ແຂວງເຊກອງ ແລະ ສາລະວັນ ແລກປ່ຽນບົດຮຽນວຽກງານສຶກສາກ່ອນໄວຮຽນ

29/04/2024 16:16
Email Print 195
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໜ່ວຍງານສຶກສາກ່ອນໄວຮຽນ ແຂວງເຊກອງ ແລະ ສາລະວັນ ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ກ່ຽວກັບວຽກງານສຶກສາກ່ອນໄວຮຽນ ກັບໂຮງຮຽນອະນຸບານມິດຕະພາບສະຫວັນນະເຂດ-ກວາງບິ່ງ

    ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໜ່ວຍງານສຶກສາກ່ອນໄວຮຽນ ແຂວງເຊກອງ ແລະ ສາລະວັນ ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ກ່ຽວກັບວຽກງານສຶກສາກ່ອນໄວຮຽນ ກັບໂຮງຮຽນອະນຸບານມິດຕະພາບສະຫວັນນະເຂດ-ກວາງບິ່ງ  ໃນວັນທີ 26 ເມສາ 2024, ເຊິ່ງນຳໂດຍທ່ານ  ນິບສະຫວັນ  ສອນຈະເລີນ  ຮອງຫົວໜ້າໜ່ວຍງານສຶກສາກ່ອນໄວຮຽນ ຫ້ອງການສຶກສາທິການ ແລະ ກິລາ ເມືອງດາກຈຶງ, ແຂວງເຊກອງ, ທ່ານ ສຸວັນນະລາ  ສາລະສິງ ຮອງຫົວໜ້າໜ່ວຍງານສຶກສາກ່ອນໄວຮຽນ ຫ້ອງການສຶກສາທິການ ແລະ ກິລາເມືອງ ຕະໂອຍ, ແຂວງສາລະວັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ບົວວັນ ສຸວໍລະວົງ ຮັກສາການຜູ້ອໍານວຍການໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິ່ງ, ທ່ານ ນາງ ໄຊທອງ  ລາດຊະວົງ ຫົວໜ້າຂະແໜງ ສຶກສາກ່ອນໄວຮຽນ ພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍອໍານວຍການໂຮງຮຽນ ແລະພະນັກງານຄູ ພາຍໃນໂຮງຮຽນ ເຂົ້າຮ່ວມ.
   ທ່ານ ນາງ ບົວວັນ ສຸວໍລະວົງ ໄດ້ສະແດງຄວາມປິຕິຍິນດີຕໍ່ ໜ່ວຍງານສຶກສາກ່ອນໄວຮຽນ ແຂວງເຊກອງ ແລະ ສາລະວັນ ທີ່ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ພ້ອມທັງໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຮັບຊາບ ແລະ ໄດ້ລົງເລິກຄົ້ນຄວ້າປືກສາຫາລື ແລກປ່ຽນບົດຮຽນນຳກັນ ເປັນຕົ້ນ ວຽກງານການຂຽນ ເອົາຕໍ່າແໜ່ງວິຊາການຄູ
, ວຽກງານສຸຂະອະນາໄມ ແລະ ໂພສະນາການຂອງເດັກ, ຕິດຕາມການຊຸກຍູ້ວຽກງານນໍ້າສາມດາວຂອງໂຮງຮຽນ, ການຂະຫຍາຍໂອກາດ ແລະ ສຶກສາເທົ່າທຽມ, ດ້ານການຮຽນ-ການສອນ,ດ້ານກິດຈະກໍາອາຫານທ່ຽງ, ກິດຈະກໍາລ້າງມືຖູແຂ້ວ ແລະ ວຽກງານອື່ນໆ, ເຊິ່ງການພົບປະແລກປ່ຽນຄັ້ງນີ້, ບັນດາຄະນະດັ່ງກ່າວ ໄດ້ມີຄວາມສົນໃຈໃນຫລາຍດ້ານ ໂດຍສະເພາະ ວຽກງານການຂຽນເອົາຕໍ່າແໜ່ງວິຊາການຄູ ແລະ ວຽກງານອື່ນໆ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ແຂວງຕົນເອງ.

KPL

ຂ່າວອື່ນໆ

ads
ads

Top