ການປູກໄມ້ໃຫ້ໝາກ ເພື່ອສົ່ງອອກ ເປັນການສ້າງລາຍຮັບແບບຍືນຍົງ

29/04/2024 16:42
Email Print 377
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການເຮັດສວນປູກໄມ້ໃຫ້ໝາກ ກໍເປັນກິດຈະການໜຶ່ງ ທີ່ສ້າງລາຍຮັບແບບຍືນຍົງ ແລະ ມີຄວາມຍາວນານໃຫ້ຜູ້ປະກອບການ

   ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການເຮັດສວນປູກໄມ້ໃຫ້ໝາກ ກໍເປັນກິດຈະການໜຶ່ງ ທີ່ສ້າງລາຍຮັບແບບຍືນຍົງ ແລະ ມີຄວາມຍາວນານໃຫ້ຜູ້ປະກອບການ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ກັບພໍ່ແມ່ປະຊາຊົນ ບໍລິເວນຂອບເຂດໃກ້ຄຽງ ໄດ້ເຂົ້າມາມີສ່ວນຮ່ວມໃນການສະໜອງແຮງງານ ໃຫ້ມີຄວາມພຽງພໍ ຕາມຄວາມຮຽກຮ້ອງຕ້ອງການ ເພື່ອພັດທະນາເສດຖະກິດ ພາຍໃນຄອບຄົວ ໃຫ້ມີຊິວິດການເປັນຢູ່ທີ່ດີຂຶ້ນ.
  ບໍລິສັດ ກິ່ງແກ້ວ
ພັດທະນາຄົບວົງຈອນ ຕັ້ງຢູ່ບ້ານສອງຄອນ ເມືອງບໍລິຄັນ, ແຂວງບໍລິຄໍາໄຊ, ເຊິ່ງ ເປັນບໍລິສັດໜຶ່ງທີ່ເລືອກເອົາການປູກ ໄມ້ໃຫ້ໝາກ ເພື່ອເປັນສິນຄ້າສົ່ງອອກ, ປັດຈຸບັນ ໄດ້ປູກຕົ້ນໜາກມີ້ ແລະ ໝາກຖົ່ວລຽນ ຈຳນວນ 30 ພັນກວ່າຕົ້ນ ໃນເນື້ອທີ່ 300 ກວ່າເຮັກຕາ.
   ທ່ານ
ນາງ ກິ່ງແກ້ວ ຈັນທະລັງສີ ປະທານ ບໍລິສັດ ກິ່ງແກ້ວ ພັດທະນາຄົບວົງຈອນ ໄດ້ລາຍງານໃຫ້ຮູ້ວ່າເມື່ອບໍ່ດົນມານີ້ວ່າ: ນັບແຕ່ປີ 2015 ເປັນຕົ້ນມາ ບໍລິສັດ ໄດ້ລິເລີ່ມບຸກເບີກເນື້ອທີ່ 300 ກວ່າເຮັກຕາ ເພື່ອປູກໄມ້ໃຫ້ໝາກ ໂດຍສະເພາະແມ່ນ ການປູກກ້ວຍ ເພື່ອເປັນສິນຄ້າສົ່ງອອກ, ພາຍຫລັງປູກມາໄດ້ 3 ປີ, ໃນໄລຍະປີ 2018-2019 ສວນກ້ວຍແຫ່ງດັ່ງກ່າວ ໄດ້ພົບກັບການລະບາດຂອງເຊື້ອພະຍາດ ໂດຍບໍລິສັດໄດ້ຢຸດຕິການປູກກ້ວຍແບບຖາວອນ ແລະ ໄດ້ຫັນມາປູກເບ້ຍໄມ້ໃຫ້ໝາກ ໂດຍຖືເອົາການປູກໝາກມີ້ ແລະ ໝາກຖົ່ວລຽນ, ໃນປີ 2020 ບໍລິສັດໄດ້ລົງທຶນປູກໝາກມີ້ ສາຍພັນ ແດງສຸລິຍາ ແລະ ສາຍພັນ ທະວາຍປີດຽວ ລວມຈໍານວນ 20 ພັນກວ່າຕົ້ນ ໃນເນື້ອທີ່ປະມານ 200 ກວ່າເຮັກຕາ ແລະ ໃນປີ 2021 ໄດ້ປູກໝາກ ຖົ່ວລຽນ ສາຍພັນໝອນທອງ ຈໍານວນ 10 ພັນກວ່າຕົ້ນ ໃນເນື້ອທີ່ 100 ກວ່າເຮັກຕາ.
   ໝາກໄມ້ ປະເພດໝາກມີ້ ແລະ ໝາກຖົ່ວລຽນ ເປັນໝາກໄມ້ທີ່ຫລາຍຄົນນິຍົມບໍລິໂພກ
, ມີຕະຫລາດຮອງຮັບຫລາຍ ທັງພາຍໃນ ແລະ ຕ່າງປະເທດ ໃນປັດຈຸບັນ, ເຊິ່ງຕົ້ນໄມ້ປະເພດດັ່ງກ່າວ ເປັນຕົ້ນໄມ້ທີ່ມີອາຍຸຍືນຍາວ ສາມາດໃຫ້ຜົນເປັນເວລາຫລາຍປີ. ພ້ອມນີ້, ການເອົາໃຈໃສ່ເບິ່ງແຍງບົວລະບັດ ເບ້ຍໄມ້ຖືວ່າເປັນວຽກງານໜຶ່ງທີ່ສໍາຄັນ ທາງບໍລິສັດ ໄດ້ເນັ້ນໃຫ້ພະນັກງານປະຈໍາສວນເອົາໃຈໃສ່ບົວລະບັດເບ້ຍໄມ້ ຕາມເຕັກນິກວິຊາການຢ່າງເປັນປົກກະຕິ ເປັນຕົ້ນ ການຕັດແຕ່ງກິ່ງງ່າໄມ້, ການຕັດຫຍ້າໃສ່ຝຸ່ນ ແລະ ຫົດນ້ຳຢ່າງເປັນປົກກະຕິ. ມາຮອດປັດຈຸບັນ, ໝາກໄມ້ພາຍໃນສວນແຫ່ງດັ່ງກ່າວ ໂດຍສະເພາະ ໝາກມີ້ ແມ່ນໄດ້ເລີ່ມໃຫ້ຜົນຜະລິດ ມາແລ້ວ 2 ປີ ແຕ່ຍັງບໍ່ທັນໄດ້ສົ່ງອອກຂາຍ. ສ່ວນຕົ້ນໝາກຖົ່ວລຽນ ແມ່ນໄດ້ເລີ່ມແຕກດອກອອກໝາກເປັນປີທໍາອິດ.      ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທີ່ມີດິນທໍາການຜະລິດໃນຂອບເຂດໃກ້ຄຽງ ຈົ່ງໄດ້ເປັນເຈົ້າການໃນການມີສ່ວນຮ່ວມ ແລະ ໃຫ້ການຮ່ວມມື ກັບທາງບໍລິສັດ ໃນການເຝົ້າລະວັງ ໃນເວລາຈູດປ່າ ເພື່ອທໍາການຜະລິດ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດອັກຄີໄພ ໄຟໄໝ້ລາມປ່າ ເຊິ່ງຈະສ້າງຜົນກະທົບເສຍຫາຍຕໍ່ກັບສວນດັ່ງກ່າວໄດ້. ພ້ອມທັງຮຽກຮ້ອງໃຫ້ພາກລັດ ແລະ ພະແນກການທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກ ຕໍ່ກັບວຽກງານສົ່ງເສີມກະສິກໍາ ປູກຝັງ ຂະໜາດນ້ອຍໃຫຍ່ ຢູ່ແຕ່ລະຂົງເຂດໃຫ້ນັບມື້ນັບຫລາຍ ເພື່ອແນໃສ່ສົ່ງເສີມການປູກໄມ້ໃຫ້ໝາກ ສົ່ງອອກໃຫ້ນັບມື້ນັບຫລາຍໃນອະນາຄົດ.

ຂ່າວ-ພາບ: ສຸກທະວີ
KPL

ຂ່າວອື່ນໆ

ads
ads

Top