ເມືອງສິງ ໄຂກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວເມືອງ ຄັ້ງທີ VIII

29/04/2024 16:12
Email Print 186
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງສິງ ແຂວງຫລວງນໍ້າທາ ຈັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງສິງ ຄັ້ງທີ VIII ໃນວັນທີ 26 ເມສາ 2024 ໂດຍການເປັນປະທານຂອງທ່ານ ເກດແກ້ວ ປິ່ນແສນອິນ ເລຂາຄະນະບໍລິຫານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປລ)

   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງສິງ ແຂວງຫລວງນໍ້າທາ ຈັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງສິງ ຄັ້ງທີ VIII ໃນວັນທີ 26 ເມສາ 2024 ໂດຍການເປັນປະທານຂອງທ່ານ ເກດແກ້ວ ປິ່ນແສນອິນ ເລຂາຄະນະບໍລິຫານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປລ) ເມືອງ, ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ, ທ່ານ ນາງ ປານີ ຈິດດາລາ ເລຂາ ຄຊປລ ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ທ່ານ ເກດແກ້ວ ປິ່ນແສນອິນ ໄດ້ກ່າວວ່າ: ໄລຍະຜ່ານມາ ຄຊປລ ເມືອງສິງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສຸມໃສ່ປະຕິບັດຂໍ້ແຂ່ງຂັນ
4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ເຮັດໃຫ້ຊາວໜຸ່ມເຍົາວະຊົນມີນ້ຳໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ ເປັນເຈົ້າການປຸກລະດົມຊາວໜຸ່ມແຕ່ລະຂັ້ນເຂົ້າຮ່ວມຄົ້ນຄວ້າ, ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ, ຂອງລັດ ທີ່ຄະນະພັກ, ອົງການປົກຄອງເມືອງວາງອອກ. ທົ່ວເມືອງມີໜ່ວຍຊາວໜຸ່ມອ້ອມຂ້າງ ແລະ ຮາກຖານບ້ານທັງໝົດ 131 ໜ່ວຍ, ມີສະມາຊິກຊາວໜຸ່ມທັງໝົດ 6.286 ສະຫາຍ, ຍິງ 2.234 ສະຫາຍ, ໃນ 5 ປີຜ່ານມາ ຄະນະຊາວໜຸ່ມເມືອງແຕ່ລະຂັ້ນໄດ້ຕັ້ງໜ້າເຄື່ອນໄຫວວຽກງານ ຕິດພັນກັບການສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ໄດ້ສຳເລັດການສ້າງຕັ້ງກອງຊາວໜຸ່ມອາສາສະໝັກ 6 ກອງ, ກອງເຍົາວະຊົນ-ທັນວາ 50 ກອງ, 125 ໝວດ, 891 ໝູ່, ມີກອງເຍົາວະຊົນເຂັ້ມແຂງດີເດັ່ນ, ຮັບຮອງເປັນກອງເຍົາວະຊົນ 3 ດີ, 4 ຮູ້ ຈຳນວນ 41 ກອງ ສາມາດຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຈາກສັງຄົມ, ອົງການຈັດຕັ້ງຂັ້ນຕ່າງໆ, ບຸຄົນ, ນິຕິບຸກຄົນ ປະກອບສ່ວນວັດຖຸປັດໄຈເຂົ້າໃນການພັດທະນາ ການຈັດຕັ້ງຊາວໜຸ່ມ-ເຍົາວະຊົນ ຊຶ່ງມີເງິນພັດທະນາຊາວໜຸ່ມ-ເຍົາວະຊົນທັງໝົດ 67 ລ້ານກີບ ແລະ ຜົນງານດີເດັ່ນຫລາຍດ້ານ ພ້ອມທັງສາມາດຍາດໄດ້ໃບຍ້ອງຍໍຈາກຂັ້ນຕ່າງໆຢ່າງຕໍ່ເນື່ອງ.
   ກອງປະຊຸມຄັ້ງນີ້, ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໃນກອງປະຊຸມໄດ້ເປັນເອກະພາບເລືອກເອົາ ສະຫາຍ ເກດແກ້ວ ປິ່ນແສນອິນ ເປັນເລຂາ ຄຊປລ ເມືອງຊຸດໃໝ່
, ສະຫາຍ ນາງ ລຸນນີ ອ່ອນແສງສີ, ສະຫາຍ ເກດແກ້ວ ອ່ອນປະເສີດ ເປັນຮອງ ຄຊປລ ເມືອງ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຊາວໜຸ່ມເມືອງໃນຂັ້ນຕໍ່ໄປ ພ້ອມນັ້ນຍັງໄດ້ມອບທຸງໄຊນໍາໜ້າເມືອງສິງ 4 ບຸກຮອບ 2 ແລະ ໃບຍ້ອງຍໍຂັ້ນສູນກາງ ແລະ ຂັ້ນແຂວງຕື່ມອີກ.
    ໂອກາດນີ້, ທ່ານ ຈັນພິພັກ ກອງຈໍາປາ ໄດ້ເນັ້ນໃຫ້ ຄຊປລ ເມືອງສິງ ສືບຕໍ່ຍົກສູງດ້ານການເມືອງແນວຄິດ ໃຫ້ໜັກແໜ້ນ
, ເອົາໃຈໃສຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມທັງຮຽກຮ້ອງໃຫ້ເບິ່ງຄືຶນ ແບບແຜນວິທີເຮັດວຽກ ເພື່ອເຮັດໃຫ້ເມືອງສິງ ກໍຄືວຽກງານຊາວໜຸ່ມ ກາຍເປັນເມືອງເຂັ້ມແຂງຮອບດ້ານ ແລະ ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິ່ງແກ້ວ ເສົາຈັນຖາ
KPL

ຂ່າວອື່ນໆ

ads
ads

Top