ສອຈ ແມ່ນພາກສ່ວນສຳຄັນຂອງຄວາມເປັນເອກະລາດ

30/04/2024 10:25
Email Print 465
ຂປລ ບົດຜ່ານມາ ໄດ້ຍົກບາງເນື້ອໃນເບື້ອງຕົ້ນ ມະຕິທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍສະເພາະຄວາມຈໍາເປັນໃນການອອກມະຕິດັ່ງກ່າວ.

    *ບົດຜ່ານມາ ໄດ້ຍົກບາງເນື້ອໃນເບື້ອງຕົ້ນ ມະຕິທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍສະເພາະຄວາມຈໍາເປັນໃນການອອກມະຕິດັ່ງກ່າວ. ເພື່ອສືບຕໍ່ເຊື່ອມຊຶມເນື້ອໃນຈິດໃຈມະຕິເລກທີ 04/ ກມສພ, ບົດນີ້ນໍາເອົາສ່ວນໜຶ່ງຂອງແນວຄິດຊີ້ນໍາ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ ໃຫ້ພວກເຮົາເຂົ້າໃຈເລິກເຊິ່ງ, ນໍາໄປຈັດຕັ້ງຜັນຂະຫຍາຍຖືກທິດ ມີປະສິດທິພາບ ແລະ ປະສິດທິຜົນສູງ, ໄປຕາມລະດັບຄາດໝາຍ ທີ່ວາງໄວ້.ແນວຄິດຊີ້ນໍາການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງອັນໜຶ່ງ ຍົກຂຶ້ນມາໃຫ້ເຫັນໃນນ້ີແມ່ນ: “ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແມ່ນພາກສ່ວນສໍາຄັນຂອງຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ ເຊິ່ງເນື້ອແທ້ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທໍາ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄໍານຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າຂອງການນໍາໃຊ້ ຄວາມສາມາດບົ່ມຊ້ອນຂອງຊັບພະ ຍາກອນທີ່ມີເພື່ອຕອບສະໜອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ,  ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ”.

    ພາຍຫລັງທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງເນື້ອໃນຈິດໃຈສ່ວນນີ້, ພວກເຮົາມາແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງຜັນຂະຫຍາຍຄືແນວໃດ ເພື່ອໃຫ້ບັນລຸຈຸດປະສົງ ແລະ ລະດັບຄາດໝາຍແທ້ຈິງ. ຫລາຍຄໍາເຫັນເວົ້າວ່າແນວຄິດຊີ້ນໍານີ້ແມ່ນຖືກຕ້ອງພາວະວິໄສທີ່ສຸດ ບໍ່ວ່າສະເພາະໜ້າ ແລະ ຍາວນານ. ໃນການເຮັດການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກັບຈັກກະພັດຮຸກຮານ ແລະ ລູກແຫລ້ງຕີນມືຂອງພວກເຮົາ ຈົນໄດ້ຮັບໄຊຊະນະສົມບູນກ່ໍແມ່ນ ເພື່ອຄວາມເອກະລາດ ເປັນເຈົ້າຂອງປະເທດຊາດໂດຍແທ້ຈິງ. ການໄດ້ມາຊຶ່ງຄວາມເປັນເອກະລາດ ແລະ ເປັນເຈົ້າປະເທດຊາດ ກໍ່ແມ່ນໄດ້ມາຈາກແນວຄິດຮັກຊາດອັນດູດດື່ມ, ຄວາມສາມັກຄີພາຍໃນອັນເປັນປຶກແຜ່ນອ້ອມຂ້າງພັກ, ຄວາມພິລະອາດຫານເດັດດ່ຽວຕໍ່ສູ້ ຍດເຍື້ອຍາວນານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕະຫລອດເຖິງການອູ້ມຊູຊ່ວຍເຫລືອຂອງບັນດາປະເທດເພື່ອນມິດ.

     ຍ້ອນບັນດາກໍາລັງແຮງສັງລວມຄືດັ່ງກ່າວ, ຂະບວນການຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດ ແລະ ຄວາມເປັນເຈົ້າຂອງປະເທດຊາດ ຈຶ່ງສໍາເລັດຜົນຢ່າງສະຫງ່າງາມ.ດ້ວຍມູນເຊື້ອອັນດີງາມນັ້ນ, ການຍົກສູງສະຕິຊາດ ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ແມ່ນສໍາຄັນຫລາຍ, ລ້ວນພົວພັນກັບຄົນ, ພົວພັນກໍາລັງສັງລວມພາຍໃນຊາດໃນໄລຍະໃໝ່ ທີ່ຕ້ອງບຸກທະລຸຢ່າງແຂງແຮງດ້ານຈິນຕະນາການແຕ່ຫົວທີ ເພື່ອນໍາໃຊ້ເງື່ອນໄຂ, ຈຸດພິເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງປະເທດເຮົາດ້ານຕ່າງໆ ເຊິ່ງບໍ່ມີຫຍັງນ້ອຍໜ້າປະເທດອື່ນໃດ ເຮັດໃຫ້ເສດຖະກິດເຮົານັບມື້ມີຄວາມເຂັ້ມແຂງຕາມທິດທາງ ແລະ ເປົ້າໝາຍທີ່ວາງໄວ້. ຄົນກໍ່ຄືກະໂຕຂອງພວກເຮົາທັງໝົດແມ່ນຜູ້ຕັດສິນຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ກໍ່ຄືບັນດາແນວທາງຂອງພັກ, ແຜນນະໂຍບາຍຂອງລັດ.ພວກເຮົາມີທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທໍາ-ສັງຄົມ.

   ສະນັ້ນ ການນໍາໃຊ້ຈໍາເປັນຕ້ອງມີແຜນການແຜນງານຢ່າງເປັນລະບົບ, ວິທະຍາສາດ, ພາວະວິໄສ ໃນການພັດທະນາ ໂດຍຕິດພັນກັນສະໜິດແໜ້ນ, ບໍ່ອາດແຍກອອກດັ່ງກາຍອິນຊີ. ທຸກການໜ້າວຽກຄໍານຶງເຖິງຄວາມກຸ້ມ ຄ່າທາງດ້ານຜົນປະໂຫຍດລວມ ແລະ ມີຄວາມຍືນຍົງ. ແນ່ນອນວ່າມັນບໍ່ງ່າຍຄືກັບປອກກ້ວຍໃສ່ປາກ, ແຕ່ມູນເຊື້ອອັນດີງາມ ແລະ ບົດຮຽນໃນການຜ່ານຜ່າຄວາມຫຍຸ້ງຍາກຕ່າງໆທາງດ້ານເສດຖະກິດ ແມ່ນພວກເຮົາມີ, ເຄີຍປະສົບຜົນສໍາເລັດມາເປັນຕົ້ນໃນໄລຍະປະເທດຊາດ ໄດ້ຮັບການປົດປ່ອຍໃໝ່ໆຖືກປິດລ້ອມທາງເສດຖະກິດ, ໄລຍະປະສົບໄພພິບັດທໍາມະຊາດ, ພະຍາດລະບາດແຮງ ແລະ ອື່ນໆ ພວກເຮົາກໍ່ສາມາດຜ່ານຜ່າມາໄດ້ ນັ້ນກໍ່ຍ້ອນພວກເຮົາມີແນວທາງຂອງພັກອັນຖືກຕ້ອງ, ທົ່ວປວງຊົນບັນດາເຜົ່າມີສະຕິແຫ່ງຄວາມເປັນເອກະລາດ ເປັນເຈົ້າຕົນເອງ ໂດຍແທ້ຈິງ.ສະຫລຸບວ່າເວລານີ້ເໜືອສິ່ງອື່ນໃດ ພວກເຮົາຕ້ອງໄດ້ຈັດຕັ້ງເຊື່ອມຊຶມທໍາຄວາມເຂົ້າໃຈກ່ຽວກັບ ສອຈ ພ້ອມກັນຍົກສູງສະຕິຊາດເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດຢ່າງແທ້ຈິງ. ບໍ່ມີໃຜນອກຈາກເຮົາຈະຕ້ອງຍົກສູງຄວາມເປັນເຈົ້າຂອງປະເທດຊາດ, ຈະເຂ້ັມແຂງໄດ້ກ່ໍຂຶ້ນກັບຄົນລາວທຸກຄົນ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top