ເສດຖະກິດ ພາກພື້ນອາຊີ ປາຊີຟິກ ຈະເຕີບໂຕເພີ່ມຂຶ້ນ 4,5% ໃນປີ 2024

30/04/2024 11:12
Email Print 297
ຂປລ ການເຕີບໂຕ ຂອງເສດຖະກິດ ຂອງພາກພື້ນ ອາຊີ ປາຊີຟິກ ໃນປີ 2024 ຈະຫລາຍກວ່າ ຕົວເລກ ທີ່ຄາດຄະເນໄວ້ໃນເມື່ອກ່ອນ ເຊິ່ງຈະບັນລຸເຖິງ 4,5%.

ຂປລ,ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 30 ເມສານີ້, ອົງການ ກອງທຶນ ເງິນຕາ ສາກົນ ຫລື IMF ໄດ້ເປີດເຜິຍ ບົດລາຍງານ ແລມອງ ເສດຖະກິດ ພາກພື້ນ ອາຊີ ປາຊີຟິກ ສະບັບ ເດືອນເມສາປີ 2024 ຢູ່ສິງກະໂປ ໂດຍຄາດຄະເນວ່າ: ການເຕີບໂຕ ຂອງເສດຖະກິດ ຂອງພາກພື້ນ ອາຊີ ປາຊີຟິກ ໃນປີ 2024 ຈະຫລາຍກວ່າ ຕົວເລກ ທີ່ຄາດຄະເນໄວ້ໃນເມື່ອກ່ອນ ເຊິ່ງຈະບັນລຸເຖິງ 4,5%. ພາກພື້ນອາຊີ ປາຊີຟິກ ຍັງຈະກາຍເປັນ ເຂດແຄວ້ນ ທີ່ມີພະລັງຊີວິດ ຫລາຍທີ່ສຸດ, ການເຕີບໂຕ ຂອງເສດຖະກິດ ຢູ່ເຂດແຄວ້ນດັ່ງກ່າວ ໄດ້ກວມເອົາ 60% ຂອງການເຕີບໂຕ ຂອງເສດຖະກິດໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top