປະເພນີ

11/04/2024 05:44
Email Print 484
ຂປລ ເທສະການບຸນປີໃໝ່ລາວເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງຊາວລາວ ທີ່ໄດ້ສືບທອດປະຕິບັດມາແຕ່ບູຮານນະການ ເປັນຕົ້ນແມ່ນການຫົດສົງພະພຸດທະຮູບ ແລະ ພະສົງ; ຜູ້ເປັນພໍ່ແມ່, ເຖົ້າແກ່ອາວຸໂສ ເພື່ອຂໍພອນ, ການບາສີສູ່ຂັວນ, ຕົບພະທາດຊາຍ, ພິທີຕັກບາດ ແລະ ອື່ນໆ.

*ເທສະການບຸນປີໃໝ່ລາວເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງຊາວລາວ ທີ່ໄດ້ສືບທອດປະຕິບັດ ມາແຕ່ບູຮານນະການເປັນຕົ້ນແມ່ນການຫົດສົງພະພຸດທະຮູບ ແລະ ພະສົງ; ຜູ້ເປັນພໍ່ແມ່, ເຖົ້າແກ່ອາວຸໂສ ເພື່ອຂໍພອນ, ການບາສີສູ່ຂັວນ, ຕົບພະທາດຊາຍ, ພິທີຕັກບາດ ແລະ ອື່ນໆ. ໄດ້ກາຍເປັນສິ່ງໂດດເດັ່ນ ໃນບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ ແລະ ເປັນທີ່ຈັບອົກຈັບໃຈ ຂອງຜູ້ມາທ່ຽວຊົມ .ການຈັດກິດຈະກຳຕ່າງໆໃນມບຸນປີໃໝ່ລາວ ຢູ່ແຕ່ລະທ້ອງຖິ່ນອາດຈະແຕກຕ່າງກັນໄປຕາມເງື່ອນໄຂ ແຕ່ແນວໃດກໍຕາມກໍຍັງຄົງຮັກສາຮີດຄອງປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ມີຄວາມມ່ວນຊື່ນ ທັງຮັກສາສາໄດ້ຄວາມສະຫງົບ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

      

        ສະເພາະ ຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນເມືອງເອກຂອງລາວ ໄດ້ກໍານົດພິທີທາງສາສະໜາໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 13-16 ເມສາ 2024 ລວມ 4 ວັນ ກໍານົດຈຸດສູນລວມກິດຈະກໍາທາງດ້ານສາສະໜາມີຄື: ມື້ທີ 1 ວັນທີ 13 ເມສາ 2024 ເປັນມື້ສັງຂານລ່ວງມີກິດຈະກໍາ ທາງສາສະໜາເຂດຄຸ້ມເມືອງເກົ່າ (ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ) ຮ່ວມພິທີຫົດສົງພະພຸດທະຮູບພະເຈົ້າໃຫຍ່ອົງຕື້ ຢູ່ວັດອົງຕື້ ແລະ ຫົດສົງພະພຸດ ທະຮູບ ຢູ່ວັດອິນແປງ; ເວລາ 9:00 ໂມງ, ຕອນບ່າຍ ເວລາ 13: 00 ໂມງ ພິທີແຫ່ພະພຸດທະຮູບມ່ິງເມືອງເລີ່ມຈາກວັດອິນແປງ-ຫໍພະແກ້ວ-ວັດ ອິນແປງ. ເຂດວັດສີເມືອງ ຫໍຫລັກເມືອງ ຕອນເຊົ້າ ເວລາ 8:00 ໂມງ ພິທີປ່ຽນຜ້າສີຫລັກເມືອງ ແລະ ຫົດສົງຫລັກເມືອງບາສີສູ່ຂວັນຢູ່ວັດສີເມືອງ ແລະ ຫົດສົງຫໍຫລັກເມືອງ. ເຂດມໍລະດົກພະທາດຫລວງ ພິທີຫົດສົງພະພຸດທະຮູບອົງຄໍາ ຫົດສົງພະທາດຫລວງວຽງຈັນ ແລະ ພະເຈົ້າໄຊເສດຖາທິລາດໃນ ເວລາ 15:00-17:00 ໂມງ. ສ່ວນ ມື້ທີ 2-3 ກົງກັບວັນທີ 14-15 ເມສາ 2024 ເປັນວັນເນົາ ມີພິທີທາງສາສະໜາຮ່ວມພິທີຕັກບາດ ຕາມເສັ້ນທາງເສດຖາທິລາດທຸກໆເຊົ້າ ເວລາ 7:00 ໂມງ ແລະ ພິທີຫົດສົງພະພຸດທະຮູບຕາມວັດວາອາຣາມຕ່າງໆ (ເວລາ 8:00-18:00 ໂມງ).

    

     ມື້ທີ 4 ວັນທີ 16 ເມສາ 2024 ເປັນມື້ສັງຂານຂຶ້ນ ປີໃໝ່ລາວ ພ.ສ 2567 ມີພິທີຕັກບາດຢູ່ເສັ້ນທາງເສດຖາທິລາດ ແລະ ຕາມວັດວາອາຣາມ ເວລາ 7:00 ໂມງ ແລະ ພິທີຕົບພະທາດຊາຍ ເວລາ 14:00-18:00 ໂມງ ຢູ່ຕາມວັດວາອາຮາມ. ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍມວນຊົນຊາວນະຄອນຫລວງວຽງຈັນ ກໍຄືຊາວລາວທົ່ວປະເທດ ຕ້ອງພ້ອມກັນເອົາໃຈໃສ່ປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດ, ປະຕິບັດຕາມກົດລະບຽບຈະລາຈອນພິເສດແມ່ນເອົາໃຈໃສ່ປະຕິບັດຕາມຄຳສັ່ງແນະນຳສະເພາະແມ່ນ 7 ຂໍ້ຫ້າມຢ່າງເຄັ່ງຂັດ ແລະ ເຂັ້ມງວດ. ຂໍເຊີນບັນດາທ່ານຊາວພຸດທະສາສະນີກະຊົນ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຊາວນະຄອນຫລວງວຽງຈັນທຸກຊັ້ນຄົນ ເຂົ້າຮ່ວມພິທີທາງສາສະໜາແຕ່ລະຈຸດທີ່ຄະນະຮັບຜິດຊອບໄດ້ກະກຽມເພື່ອເປັນສີລິມຸງຄຸນໃນງານສະຫລອງບຸນປີໃໝ່ລາວ ພສ 2567.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top